ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສື່ມວນຊົນ ຈີນ ຮຽກຮ້ອງການປະຕິບັດຢ່າງເຄັ່ງຄັດ ຕໍ່ນະໂຍບາຍ ໂຄວິດສູນກໍລະນີ


ຜູ້ຊາຍຄົນນຶ່ງດຶງໜ້າກາກຂອງລາວລົງສຳລັບການກວດ COVID-19 ຢູ່ນະຄອນຫຼວງ ປັກກິ່ງ, 13 ພະຈິກ 2022.
ຜູ້ຊາຍຄົນນຶ່ງດຶງໜ້າກາກຂອງລາວລົງສຳລັບການກວດ COVID-19 ຢູ່ນະຄອນຫຼວງ ປັກກິ່ງ, 13 ພະຈິກ 2022.

ພັກຄອມ​ມູ​ນິ​ສ​ທີ່ປົກຄອງປະເທດຂອງ ຈີນ ໄດ້ຮຽກຮ້ອງ​ໃຫ້ປະຕິບັດຢ່າງງເຄັ່ງຄັດ ຕໍ່ນະໂຍບາຍ “ໂຄວິດ-ສູນກໍລະນີ” ທີ່ເຂັ້ມງວດໃນວັນອັງຄານມື້ນີ້ ໃນການ ພະຍາຍາມທີ່ປາກົດວ່າຈະນຳພາທັດສະນະຄະຕິຂອງສາທາລະນະ ຫຼັງຈາກກົດ ລະບຽບຕ່າງໆຖືກຫຼຸດຜ່ອນລົງໜ້ອຍນຶ່ງ.

ໜັງສືພິມຂອງພັກຄອມ​ມູນິສ ຊື່ວ່າ The People’s Daily, ໄດ້ກ່າວໃນບົດ ບັນນາທິການວ່າ ຈີນ ຕ້ອງ “ປະຕິບັດນະໂຍບາຍຢ່າງເດັດຂາດ” ທີ່ຮຽກຮ້ອງ ການບັງຄັບກວດໂຣກຄົນຈຳນວນຫຼາຍ ແລະ ກັກບໍລິເວນຫຼາຍລ້ານຄົນເພື່ອພະ ຍາຍາມກຳຈັດໄວຣັສໂຄໂຣນາຈາກປະເທດທີ່ມີປະຊາກອນ ນຶ່ງພັນສີ່ຮ້ອຍລ້ານ ຄົນ ແລະ ເສດຖະກິດໃຫຍ່ອັນດັບສອງຂອງໂລກນັ້ນ.

ເຫດການດັ່ງກ່າວໄດ້ເກີດຂຶ້ນໃນຂະນະທີ່ ຈີິນ ໄດ້ລາຍງານ 17,772 ກໍລະນີ ໃໝ່ໃນ 24 ຊົ່ວໂມງທີ່ຜ່ານມາ ແລະ ໄດ້ມີຂຶ້ນຫຼັງຈາກການປ່ຽນແປງການກັກ ບໍລິເວນໜ້ອຍນຶ່ງ ແລະ ການຫ້າມອື່ນໆເພື່ອຕໍ່ຕ້ານໄວຣັສຖືກປະກາດໃນອາທິດ ທີ່ຜ່ານມາ ເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍ ແລະ ການຢຸດຊະງັກ.

ນະຄອນ ຊີເຈຍສວາງ ເຊິ່ງເປັນເມືອງເອກທີ່ສຳຄັນຂອງແຂວງນຶ່ງທີ່ຕັ້ງຢູ່ບໍ່ໄກ ຈາກນະຄອນຫຼວງປັກກິ່ງນັ້ນ ກໍໄດ້ເປີດສູນກວດໂຣກໂດຍບໍ່ເສຍຄ່າໃຊ້ຈ່າຍຄືນ ຫຼັງຈາກໄດ້ປິດພຽງນຶ່ງວັນ. ການເຄື່ອນໄຫວເພື່ອຮຽກຮ້ອງໃຫ້ປະຊາຊົນຈ່າຍຄ່າ ກວດໂຣກນັ້ນໄດ້ເນັ້ນໃຫ້ເຫັນຄວາມເສຍຫາຍທາງດ້ານເສດຖະກິດຫຼາຍຂຶ້ນ ທີ່ນະໂຍບາຍດັ່ງກ່າວໄດ້ສົ່ງຜົນກະທົບຕໍ່ລັດຖະບານໃນທ້ອງຖິ່ນ.

ປັກກິ່ງ ຍັງໄດ້ປິດສະຖານທີ່ກວດໂຣກບາງແຫ່ງໃນສອງສາມວັນທີ່ຜ່ານມາ, ແຕ່ໄດ້ເປີດຫຼາຍແຫ່ງຄືນໃນວັນອັງຄານມື້ນີ້. ໃນຂະນະທີ່ຕົວເລກຂອງກໍລະນີ ແມ່ນຍັງຂ້ອນຂ້າງຕໍ່າໃນເມືອງທີ່ມີປະຊາກອນຫຼາຍກວ່າ 21 ລ້ານຄົນນັ້ນ, ການເພີິ່ມຂຶ້ນເມື່ອບໍ່ດົນມານີ້ໄດ້ນຳໄປສູ່ການບັງຄັບໃຫ້ຮ້ານອາຫານບາງແຫ່ງ ແລະ ທຸລະກິດອື່ນໆຖືກປິດ ແລະ ຫຼາຍໝູ່ບ້ານທີ່ສ່ວນໃຫຍ່ກຳມະກອນອາໄສ ຢູ່ນັ້ນໄດ້ຖືກສັ່ງໃຫ້ກັກບໍລິເວນ.

ການກັກບໍລິເວນໃນບາງເຂດທີ່ຢູ່ອາໄສ ແລະ ທົ່ວທຸກເຂດຂອງເມືອງແມ່ນຍັງ ຄົງມີຢູ່ທົ່ວຈີນ, ລວມທັງຫຼາຍພາກສ່ວນຂອງສູນກາງການຜະລິດດ້ານການເງິນ ທີ່ສຳຄັນທາງພາກໃຕ້ໃນແຂວງ ກວາງໂຈ ແລະ ເມືອງອື່ນໆເຊິ່ງຖານດ້ານ ອຸດສາຫະກຳແມ່ນຜູກມັດຢ່າງໃກ້ຊິດກັບຕ່ອງໂສ້ການສະໜອງສິນຄ້າໂລກ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG