ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ພະຍາຍາມ ເພີ້ມຂຶ້ນ ເພື່ອຂັດຂວາງ ບໍ່ໃຫ້ ເກົາຫຼີໃຕ້ ຕິດຕັ້ງລະບົບ THAAD ຂອງ ສຫລ


ລະບົບປ້ອງກັນລູກສອນໄຟຂອງສະຫະລັດ ຫຼື (THAAD) ທີ່ຕ້ານຢັນ ການຍິງທົດລອງລູກສອນໄຟ ພາບຈາກອົງການ
ປ້ອງກັນລູກສອນໄຟຂອງສະຫະລັດ
ລະບົບປ້ອງກັນລູກສອນໄຟຂອງສະຫະລັດ ຫຼື (THAAD) ທີ່ຕ້ານຢັນ ການຍິງທົດລອງລູກສອນໄຟ ພາບຈາກອົງການ ປ້ອງກັນລູກສອນໄຟຂອງສະຫະລັດ

ຈີນກຳລັງ​ເພີ່ມການ​ດຳ​ເນີນຄວາມພະຍາຍາມ ເພື່ອຈະຢຸດຢັ້ງບໍ່​ໃຫ້ເກົາຫຼີໃຕ້ ຕິດຕັ້ງລະ ບົບປ້ອງກັນລູກສອນໄຟຂອງສະຫະລັດຢູ່ໃນດິນແດນຂອງຕົນ ໂດຍຈະເພີ່ມຄວາມກົດ ດັນທາງດ້ານເສດຖະກິດ ໃນຂະນະດຽວກັນກໍກ່າວເຕືອນເຖິງຜົນກະທົບທີ່ອາດ​ເກີດ​ຂຶ້ນ ຕໍ່​ສາຍພົວພັນທາງການທູດ ຖ້າລະບົບດັ່ງກ່າວ ຫາກ​ມີ​ການຕິດຕັ້ງໃນປີນີ້.

​ເລື່ອງລະບົບລູກສອນໄຟ ແລະ ການຄັດຄ້ານຂອງຈີນ ແມ່ນເບິ່ງຄືວ່າຈະເປັນເລື່ອງຮ້ອນ
ແຮງ ໃນສັບປະດານີ້ ລະຫວ່າງ ການເດີນທາງຄັ້ງທຳອິດ ໄປຍັງເອເຊຍ ຂອງ ທ່ານ Jim Mattis ລັດຖະມົນຕີປ້ອງ​ກັນປະເທດ ສະຫະລັດ ທີ່ຫາກໍຖືກແຕ່ງຕັ້ງໃໝ່ໆ.

ເຖິງ​ແມ່ນ​ວ່າ ບັນດາເຈົ້າໜ້າທີ່ຂອງ ສະຫະລັດ ແລະ ເກົາຫຼີໃຕ້ ໄດ້ເນັ້ນໜັກມາດົນນານ
ແລ້ວ ວ່າ ເປົ້າໝາຍອັນສຳຄັນ ຂອງລະບົບ​ຕໍ່ຕ້ານ​ລູກ​ສອນ​ໄຟ ​ທີ່​ຍິງ​ມາ​ໃນ​ລະດັບ​ສູງ
ທີ່​ເອີ້ນຫຍໍ້ວ່າ THAAD ນັ້ນ ແມ່ນເພື່ອຕອບໂຕ້ຕໍ່ຄວາມ ສາມາດໃນດ້ານນິວເຄລຍ ແລະລູກສອນໄຟຂີປະນາວຸດຂອງເກົາຫຼີເໜືອ ຊຶ່ງປັກກິ່ງໂຕ້ຖຽງວ່າ ໃນໄລຍະຍາວ​ແລ້ວ ມັນອາດຈະມີຫຼາຍກວ່ານັ້ນອີກ.

ຊາຍຊາວເກົາຫຼີໃຕ້ ຜູ້ນຶ່ງ ຢືນເບິ່ງການຍິງລູກສອນໄຟຂອງເກົາຫຼີເໜືອ.
ຊາຍຊາວເກົາຫຼີໃຕ້ ຜູ້ນຶ່ງ ຢືນເບິ່ງການຍິງລູກສອນໄຟຂອງເກົາຫຼີເໜືອ.

ນັກຊ່ຽວຊານດ້ານການເມືອງຂອງຈີນ ທ່ານ Tang Jianqun ໄດ້ກ່າວວ່າ ມີສອງຢ່າງ ກ່ຽວກັບລະບົບລູກ​ສອນ​ໄຟ​ນີ້ ທີ່ເຮັດໃຫ້ປັກກິ່ງກັງວົນຄື: ຜົນກະທົບ ຕໍ່ມະຫາອຳນາດ ດ້ານນິວເຄລຍເຊັ່ນວ່າ ຈີນ ແລະ ຣັດເຊຍແລະມັນຍັງສາມາດ ເຮັດໜ້າທີ່ ເປັນເຄື່ອງຢັບ
ຢັ້ງ ດ້ານຍຸດທະສາດຕໍ່ກອງທັບປົດປ່ອຍປະຊາຊົນຈີນ ນຳ​ດ້ວຍ.

ທ່ານ Tang ຜູ້ອຳນວຍການ ພະແນກການສຶກສາດ້ານອາເມຣິກາ ຢູ່ທີ່ສະຖາບັນການ
ສຶກສາລະຫວ່າງປະເທດຂອງຈີນ ເວົ້າວ່າ “ອັນນີ້ ບໍ່ແມ່ນລະບົບດ້ານການທະຫານ ອັນດຽວເທົ່ານັ້ນ ສຳລັບ ເກົາຫຼີໃຕ້. ອັນນີ້ ແທ້ຈິງແລ້ວ ເປັນ​ແຜນການ​ລະດັບພາກພື້ນ
​ແລະ​ລະດັບໂລກ ຂອງສະຫະລັດ ເພື່ອໃຫ້ມີເຄື່ອງປ້ອງກັນ ໃນມື​ເບື້ອງນຶ່ງ ແລະມືອີກ​ເບື້ອງນຶ່ງກໍມີງ້າວ. ການນຳຕິດຕັ້ງລະ ບົບ​ລູກສອນໄຟ THAAD ນັ້ນ ທ່ານ Tang
ເວົ້າວ່າ ຈະເປັນຜົນເສຍຕໍ່ຄວາມກ້ຳເກິ່ງຂອງອຳນາດ ພາຍໃນບັນດາປະເທດທີ່
ມີອາວຸດນິວເຄລຍ ແລະ ຍັງຈະເປັນຜົນເສຍຕໍ່ການຢັບຢັ້ງ ແລະຄວາມອາດສາມາດ
ໃນການປະຕິບັດງານຂອງຈີນ ນຳດ້ວຍ.”

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG