ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຕະຫຼາດຮຸ້ນ ໃນຢູໂຣບ ຕົກລາຄາ​ ຢ່າງຫຼວງຫຼາຍ ຕິດຕາມ ຕະຫຼາດຮຸ້ນຈີນ


ນັກລົງທຶນ ໂຮມກັນໃກ້ກະດານສະແດງລາຄາຮຸ້ນທີ່ປັກກິ່ງ. (7​ທັນວາ 2016)
ນັກລົງທຶນ ໂຮມກັນໃກ້ກະດານສະແດງລາຄາຮຸ້ນທີ່ປັກກິ່ງ. (7​ທັນວາ 2016)

ຕະຫລາດ​ຫລັກ​ຊັບ​ທີ່​ສຳຄັນໆ​ໃນ​ຢູ​ໂຣບ​ໄດ້​ຕົກ​ລາຄາ​ຢ່າງ​ຫຼວງ
ຫຼາຍ​ ໃນ​ຕອນ​ເຊົ້າຂອງ​ວັນ​ພະຫັດ​ມື້ນີ້​ ຫລັງ​ຈາກ​ຈີນ ຊຶ່ງອີກ​ຄັ້ງ
ນຶ່ງ​ໄດ້​ສັ່ງ​ໃຫ້​ຢຸດ​ເຊົາ​ການ​ຊື້ຂາຍຮຸ້ນ ຍ້ອນ​ມີ​ການ​ຂາຍ​ຮຸ້ນ​ອອກ​
ຂະໜາດ​ໃຫຍ່.

​ເຈົ້າໜ້າ​ທີ່​ຄຸ້ມ​ຄອງ​ລະບຽບ ​ຕະຫລາດ​ຫລັກ​ຊັບ​ຂອງ​ປັກ​ກິ່ງ​ ​ໄດ້
​ສັ່ງ​ໃຫ້​ຢຸດ​ການ​ຊື້ຂາຍ​ 14 ນາທີ ​ຫລັງ​ຈາກ​ດັດຊະນີ​ຮຸ້ນປະສົມ
​ນະຄອນ​ຊຽງ​ໄຮ້ໄດ້​ເລີ້ມຂຶ້ນ.​ ພາຍ​ໃນເວລາ​ນັ້ນ ຮຸ້ນ​ດັ່ງກ່າວ​ໄດ້
​ຕົກ​ລາຄາ 7.3​ ​ເປີ​ເຊັນຂະນະ​ທີ່​ດັດຊະນີ​ຮຸ້ນ​ປະສົມ Shenzhen ​
ໄດ້​ຕົກ​ລາຄາ 8.3 ​ເປີ​ເຊັນ.

ນີ້​ແມ່ນ​ເທື່ອ​ທີ​ສອງ​ໃນ​ອາທິດ​ນີ້ ທີ່ໄດ້​ມີ​ການ​ນຳ​ໃຊ້ ​ໃນ​ອັນເອີ້ນວ່າ ​ເຄື່ອງ​ຕັດ​ວົງ​ຈອນ ​ເພື່ອ
​ໂຈະ​ການ​ຊື້ຂາຍ.​ ​ເຄື່ອງ​ຕັດ​ວົງ​ຈອນ​ດັ່ງກ່າວ​ໄດ້​ຖືກ​ນຳ​ໃຊ້​ໂດຍ​ເຈົ້າໜ້າ​ທີ່​ຈີນ ຫລັງ​ຈາກມີ
ການ​ຊື້ຂາຍ​ແບບ​ຂຶ້ນໆ​ລົງໆ​ຢ່າງ​ແຮງ​ໃນ​ລະ​ດູ​ຮ້ອນ​ປີ​ກາຍ​ນີ້ ​ແລະ​ການ​ຂາຍ​ຮຸ້ນ​ອອກເປັນ​
ຈຳນວນ​ຫຼວງຫຼາຍ.

ຂ່າວການ​ຢຸດ​ຊື້ຂາຍ​ຮຸ້ນ​ດັ່ງກ່າວ​ໄດ້​ແຜ່​ກະຈາຍ​ຢ່າງ​ໄວ​ໃນ​ໝູ່​ພວກ​ນັກ​ລົງທຶນ​ ​ເຮັດ​ໃຫ້ຕະ
ຫລາດ​ຮຸ້ນ​ອື່ນ​ໆ​ໃນ​ເຂດ​ເອ​ເຊັຍ​ຕົກ​ລາຄາ​ ​ແລະ​ເຮັດ​ໃຫ້​ຄ່າ​ເງິນ​ຢວນຂອງ​ຈີນອ່ອນ​ຕົວ​ລົງ
0.51 ​ເປີ​ເຊັນ ​ໃນ​ການ​ແລກປ່ຽນ​ກັບ​ເງິນ​ໂດ​ລາ​ສະຫະລັດ​ ຊຶ່ງ​ເປັນ ລະດັບ​ການ​ແລກປ່ຽນ​
ທີ່​ຕ່ຳ​ສຸດນັບ​ແຕ່​ເດືອນ​ສິງຫາ​ປີ​ກາຍ​ເປັນຕົ້ນມາ.

ດັດຊະນີ​ຮຸ້ນ Nikkei ຂອງ​ຍີ່ປຸ່ນ ຕົກ​ລາຄາ 1.8 ເປີ​ເຊັນ ​ແລະ​ດັດຊະນີ​ຮຸ້ນ Kospi ຂອງ​
ເກົາຫລີ​ໃຕ້​ຕົກ​ລາຄາ 1 ​ເປີ​ເຊັນ.​ ດັດຊະນີ​ຮຸ້ນ Hang Seng ຂອງ​ຮົງ​ກົງ​ຕົກ​ລາຄາ 2.6 ​
ເປີ​ເຊັນຂະນະ​ທີ່​ຮຸ້ນ S&P/ASX 200 ຕົກ​ລາຄາ 2 ​ເປີ​ເຊັນ.​ ສ່ວນ​ຮຸ້ນ​ຂອງ​ໄຕ້​ຫວັນ ນິວ
​ຊີ​ແລນແລະ​ຮຸ້ນ​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ຕ່າງ​ກໍ​ຕົກ​ລາຄາ​ໄປ​ຕາມໆ​ກັນ.

China Markets
please wait
Embed

No media source currently available

0:00 0:00:35 0:00

XS
SM
MD
LG