ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ເລີ່ມ​ຕັ້ງ​ທີ່​ພັກ​ຊົ່ວ​ຄາວ ຫຼັງ​ຈາກ​ເກີດເຫ​ດ​ແຜ່ນ​ດິນ​ໄຫວ​ທີ່​ຮ້າຍ​ແຮງ


ໃນ​ພ​າບນີ້​ທີ່​ຖືກ​ເປີ​ດ​ເຜີຍ​ໂດຍ​ອົງ​ການ​ຂ່າວ ຊິນ​ຫົວ, ສະ​ແດງ​ໃຫ້​ເຫັນ​ເຮືອນ​ທີ່​ສາ​ມາດ​ເຄື່ອນ​ຍ້າຍ​ໄດ້​ສຳ​ລັບ​ຜູ້​ເຄາະ​ຮ້າຍ​ຈາກ​ເຫດ​ແຜ່ນ​ດິນ​ໄຫວ​ຖືກ​ຕັ້ງ​ຂຶ້ນໃນ​ບ້ານ ເມ​ໂປ, ເມືອງ ຈີ​ຊິ​ສ​ຊານ ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ແຂວງ ການ​ຊູ, 21 ທັນ​ວາ 2023.
ໃນ​ພ​າບນີ້​ທີ່​ຖືກ​ເປີ​ດ​ເຜີຍ​ໂດຍ​ອົງ​ການ​ຂ່າວ ຊິນ​ຫົວ, ສະ​ແດງ​ໃຫ້​ເຫັນ​ເຮືອນ​ທີ່​ສາ​ມາດ​ເຄື່ອນ​ຍ້າຍ​ໄດ້​ສຳ​ລັບ​ຜູ້​ເຄາະ​ຮ້າຍ​ຈາກ​ເຫດ​ແຜ່ນ​ດິນ​ໄຫວ​ຖືກ​ຕັ້ງ​ຂຶ້ນໃນ​ບ້ານ ເມ​ໂປ, ເມືອງ ຈີ​ຊິ​ສ​ຊານ ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ແຂວງ ການ​ຊູ, 21 ທັນ​ວາ 2023.

ຫົວ​ໜ່ວຍ​ທີ່​ຢູ່​ອາ​ໄສ​ນຶ່ງ​ຫ້ອງນອນ​ຊົ່ວ​ຄາວຫຼາຍ​ຮ້ອຍ​ຫ້ອງ ​ໄດ້​ຖືກ​ຕັ້ງ​ຂຶ້ນ​ເມື່ອ​ວັນ​ພະ​ຫັດ​ວານນີ້​ຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ ຈີນ ສຳ​ລັບ​ຜູ້​ລອດ​ຊີ​ວິດ​ຈາກ​ແຜ່ນ​ດິນ​ໄຫວ​ທີ່​ໄດ້​ທຳ​ລາຍ​ເຮືອນຫຼາຍກວ່າ 14,000 ຫຼັງ ແລະ ເຮັດ​ໃຫ້ມີ​ຜູ້​ເສຍ​ຊີ​ວິດ​ຢ່າງ​ໜ້ອຍ 144 ຄົນ, ອີງ​ຕາມ​ລາຍ​ງານ​ສື່ມວນ​ຊົນ​ລັດ​ຖະ​ບານ.

ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ສູງ​ສຸດ​ໄດ້​ເພີ່ມ​ຂຶ້ນ 9 ຄົນ ໃນ​ຂະ​ນະ​ທີ່​ກຸ່ມ​ນັກ​ຄົ້ນ​ຫາ​ໄດ້​ຂຸດ​ຄົ້ນ​ຜ່ານ​ດິນ​ເຈື່ອນ​ທີ່​ໜັກ ທີ່​ໄດ້​ຖົມບ້ານ​ສອງ​ແຫ່ງ, ເຈົ້າ​ໜ້າ​ທີ່​ຄົນ​ນຶ່ງ​ໃນ​ແຂວງ ຈິງ​ຮາຍ ໄດ້​ກ່າວ​ໃນ​ຕອນ​ເຊົ້າ​ວັນ​ສຸກມື້ນີ້. ສາມ​ຄົນ​ຍັງ​ຄົງ​ຫາຍ​ສາບ​ສູນ​ໃນ​ດິນ​ເຈື່ອນ.

ໂທ​ລະ​ພາບລັດ​ຖະ​ບານ CCTV ໄດ້​ສະ​ແດງ​ພາບ​ວິ​ດີ​ໂອ ກ່ຽວ​ກັບ ເຄື່ອງ​ຍົກ​ກຳ​ລັງ​ຍົກຫົວ​ໜ່ວຍທີ່​ຢູ່​ອາ​ໄສ​ທີ່​ມີ​ລັກ​ສະ​ນະ​ຄື​ກັບ​ກ່ອງ​ສີ​ຂາວ ແລະ ລຽນ​ມັນ​ຢູ່​ໃນ​ເດີ່ນ​ທີ່​ເປີດກວ້າງ​ໃນ​ບ້ານ ເມ​ໂປ, ໃນ​ແຂວງ ກ​ານ​ຊູ. ປະ​ມານ 260 ຫົວໜ່ວ​ຍ​ຖືກ​ຕັ້ງ​ຂຶ້ນ, ແລະ ລວມ​ທັງ​ໝົດ​ໃນ​ໝູ່​ບ້ານ​ດັ່ງ​ກ່າວ ​ແມ່ນ​ຄາດ​ວ່າ​ຈະ​ມີ​ເຖິງ 500 ຫົວ​ໜ່ວຍໃນ​ທົ່ວ 9 ສະ​ຖານ​ທີ່​ພາຍ​ໃນ​ຕອນ​ເຊົ້າ​ວັນ​ສຸກ​ມື້ນີ້.

ການ​ເດີ​ນ​ທາງ​ມາ​ຮອດ​ຂອງ​ສະ​ຖານ​ທີ່​ພັກ​ທີ່​ຖືກ​ກຽມ​ໄວ້​ກ່ອນ​ນັ້ນ​ເປັນ​ສັນ​ຍານ​ທີ່​ບົງ​ບອກວ່າ​ຫຼາຍ​ຄົນ​ຈາກ​ປະ​ຊາ​ຊົນຫຼາຍກວ່າ 87,000 ຄົນທີ່​ຖືກ​ຍ້າຍ​ໄປ​ຢູ່​ບ່ອນ​ໃໝ່​ຫຼັງ​ຈາກ​ແຜ່ນ​ດິນ​ໄຫວ​ໃນ​ຄືນ​ວັນ​ຈັນ​ທີ່​ຜ່ານ​ມາ ​ອາດບໍ່​ມີ​ທີ່​ຢູ່​ອາ​ໄສ​ຊົ່ວ​ໄລ​ຍະ​ເວ​ລານຶ່ງ. ຫຼາຍ​ຄົນ​ແມ່ນ​ໄດ້​ອົດ​ທົດ​ຕໍ່​ອຸນ​ຫະ​ພູມ​ໜາວ​ຈັດທີ່​ຕ່ຳ​ກວ່າ​ຈຸດ​ແຂງ ໃນ​ທີ່​ພັກ​ຊົ່ວ​ຄາວ​ທີ່​ເບິ່ງ​ຄື​ກັບ​ຕູບ​ຜ້າ​ບາງໆ ດ້ວຍ​ແຜ່ນ​ຢາ​ສີ​ຟ້າ​ປົກ​ຢູ່​ທາງນອກ ແລະ ຜ້າ​ຫົ່ມ​ຝ້າຍ​ຢູ່​ທາງ​ໃນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG