ສື່ມວນຊົນແຫ່ງລັດຂອງຈີນ ລາຍງານໃຫ້ຮູ້ໃນອັນທີ່ອາດ
ສາມາດເປັນການທົດລອງການບິນ ທີ່ຮູ້ຈັກກັນເປັນຄັ້ງທີ
ສອງກໍໄດ້ກ່ຽວກັບເຮືອບິນລົບທີ່ເຣດ້າຈັບບໍ່ໄດ້ຮຸ່ນ J-20
ທີ່ຈີນຜະລິດຂຶ້ນເອງ.
ການທົດລອງການບິນດັ່ງກ່າວແມ່ນສັງເກດເຫັນຢູ່ໃນໜັງ
ສືພິມ Global Times ທີ່ພັກຄອມມີວນິດ ເປັນຜູ້ຄວບ
ຄຸມໃນວັນອັງຄານມື້ນີ້ທີ່ລົງຫົວຂໍ້ຂ່າວວ່າ “ເຮືອບິນໄອພົ່ນ
ລຶກລັບ ບິນອີກໃໝ່”. ພາບວີດີໂອຂອງເຮືອບິນທີ່ວ່າເປັນ
ເຮືອບິນໂຕຢ່າງ ຮຸ່ນ J-20 ແລະປາກົດໃຫ້ເຫັນ ຢູ່ໃນ
website ຂອງ Phoenix Satellite Television ເຊັ່ນ
ກັນຊຶ່ງເປັນຊ່ອງຂ່າວໃນຮອງກົງ ທີ່ນິຍົມປັກກິ່ງແລະຢູ່ໃນ
forum ທາງທະຫານໃນອິນເທີແນດ.
ໜັງສືພິມ Global Times ໄດ້ສະແດງຮູບພາບອັນທີ່
ເອີ້ນວ່າຕົ້ນສະບັບເດີມຂອງ J-20 ທີ່ບໍ່ໄດ້ຂຶ້ນບິນແລະ
ອ້າງຄໍາເວົ້າຂອງຜູ້ທີ່ເຫັນເຫດການຄົນນຶ່ງທີ່ບໍ່ບອກຊື່ໃຫ້
ຮູ້ວ່າ ເຮືອບິນລໍານີ້ໄດ້ບິນກາຍໄປກາຍມາຫລາຍຄັ້ງແລະສະແດງການເໜັງຕີງປີກຂອງມັນ
ໄດ້ໃນລະຫວ່າງການທົດລອງບິນເປັນເວລາ 85 ນາທີໃນວັນອາທິດຜ່ານມາຈາກສະໜາມ
ບິນເມືອງ Chengdu ໃນແຂວງສີສວນໃນພາກຕາເວັນຕົກສຽງໃຕ້ຂອງຈີນນັ້ນ.
ຢູ່ໃນສະໜາມບິນດຽວກັນທີ່ເມືອງ Chengdu ນີ້ ທີ່ເຮືອບິນ J-20 ໄດ້ທົດລອງບິນຖ້ຽວ
ທໍາອິດທີ່ບໍ່ໄດ້ປະກາດໃຫ້ຜູ້ຄົນຊາບໃນເດືອນມັງກອນຕົ້ນປີນີ້ ຊຶ່ງໄດ້ເຮັດໂລກແຕກຕື່ນຕົກ
ໃຈໃນລະຫວ່າງການຢ້ຽມຢາມໃນລະດັບສູງທີ່ກຸງປັກກິງ ຂອງທ່ານ Robert Gates ລັດ
ຖະມົນຕີປ້ອງກັນປະເທດສະຫະລັດນັ້ນ.