ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ປະສົບຜົນສໍາເລັດ ຄັ້ງທໍາອິດ ໃນການເຊື່ອມຕໍ່ ຍານອະວະກາດ


ຍານອະວະກາດ Shenzhou 8 ຂອງຈີນທີ່ພຸ່ງສູ່ຫ່ວງອະວະກາດ ຈາກສູນກາງປ່ອຍດາວທຽມ Jiuquan ໃນແຂວງ Gansu ໃນ ພາກຕາເວັນຕົກສຽງເໜືອຂອງຈີນ.
ວັນທີ 3 ພະຈິກ 2011.
ຍານອະວະກາດ Shenzhou 8 ຂອງຈີນທີ່ພຸ່ງສູ່ຫ່ວງອະວະກາດ ຈາກສູນກາງປ່ອຍດາວທຽມ Jiuquan ໃນແຂວງ Gansu ໃນ ພາກຕາເວັນຕົກສຽງເໜືອຂອງຈີນ. ວັນທີ 3 ພະຈິກ 2011.

ຈີນກ່າວວ່າ ຕົນໄດ້ປະສົບຜົນສໍາເລັດໃນການນໍາເອົາຍານອະວະກາດສອງລໍາຂອງຕົນ
ທີ່ໂຄຈອນຢູ່ນັ້ນມາພົບພໍ້ກັນເປັນເທື່ອທໍາອິດ

ພວກເຈົ້າໜ້າທີ່ຈີນກ່າວວ່າ ຍານອະວະກາດ Shenzhou-8 ທີ່ບໍ່ມີຄົນຂັບໄດ້ຈອດທຽບກັບ
ຍານທົດລອງ Tiangong-1 ເມື່ອວັນພະຫັດມື້ນີ້ ຢູ່ເທິງອະວະກາດຫ່າງຈາກພື້ນໂລກ ປະ
ມານ 340 ກິໂລແມັດ. ຂັ້ນຕອນທີ່ສະລັບຊັບຊ້ອນຄັ້ງນີ້ນັບວ່າເປັນບາດກ້າວສໍາຄັນອັນນຶ່ງ
ໃນຄວາມມຸ້ງໝັ້ນຂອງຈີນທີ່ຈະສ້າງສະຖານີອະວະກາດ ທີ່ມີມະນຸດປະຈຳຢູ່ໃຫ້ໄດ້ໃນປີ
2020

ອົງການຂ່າວຊິນຫົວທາງການຂອງຈີນ ເວົ້າວ່າ ນາຍົກລັດຖະມົນຕີຈີນ ທ່ານ ເຫວິນ ເຈ້ຍ
ບ່າວ ແລະພວກເຈົ້າໜ້າທີ່ລະດັບສູງອື່ນໆຂອງຈີນ ໄດ້ພາກັນເຝົ້າເບິ່ງເຫດການຄັ້ງປະວັດ
ສາດດັ່ງກ່າວທີ່ສູນຄວບຄຸມການບິນອະວະກາດປັກກິ່ງ. ປະທານປະເທດ ຫູ ຈິນເຖົາໄດ້
ສົ່ງສານສະແດງຄວາມ ຍິນດີຕໍ່ຜົນສໍາເລັດຄັ້ງນີ້ຈາກປະເທດຝຣັ່ງ ບ່ອນທີ່ທ່ານກໍາລັງເຂົ້າ
ຮ່ວມກອງປະຊຸມສຸດຍອດຂອງກຸ່ມ G-20 ນັ້ນ.

ຍານອະວະກາດທັງສອງລໍາທີ່ໄດ້ເຊື່ອມຕໍ່ເຂົ້າກັນນີ້ ຈະໂຄຈອນອ້ອມໂລກເປັນເວລາ12 ມື້
ກ່ອນທີ່ຈະແຍກຕົວອອກຈາກກັນ ແລະດໍາເນີນການນັດ ພົບກັນຊໍ້າອີກເທື່ອນຶ່ງ ຫຼັງຈາກ
ເຊື່ອມຕໍ່ຫຼືເຂົ້າຈອດທຽບກັນໄດ້ 2 ມື້ແລ້ວຍານອະວະກາດ Shenzhou-8 ກໍຈະແຍກໂຕ
ອອກຈາກຍານທົດລອງ Tiangong-1 ແລະເດີນທາງກັບຄືນສູ່ໂລກ.

XS
SM
MD
LG