ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຈີນ ວາງນະ​ໂຍ​ບາຍ ເສດ​ຖະ​ກິດ​ ປີ 2019 ຂອງ​ຕົນ


ຕົວ​ແທນ​ອ່ານ ວຽກ​ງານ ທີ່​ໄດ້​ລາຍ​ງານ ທີ່​ໄດ້​ສົ່ງ ໃຫ້ນາ​ຍົກ​ລັດ​ຖະ​ມົນ​ຕີ ລີ ​ເກີ​ຈຽງ , ມີ​ນາ 5, 2019.
ຕົວ​ແທນ​ອ່ານ ວຽກ​ງານ ທີ່​ໄດ້​ລາຍ​ງານ ທີ່​ໄດ້​ສົ່ງ ໃຫ້ນາ​ຍົກ​ລັດ​ຖະ​ມົນ​ຕີ ລີ ​ເກີ​ຈຽງ , ມີ​ນາ 5, 2019.

ການ​ຕັດ​ພາ​ສີ ແລະ​ການ​ເພີ້ມ​ການ​ໃຊ້​ຈ່າຍ​ທາງ​ດ້ານ​ການ​ປ້ອງ​ກັນ​ປະ​ເທດແມ່ນ ນອນຢູ່
ໃນ​ມາດ​ຕະ​ການ​ ທີ່​ຈີນຈະນຳ​ສະ​ເໜີ​ໃນ​ປີນີ້ ​ເພື່ອ​ສົ່ງ​ເສີມ​ເສດ​ຖະ​ກິດ​ຂອງ​ຕົນທີ່​ກຳ​ລັງ
​ອ່ອນ​ແອ​ລົງນັ້ນ.

ນາ​ຍົກ​ລັດ​ຖະ​ມົນ​ຕີ ລີ ​ເກີ​ຈຽງ ໄດ້​ປະ​ກາດຕະ​ການ​ ໃນ​ວັນ​ອັງ​ຄານ​ມື້​ນີ້ ຊຶ່ງ​ເປັນ​ມື້​ເປີດ
​ກອງ​ປະ​ຊຸມ​ປະ​ຈຳ​ປີ​ຂອງສະ​ພາປະ​ຊາ​ຊົນ​ແຫ່ງ​ຊາດ​ຂອງ​ຈີນ ທີ່​ນະ​ຄອນຫຼວງ​ປັກ​ກິ່ງ​.

ທ່ານ​ລີ ໄດ້​ກ່າວ​ຕໍ່ສະ​ມາ​ຊິກ​ສະ​ພາ​ວ່າ ​ພວກ​ກຳ​ນົດ​ນະ​ໂຍ​ບາຍ​ແມ່ນແນ​ໃສ່​ການ ​
ຈະ​ເລີນ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ ​ປະ​ມານ 6 ຫາ 6.5 ເປີ​ເຊັນໃນ​ປີນີ້. ເສດ​ຖະ​ກິດ​
ອັນ​ດັບ​ 2 ຂອງ​ໂລກ ໄດ້​ບັນ​ທຶກ​ຢ່າງ​ເປັນ​ທາງ​ການ​ 6.6 ເປີ​ເຊັນ ໃນ​ປີ 2018
ຊຶ່ງ​ແມ່ນລະ​ດັບ​ທີ່​ຕ່ຳ​ສຸດ ໃນ​ຮອບເກືອບ 3 ທົດ​ສະ​ວັດ, ຍ້ອນ​ການ​ຫຼຸດ​ຕ່ຳ​ລົງ​ຂອງ
​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃນ​ປະ​ເທດ​ ແລະ​ຢູ່​ໃນ​ຕ່າງ​ປະ​ເທດ ແລະ ສົງ​ຄາມ​ການ​ຄ້າ
​ກັບ​ສະ​ຫະ​ລັດ​ທີ່​ຂົມ​ຂື່ນນັ້ນ.

ນາ​ຍົກ​ລັດ​ຖະ​ມົນ​ຕີຈີນ ຍັງ​ໄດ້​ກ່າວ​ວ່າ ລັດ​ຖະ​ບານ​ຈະ​ຕັດພາ​ສີ 2 ພັນ 980 ລ້ານ​ໂດ​ລາ​
​ຕໍ່​ບໍ​ລິ​ສັດ​ຕ່າງໆ ແລະຄ່າປະ​ກັນ​ໄພ​ສັງ​ຄົມ​ ​ແລະການ​ຫຼຸດ​ການ​ເກັບ​ພາ​ສີ​ເພີ້ມ ຕໍ່​ພາກ
​ສ່ວນ​ການ​ຜະ​ລິດ ຈາກ 16 ລົງ​ມາ​ເປັນ 13 ເປີ​ເຊັນ​. ໃນ​ຂະ​ນະ​ດຽວ​ກັນ​ນີ້ ປັກ​ກິ່ງ ​ກໍ​ໄດ້​
ໃຫ້​ການ​ອະ​ນຸ​ມັດ​ຕໍ່​ງົບ​ປະ​ມານ​ທາງ​ທະ​ຫານ ​ມູນ​ຄ່າ 177 ພັນ​ລ້ານ​ໂດ​ລາ ສຳ​ລັບ​ປີ​ນີ້
ຊຶ່ງ​ເພີ້ມຂຶ້ນ 7.5 ເປີ​ເຊັນ​ນັ້ນ ແລະ​ມີ​ແຜນ​ທີ່ຈະ​ໃຊ້​ຈ່າຍ​ຕື່ມ​ອີກ​ໃນ​ເລື້ອງນີ້.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG