ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ເພີ້ມການລາດຕະເວນ ຢູ່ເຂດນ່ານນໍ້າ ທີ່ເປັນບັນຫາໂຕ້ແຍ້ງ ໃນທະເລຈີນໃຕ້


ເຮລິຄອບເຕີ Z-9 ຂອງກອງທັບຈີນລໍານຶ່ງ ກຽມລົງຈອດຢູ່ເທິງກຳປັ່ນກອງທັບປົດປ່ອຍປະຊາຊົນຈີນ.
ເຮລິຄອບເຕີ Z-9 ຂອງກອງທັບຈີນລໍານຶ່ງ ກຽມລົງຈອດຢູ່ເທິງກຳປັ່ນກອງທັບປົດປ່ອຍປະຊາຊົນຈີນ.

ມາເລເຊຍ ແລະຫວຽດນາມ ຊຶ່ງມີກຳລັງທະຫານທີ່ອ່ອນແອກວ່າຈີນ ຄາດວ່າ ຈະພາ
ກັນປະທ້ວງຜ່ານທາງການທູດ ກ່ຽວກັບກຳປັ່ນສຳຫຼວດຂອງຈີນທີ່ແລ່ນ ເຂົ້າໄປໃນ
ເຂດນ່ານນໍ້າ ທີ່ຍັງມີການຂັດແຍ້ງກັນ ໃນເດືອນນີ້ ຊຶ່ງຈະກໍ່ໃຫ້ເກີິດ ການປະເຊີນໜ້າ
ທີ່ຍາວນານ ແຕ່ບໍ່ມີຄວາມຮຸນແຮງ.

ທັງສອງປະເທດເອເຊຍຕາເວັນອອກສຽງໃຕ້ກຳລັງສັງເກດເບິ່ງການເຄື່ອນໄຫວ

ຂອງກຳປັ່ນສຳຫຼວດ ໄຮຢັງ ດີຊີ ຂອງຈີນ ຊຶ່ງລາຍງານຂ່າວຫຼາຍກະແສແຈ້ງ ວ່າ ແລ່ນ
ຜ່ານຫຼາຍໆເຂດທີ່ມີການຂັດແຍ້ງໃນທະເລຈີນໃຕ້ ເມື່ອອາທິດແລ້ວນີ້. ກຳປັ່ນລໍາດຽວ
ກັນນີ້ ຍັງໄດ້ໃຊ້ເວລາສີ່ເດືອນໃນປີ 2019 ຢູ່ໃນເຂດທີ່ອຸດົມສົມ ບູນໄປດ້ວຍນໍ້າມັນທີ່
ໄດ້ອ້າງເອົາກຳມະສິດໂດຍຫວຽດນາມແລະຂັດຂວາງບໍ່ໃຫ້ ລູກເຮືອຫວຽດນາມ ທຳ
ການສຳຫຼວດຫານໍ້າມັນ ທີ່ຢູ່ໃຕ້ພື້ນທະເລ.

ເທື່ອນີ້ ທັງສອງປະເທດອາດຈະປະທ້ວງຜ່ານທາງການທູດຕໍ່ຈີນ ແຕ່ຈະບໍ່ເຮັດຫຍັງ
ຫຼາຍໄປກວ່ານັ້ນ ນັ້ນຄືສິ່ງທີ່ບັນດານັກວິເຄາະເຊື່ອກັນ. ເຂົາເຈົ້າຂາດກຳ ລັງທາງທະ
ຫານທີ່ຈະຮັບມືກັບຈີນ. ນາຍົກລັດຖະມົນຕີມາເລເຊຍທີ່ໄດ້ເຂົ້າຮັບ ຕຳແໜ່ງບໍ່ທັນຮອດ
ສອງເດືອນ ກໍຂາດປະສົບການໃນດ້ານນະໂຍບາຍຕ່າງປະ ເທດ.

ໃນເມື່ອບໍ່ມີການສະແດງປະຕິກິລິຍາໃດໆແລ້ວ ຈີນອາດຈະໃຫ້ກຳປັ່ນສຳຫຼວດຂອງຕົນ
ຢູ່ໃນເຂດນ່ານນ້ຳທີ່ມີການຂັດແຍ້ງຕໍ່ໄປ ແລະຂັດຂວາງການພະຍາ ຍາມທີ່ຈະເຈາະ
ນ້ຳມັນຂອງມາເລເຊຍແລະເຫວຽດນາມທີ່ເປັນຄູ່ແຂ່ງ

ອີິງຕາມ ຄວາມເຊື່ອຂອງພວກນັກວິເຄາະເຊື່ອກັນ. ທ່ານຄາລ ເທເຢີ ສາດສະດາຈານ
ຜູ້ ຊົງຄຸນວຸດທິ ຢູ່ມະຫາວິທະຍາໄລນິວຊາວເວລໃນອອສເຕຣເລຍ ກ່າວວ່າ “ມັນເປັນ
ພຽງການຮັກສາສະຖານະພາບ ທີ່ມີຢູ່ໃນປັດຈຸບັນ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG