ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ເສີມກຳລັງຕຳຫຼວດຫຼາຍຂຶ້ນ ເພື່ອໃຫ້ມີໜ້າ ໃນການຮັບມື ກັບເຫດການປະທ້ວງທັງຫຼາຍ


ພວກຕຳຫຼວດຈີນ ໄດ້ພາກັນຈັດແຖວເພື່ອຢຸດຢັ້ງພວກປະທ້ວງ ບໍ່ໃຫ້ເດີນຂະບວນຜ່ານເຂົ້າໄປໃນນະຄອນຫຼວງປັກກິ່ງ, ວັນທີ 27 ພະຈິກ 2022.
ພວກຕຳຫຼວດຈີນ ໄດ້ພາກັນຈັດແຖວເພື່ອຢຸດຢັ້ງພວກປະທ້ວງ ບໍ່ໃຫ້ເດີນຂະບວນຜ່ານເຂົ້າໄປໃນນະຄອນຫຼວງປັກກິ່ງ, ວັນທີ 27 ພະຈິກ 2022.

ເຈົ້າໜ້າທີ່ຕຳຫຼວດ ໄດ້ລາດຕະເວນຢູ່ນະຄອນຫຼວງປັກກິ່ງ ແລະໃນເມືອງໃຫຍ່ສຸດຕ່າງໆຂອງປະເທດ ແລະສູນກາງດ້ານການເງິນທີ່ນະຄອນຊຽງໄຮ້ ໃນວັນ ອັງຄານມື້ນີ້ ປະຕິບັດການເພື່ອສະກັດກັ້ນບໍ່ໃຫ້ການປະທ້ວງຕໍ່ຕ້ານຂໍ້ຈຳກັດທາງດ້ານພະຍາດໂຄວິດຂອງປະເທດ ເກີດຂຶ້ນມາອີກ ທີ່ຍັງລວມມີການຮຽກຮ້ອງໃຫ້ປະທານປະເທດ ສີ ຈິ້ນຜິງ ລາອອກຈາກຕຳແໜ່ງ ທີ່ບໍ່ຄ່ອຍເກີດຂຶ້ນ.

ທັງສອງເມືອງດັ່ງກ່າວ ໄດ້ມິດງຽບ ໃນຕອນກາງຄືນ ໂດຍມີກຳລັງຕຳຫຼວດປະຈຳການຢູ່ ໂດຍສະເພາະຢູ່ໃນພື້ນທີ່ຫຼາຍແຫ່ງບ່ອນທີ່ພວກໃຊ້ສື່ສັງຄົມ ສະເໜີແນະແຫ່ງໃໝ່ໃຫ້ໄປເຕົ້າໂຮມກັນ.

ລັດຖະບານຈີນ ໄດ້ຜ່ອນຜັນກົດລະບຽບເພື່ອ​ຄວບ​ຄຸມການແພ່ລະບາດພະຍາດໂຄວິດຂອງຕົນບາງສ່ວນ ໃນວັນຈັນວານນີ້ ແຕ່ຍັງໄດ້ຢືນຢັນຄວາມໝັ້ນໝາຍໃນດ້ານຍຸດທະສາດສູນໂຄວິດ ຂອງຕົນ.

ລັດຖະບານ ບໍ່ໄດ້ກ່າວເຖິງການເດີນຂະບວນປະທ້ວງໃດໆເລີຍ ຊຶ່ງເປັນການ ສະແດງອອກເຖິງການຄັດຄ້ານທີ່ໃຫຍ່ສຸດຕໍ່ການປົກຄອງມາໄດ້ຫຼາຍທົດສະວັດຂອງພັກຄອມມິວນິສ ແຕ່ການຜ່ອນຜັນພຽງເລັກນ້ອຍຂອງກົດລະບຽບດັ່ງກ່າວ ປາກົດວ່າ ເພື່ອແນໃສ່ລະງັບການເດີນຂະບວນປະທ້ວງທັງຫຼາຍ.

ນະໂຍບາຍສູນໂຄວິດຂອງທ່ານສີ ໄດ້ຈຳກັດການຕິດແປດຂອງພະຍາດຢ່າງສູງ ໂດຍຜ່ານການປິດເມືອງຢ່າງເຂັ້ມງວດ ທີ່ໄດ້ລົບກວນຊີວິດການເປັນຢູ່ໃນແຕ່ລະວັນຂອງປະເທດທີ່ມີປະຊາກອນ 1 ພັນ 4 ຮ້ອຍລ້ານຄົນ. ການປະທ້ວງທັງຫຼາຍ ໄດ້ເກີດຂຶ້ນຢູ່ໃນພື້ນທີ່ແຫ່ງຕ່າງໆທົ່ວປະເທດ ຊຶ່ງປາກົດວ່າ ເປັນການບົ່ງບອກເຖິງພວກຊາວຈີນຫຼາຍໆຄົນ ເລີ້ມມີຄວາມເບື່ອໜ່າຍກັບການກັກໂຕທີ່ຍາວນານ ແລະການກວດຫາພະຍາດທີ່ແຜ່ຫຼາຍ.

ພົນລະເມືອງຊຽງໄຮ ຜູ້ທີ່ໄດ້ເຂົ້າຮ່ວມໃນການປະທ້ວງ ຢູ່ໃນຕົວເມືອງໄດ້ກ່າວຕໍ່ວີໂອເອ ວ່າ ໃນເວລາເລີ້ມຕົ້ນຂອງການປິດເມືອງຍ້ອນໂຄວິດ ປະຊາຊົນໄດ້ເຫັນວ່າ ມາດຕະການຂອງລັດຖະບານນັ້ນ ເປັນເລື້ອງທີ່ມີເຫດຜົນ ແຕ່ວ່າຄວາມຮູ້ສຶກຂອງພວກຄົນເຫຼົ່ານັ້ນ ໄດ້ປ່ຽນໄປ ຂະນະທີ່ຂໍ້ຈຳກັດຕ່າງໆ ຍັງໄດ້ຖືກນຳໃຊ້ຢູ່ຄືເກົ່າ.

ພວກເຂົາເຈົ້າເວົ້າວ່າ “ຍົກຕົວຢ່າງ ພວກເຂົາບອກເຈົ້າມີການປິດເມືອງຈຳນວນຈັກມື້. ໃນເບື້ອງຕົ້ນ ພວກເຂົາ ໄດ້ກ່າວວ່າ 3 ມື້. ແລ້ວຕໍ່ມາ ຫຼັງຈາກສາມມື້ ມັນກໍເພີ້ມອີກຕື່ມສາມມື້ ແລະຕໍ່ມາ ອີກສາມມື້ ຫຼັງຈາກນັ້ນອີກ. ມັນຕົກມາໃນເດືອນພຶດສະພາ ພວກຄົນຈຶ່ງຮູ້ຈັກຢ່າງແທ້ຈິງວ່າ ອັນນີ້ເປັນເລື້ອງທີ່ບໍ່ມີເຫດຜົນ ບໍ່ປົກກະຕິແລ້ວ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG