ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ​ ຍັງ​ຕ້ອງໄດ້ ​ປະ​ເຊີນ​ກັບ​ ການທ້າ​ທາຍ ທ່າມກາງ ສະພາບ ​ເສດ​ຖະ​ກິດ ທີ່ຊັກຊ້າລົງ


ບັນ​ດາ​ຜູ້ແທນ ອ່ານ​ລາຍ​ງານ ທີ່​ໄດ້​ລະ​ບຸ​ໂດຍ ນ.ຍ. ລີ ​ເກີ​ຈຽງ ໃນ​ກອງ​ປະ​ຊຸມ ​ລາຍ​ງານ​ປະ​ຈຳ​ປີຂອງວຽກ​ງານ​ຂອງ​ລັດ​ຖະ​ບານ​ ຕໍ່ສະ​ພາປະຊາ​ຊົນ​ແຫ່ງ​ຊາດຂອງ​ຈີນ, ​ປັກ​ກິ່ງ ຈີນ, 5 ມີ​ນາ, 2019.
ບັນ​ດາ​ຜູ້ແທນ ອ່ານ​ລາຍ​ງານ ທີ່​ໄດ້​ລະ​ບຸ​ໂດຍ ນ.ຍ. ລີ ​ເກີ​ຈຽງ ໃນ​ກອງ​ປະ​ຊຸມ ​ລາຍ​ງານ​ປະ​ຈຳ​ປີຂອງວຽກ​ງານ​ຂອງ​ລັດ​ຖະ​ບານ​ ຕໍ່ສະ​ພາປະຊາ​ຊົນ​ແຫ່ງ​ຊາດຂອງ​ຈີນ, ​ປັກ​ກິ່ງ ຈີນ, 5 ມີ​ນາ, 2019.

ນາ​ຍົກ​ລັດ​ຖະ​ມົນ​ຕີ ລີ ​ເກີ​ຈຽງ ກ່າວ​ວ່າ ເສດ​ຖະ​ກິດ​ທີ່​ໃຫຍ່ທີ່ສຸດ​ອັນ​ດັບທີ​ 2 ຂອງ​ໂລກ ຈະໄດ້ມີການດີ້ນຮົນຢ່າງໜັກ ໃນ​ປີນີ້​. ໃນ​ຂະ​ນະ​ທີ່ປະເທດຈີນ ກຳລັງສູ້ຊົນ ກັບການ
ເສດ​ຖະ​ກິດທີ່ເດີນໄປ​ຊ້າໆຢູ່ ພ້ອມໆກັບ​ການ​ຜິດ​ຂ້ອງ​ຕ້ອງຖຽງ​ກັນ ດ້ານການ​ຄ້າ​ກັບ
​ສະ​ຫະ​ລັດຢູ່ນີ້ ຈີນ​ກໍຍັງ​ຕ້ອງໄດ້​ປະ​ເຊີນ​ກັບ​ການ​ທ້າ​ທາຍ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ ແລະ​ຄວາມ​ສ່ຽງຕ່າງໆນາໆ ດັ່ງ Bill Ide ມີລາຍ​ງານ​ກ່ຽວ​ກັບ​ເລື້ອງ​ນີ້ ຊຶ່ງວັນ​ນະ​ສອນ ​ຈະນຳ​ລາຍ​
ລະ​ອຽດ​ມາ​ສະ​ເໜີ​ທ່ານ​ ໃນ​ອັນ​ດັບ​ຕໍ່​ໄປ.

ໃນ​ລາຍ​ງານ​ປະ​ຈຳ​ປີຂອງວຽກ​ງານ​ຂອງ​ລັດ​ຖະ​ບານ​ຂອງ​ເພິ່ນ ຕໍ່ສະ​ພາປະຊາ​ຊົນ
​ແຫ່ງ​ຊາດຂອງ​ຈີນທີ່ເປັນຮູບການນັ້ນ ທ່ານ ລີ ​ເກີ​ຈຽງ ໄດ້​ບອກບັນ​ດາ​ຜູ້ແທນທັງ​ຫຼາຍ ​
ກ່ຽວກັບ​ແຜນການ​ທີ່​ຈະ​ຕັດ​ພາ​ສີລົງ ເພື່ອ​ກະ​ຕຸກ​ຊຸກ​ຍູ້​ເສດ​ຖະ​ກິດ​ແລະ​ເພັ່ງ​ເລັ່ງ​ໃສ່
ນະ​ວັດ​ຕະ​ກຳ​ໃໝ່. ນອກຈາກນັ້ນແລ້ວ ເພິ່ນຍັງໄດ້​ຕັ້ງ​ເປົ້າໝາຍໄວ້​ສຳລັບ​ການ​ຈະ​ເລີນ
​ເຕີບ​ໂຕ​ຂອງປັກ​ກິ່ງໃນ​ປີ​ນີ້ ໃຫ້ໄດ້ເຖິງປະ​ມານ 6 ຫາ 6.5 ເປີ​ເຊັນ.

ນໍ້າສຽງຂອງ​ທ່ານ​ລີ​ ແມ່ນອ່ອນໂຍນ ແລະ​ທ່ານກໍໄດ້​ໃຊ້ຄຳວ່າ “ທຸ່ນທ່ຽງ​” ຫຼື “ມີສະຖຽນ​
ລະ​ພາບ”
ຫຼາຍກວ່າ 70 ຄັ້ງ. ທ່ານ​ໄດ້​ກ່າວ​ກ່ຽວ​ກັບ​ຄວາມ​ຈຳ​ເປັນ​ທີ່​ຈະ​ເຮັດ​ໃຫ້​ຕະ​ຫຼາດ​
ຮຸ້ນ​ທຸ່ນທ່ຽງ​ ພາກ​ສ່ວນ​ທຸ​ລະ​ກິດ ເລື້ອງການ​ຫວ່າງ​ງານ, ຄວາມ​ຄາດໝາຍ​ຕ່າງໆ​ນາໆ
ການ​ລົງ​ທຶນຕ່າງ​ປະ​ເທດ​ແລະ​ພາຍ​ໃນ​ປະ​ເທດ ແລະ​ແນ່ນອນ ກໍແມ່ນເລື້ອງຄວາມ​ຂັດ
ແຍ້ງ​ດ້ານ​ການ​ຄ້າ​ກັບ​ສະ​ຫະ​ລັດ.

ນາ​ຍົກ​ລັດ​ຖະ​ມົນ​ຕີ ລີ ​ເກີ​ຈຽງ ກ່າວ​ວ່າ “ໃນ​ຂະ​ນະ​ທີ່​ພວກ​ເຮົາ​ມຸ້ງ​ໜ້າ​ໄປຫາ​ການ​ພັດ​
ທະ​ນາສ້າງສາ​ໃນ​ປີ​ນີ້, ພວກ​ເຮົາ​ກໍຈະໄດ້​ປະ​ເຊີນ​ກັບ​ຄວາມຮ້າຍແຮງ​ແລະ​ສະ​ພາບ
​ການ​ທີ່​ສະ​ລັບ​ສັບ​ຊ້ອນຫຼາຍກວ່າເກົ່າ ພໍ​ໆ​ກັນ​ກັບ​ຄວາມ​ສ່ຽງ ແລະການ​ທ້າ​ທາຍ​
ຕ່າງໆ ທີ່​ຍິ່ງ​ໃຫຍ່​ຫຼາຍກວ່າ ທັງ​ຈຳ​ນວນ​ ແລະ​ຂະ​ໜາດຂອງມັນ. ພວກ​ເຮົາ​ຕ້ອງ
ໄດ້​ຕຽມ​ການ​ຢ່າງ​ເຕັ​ມ ສ່ວນ ສຳ​ລັບ​ການສູ້ຊົນທີ່ວ່າ​ນີ້.”

ຄວາມ​ເຄັ່ງ​ຕຶງ​ທາງ​ການ​ຄ້າ​ແລະ​ພາ​ສີ ແມ່ນ​ໄດ້ເພີ້ມໃສ່ການ​ທ້າ​ທາຍ​ທີ່​ປັກ​ກິ່ງ
ກຳ​ລັງ​ປະ​ເຊີນ​ຢູ່. ການຮຽກ​ຮ້ອງຂອງສະ​ຫະ​ລັດ ​ໃຫ້​ສົ່ງ​ຕົວ​ເຈົ້າ​ໜ້າ​ທີ່​ການ​ເງິນ​ຝ່າຍ​
ບໍ​ລິ​ຫານຂອງ​ບໍ​ລິສັດ​ຍັກ​ໃຫຍ່​ຫົວ​ເຫວີຍ ​ໃຫ້​ສະ​ຫະ​ລັດ ແລະ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ
ວ່າ​ບໍ​ລິ​ສັດນີ້ ມີສ່ວນ​ພົວ​ພັນ​ກັບ​ລັດ​ຖະ​ບານ​ຜະ​ເດັດການນັ້ນ ກໍ​ແມ່ນພາກ​ສ່ວນ​ນຶ່ງ
​ຂອງສະ​ຖາ​ນະ​ການທີ່​ສະ​ລັບ​ສັບ​ຊ້ອນດັ່ງກ່າວ.

ເຖິງ​ຢ່າງ​ນັ້ນ​ກໍ​ຕາມ, ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ ແລະ​ຈີນ ກໍແມ່ນ​ຍັງ​ມອງ​ໄປ​ໃນ​ທາງບວກ​
ທີ່​ວ່າ ທັງ​ສອງ​ຝ່າຍ​ຈະ​ບັນ​ລຸ​ຂໍ້​ຕົກ​ລົງ​ກັນໄດ້. ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ທ່ານ​ໄມ​ຄ໌
ພອມ​ພຽວ ໄດ້​ກ່າວ​ໃນ​ວັນ​ຈັນ​ ຜ່ານ​ມາ​ນີ້ວ່າ ທ່ານ​ມີຄວາມຫວັງວ່າ ໃນ​ອີກ​ບໍ່​ເທົ່າ​ມື້
ບໍ່​ເທົ່າ​ໃດ​ສັບ​ປະ​ດາ​ຂ້າງ​ໜ້າ​ນີ້, ມັນ​ຈະ​ມີ​ການປະ​ກາດໃນ​ອັນ​ທີ່​ທ່ານ​ເອີ້ນ​ວ່າ ​ຂ່າວ​ສຳ​ຄັນ.

ໃນການ​ກ່າວ​ຢູ່​ຂ້າງນອກ​ຂອງກອງ​ປະ​ຊຸມ​ການ​ເມືອງ​ປະ​ຈຳ​ປີ​ຂອງ​ປັກ​ກິ່ງນັ້ນ,
ທ່ານ Zhong Shan ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າຈີນ ເວົ້າ​ວ່າ ​ທັງ​ສອງ​ປະ​ເທດ​ຍັງ
ຕ້ອງໄດ້​ຫາ​ຈຸດ​ຢືນ​ຮ່ວມ​ກັນຢູ່.

ທ່ານ Zhong Shan ກ່າວ​ວ່າ “ໃນ​ປັດ​ຈຸ​ບັນ​ນີ້, ທີມງານຕ່າງໆ ຍັງ​ສືບ​ຕໍ່​ເຈ​ລະ​ຈາຫາ
ທາງຢູ່ ໃນ​ຂະ​ນະ​ດຽວ​ກັນ ພວກ​ເຮົາ​ກໍແມ່ນ​ມີ​ວຽກ​ງານ​ຫຼາຍ​ຢ່າງທີ່​ຈະຕ້ອງ​ໄດ້​ເຮັດ.
ຍິ່ງ​ໄປ​ກວ່າ​ນັ້ນ, ພວກ​ເຮົາຍັງ​ຕ້ອງ​ການ​ໃຫ້ຈີນ ແລະ​ສະ​ຫະ​ລັດ ໄປ​ພົບ​ກັນ​ເຄິ່ງ​ທາງ​
ແລະ​ເຮັດ​ວຽກ​ຮ່ວມ​ກັນ.”

ໃນ​ກອງ​ປະ​ຊຸມ​ຂອງສະ​ພາປະ​ຊາ​ຊົນ​ແຫ່ງ​ຊາດ​ຂອງ​ຈີນ ໃນ​ປີ​ນີ້, ຈີນຄາດ​ວ່າ​ຈະ​ຜ່ານ​
ກົດ​ໝາຍການ​ລົງ​ທຶນ​ຂອງຕ່າງ​ປະ​ເທດ ອັນ​ທຳ​ອິດ​ຂອງ​ຕົນ. ເພື່ອ​ສະ​ໜັບ​ສະ​ໜຸນ​
ບັນ​ດາ​ບໍ​ລິ​ສັດ​ພາຍ​ໃນ ໃນ​ຂະ​ນະ​ທີ່​ເສດ​ຖະ​ກິດ​ເຊື່ອງ​ຊ້າ​ນັ້ນ, ທ່ານ​ລີ​ກ່າວ​ວ່າ ຈີນ​ຈະ​
ຕັດ​ພາ​ສີ​ຂອງ​ພວກ​ບໍ​ລິ​ສັດ ແລະປະ​ກັນ​ໄພ​ສັງ​ຄົມລົງ ທີ່​ປະ​ກອບ​ເຂົ້າ​ເປັນ​ເງິນ​ຈຳ​ນວນ
​ເກືອບ 300 ພັນ​ລ້ານ​ ໂດ​ລານັ້ນ.

ນອກນັ້ນ ທ່ານ​ຍັງ​ໄດ້​ກ່າວ​ອີກວ່າ ລັດ​ຖະ​ບານ​ຈະ​ຍົກ​ການ​ໃຊ້​ຈ່າຍ​ອອກ ແລະ​ເຮັດ​ໃຫ້​
ນະ​ໂຍ​ບາຍ​ການເງິນຂອງ​ສົກ​ປີສະທ້ອນຄືນຫຼັງຫຼາຍຂຶ້ນ.

ປັກ​ກິ່ງ ຈະ​ເພີ້ມງົບ​ປະ​ມານ​ທາງ​ທະ​ຫານ​ຂອງ​ຕົນ ​ປະ​ມານ 7.5 ເປີ​ເຊັນ ໃນ​ມູນ​ຄ່າ
ປະ​ມານ 177 ພັນ​ລ້ານ​ໂດ​ລາ ສຳ​ລັບ​ປີ​ນີ້. ພວກ​ນັກ​ວິ​ເຄາະ​ກ່າວ​ວ່າຈຳ​ນວນ​ຕົວ​ເລກ
​ຈິງໆ​ນັ້ນ ​ແມ່ນຈະ​ສູງກວ່າ​ນີ້ຕັ້ງ​ຫຼາຍ, ແຕ່​ອີງ​ຕາມ​ຈຳ​ນວນ​ພື້ນ​ຖານ​ແລ້ວ​ ງົບ​ປະ​ມານ
​ຂອງ​ຈີນແມ່ນ​ຍັງ​ມີ​ພຽງ 3 ເທົ່າ​ຂອງ​ງົບ​ປະ​ມານ​ຂອງ​ປະ​ເທດ​ອິນ​ເດຍທີ່ໃຊ້ຈ່າຍ ແຕ່​ກໍ
ຍັງ​ຕໍ່າກວ່າວໍ​ຊີງ​ຕັນ, ທີ່​ໃຊ້​ງົບ​ປະ​ມານທາງ​ດ້ານ​ປ້ອງ​ກັນ​ໃນ​ປີ​ກາຍ​ນີ້​ເກືອບເຖິງ 700
ພັນ​ລ້ານ​ໂດ​ລາ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG