ປະທານາທິບໍດີສະຫະລັດ, ທ່ານ ໂຈ ໄບເດັນກ່າວວ່າ ທ່ານຈະໄດ້ຮັບລາຍງານຢ່າງລະອຽດໃນວັນອັງຄານມື້ນີ້ ກ່ຽວກັບບົດບາດຂອງອົງການສືບລັບພົນລະເຮືອນຂອງຈີນ ໃນການນຳໃຊ້ການຮຽກຄ່າໄຖ່ທາງອິນເຕີແນັດ ເພື່ອຂູ່ເຂັນທຸລະກິດອາເມຣິກາ.
“ພວກເຂົາເຈົ້າຍັງກໍາລັງກຳນົດໃຫ້ແນ່ນອນໄດ້ວ່າ ມີຫຍັງເກີດຂຶ້ນ. ການສືບສວນຍັງບໍ່ທັນສິ້ນສຸດລົງເທື່ອ,” ນັ້ນຄືຄໍາເວົ້າຂອງປະທານາທິບໍດີທີ່ໄດ້ກ່າວໃນວັນຈັນວານນີ້ ໃນການຕອບຄຳຖາມຂອງພວກນັກຂ່າວວ່າ ເປັນຫຍັງຈຶ່ງບໍ່ມີມາດຕະການລົງໂທດຕໍ່ປັກກິ່ງໃນທັນທີ ຫຼັງຈາກມີຂໍ້ກ່າວຫາຂອງລັດຖະບານຂອງທ່ານວ່າ ກະຊວງຄວາມໝັ້ນຄົງຂອງຈີນໃຊ້ນັກລັກເຈາະຂໍ້າມູນ ຫລືແຮັກເກີ້ທີ່ເປັນສັນຍາຈ້າງທໍາອາດຊະຍາກໍາ ເພື່ອດຳເນີນການທາງອິນເຕີແນັດທີ່ບໍ່ໄດ້ຮັບການລົງໂທດຈາກທົ່ວໂລກ ທີ່ພວກນັກແຮກເກີໄດ້ສ້າງຜົນປະໂຫຍດສ່ວນຕົວຈາກມັນນັ້ນ.
ສະຫະລັດ ພ້ອມດ້ວຍອົງການເນໂຕ (NATO), ສະຫະພາບຢູໂຣບ, ອັງກິດ, ຍີ່ປຸ່ນ, ການາດາ, ອອສເຕຣເລຍ ແລະນິວຊີແລນໃນວັນຈັນວານນີ້ໄດ້ຖິ້ມໂທດໃສ່ຈີນ ເປັນການສະເພາະ ກ່ຽວກັບການໂຈມຕີທາງອິນເຕີແນັດໃນເດືອນມີນາຜ່ານມາ ທີ່ສົ່ງຜົນກະທົບຕໍ່ອົງການຈັດຕັ້ງຫລາຍສິບພັນແຫ່ງ ໂດຍຜ່ານເຄື່ອງບໍລິການຂໍ້ມູນຂອງເຄືອຂ່າຍ Microsoft Exchange.
ນີ້ແມ່ນປະເພດຂອງການລັກເຈາະຂໍ້ມູນ ທີ່ບໍ່ເວັ້ນໃນແຕ່ລະວັນເລີຍ ທີ່ພວກຄ້າ ຂາຍຊອບແວຮູ້ວ່າເປັນຈຸດອ່ອນ, ແຕ່ພວກເຂົາເຈົ້າຍັງບໍ່ທັນມີລະບົບໃນການແກ້ໄຂຂໍ້ບົກພ່ອງນັ້ນເທື່ອ.
ເມື່ອຖືກນັກຂ່າວຖາມວ່າ ເປັນຫຍັງສະຫະລັດຈຶ່ງບໍ່ໄດ້ລົງໂທດ ຕໍ່ປັກກິ່ງ ຍ້ອນການໂຈມຕີທາງອິນເຕີແນັດ, ໂຄສົກປະຈໍາທຳນຽບຂາວ, ທ່ານນາງ ເຈນ ຊາກີ (Jen Psaki) ໄດ້ຕອບວ່າ“ ພວກເຮົາບໍ່ຍອມໃຫ້ສະຖານະການທາງເສດຖະກິດ ຫຼືການພິຈາລະນາໃດໆ ມາຂັດຂວາງພວກເຮົາ ບໍ່ໃຫ້ດໍາເນີນການກະທຳ ທີ່ຮັບ ປະກັນໄດ້, ແລະພວກເຮົາກໍສະຫງວນທາງເລືອກໃນການດຳເນີນການເພີ່ມເຕີມ ໃນກໍລະນີທີ່ໄດ້ຮັບການຮັບປະກັນ, ເຊັ່ນກັນ.”
ທ່ານນາງ ຊາກີ ກ່າວຕື່ມວ່າ “ນີ້ບໍ່ແມ່ນການສະຫລຸບຂອງການດໍາເນີນຄວາມພະຍາຍາມຂອງພວກເຮົາເທື່ອ” ກ່ຽວກັບການໂຈມຕີທາງອິນເຕີແນັດ ທີ່ເຊື່ອມໂຍງກັບຈີນ ຫຼື ຣັດເຊຍ.
“ນີ້ເປັນເລື້ອງໃຫຍ່” ນັ້ນຄືຄໍາເວົ້າຂອງທ່ານຄຣິສ ເພັນເຕີ (Chris Painter), ປະທານຄະນະກຳມະການມູນນິທິສະພາສົນທະນາກ່ຽວກັບຄວາມຊ່ຽວຊານດ້ານ ໄຊເບີລະດັບໂລກ ຫລື Global Forum on Cyber Expertise, ເຊິ່ງແມ່ນນັກການທູດຜູ້ທຳອິດຂອງກະຊວງການຕ່າງປະເທດສະຫະລັດ, ໄດ້ອະທິບາຍ ໃນ ທວີດເຕີ (Twitter) ວ່າ “ການໂຮມກຸ່ມກັນຂອງບັນດາປະເທດຕ່າງໆ ທີ່ຕຳນິຕິຕຽນການກະທຳຂອງຈີນແມ່ນບໍ່ເຄີຍມີມາກ່ອນ,” ໂດຍສະເພາະລວມມີອົງການເນໂຕ (NATO) ນໍາ.