ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນສົ່ງ ຍານອະວະກາດຂຶ້ນ ຢ່າງສໍາເລັດຜົນ


ຈີນສົ່ງຍານຂຶ້ນສູ່ອະວະກາດ ຢ່າງສໍາເລັດຜົນ (AP Photo)
ຈີນສົ່ງຍານຂຶ້ນສູ່ອະວະກາດ ຢ່າງສໍາເລັດຜົນ (AP Photo)

ບັນດາ​ເຈົ້າ​ໜ້າ​ທີ່ຈີນ​ພາກັນ​ຊົມ​ເຊີຍ ການ​ສົ່ງ​ຍານອະວະກາດ​ອັນ​ນຶ່ງຂຶ້ນ ຢ່າງ​ສໍາ​ເລັດ​ຜົນ​ ທີ່​ຊຸກຍູ້​ໃຫ້​ກ້າວ​ໄປ​ໜ້າ ​ແຜນການ​ຂອງ​ປະ​ເທດ​ທີ່ສ້າງ​ ຕັ້ງ​ສະຖານີອະວະກາດ​ທີ່ມີ​ຜູ້​ຄົນ​ຢູ່ໄດ້​ ພາຍ​ໃນ​ປີ 2020.

ຍານ​ອະວະກາດ​ດັ່ງກ່າວ​ໄດ້​ຖືກ​ສົ່ງ​ຂຶ້ນ​ໃນ​ຕອນ​ເຊົ້າ​ມືດ​ວັນ​ອັງຄານ​ມື້​ນີ້ ​ແລະ​ຈະ​ໄປ​ເຊື່ອ​ມຕໍ່ ​ພາຍ​ໃນ​ເວລາ 2 ມື້​ ກັບຫ້ອງ​ທົດ​ລອງ​ທີ່​ໄດ້​ສົ່ງຂຶ້ນ​ ໄປ ໃນ​ເດືອນ​ກັນຍາ​ຜ່ານ​ມາ​ ​ໃນ​ການ​ພະຍາຍາມເຂົ້າ​ຈອດ​ເຊື່ອມ​ຕໍ່​ກັນ​ ໃນ​ຫ້ວງ​ອະວະກາດ​ ​ຄັ້ງ​ທໍາ​ອິດຂອງ​ຈີນ​ນັ້ນ.

ໃນ​ເວລາ​ບໍ່​ດົນ​ ຫລັງ​ຈາກ​ສົ່ງ​ຍານ​ດັ່ງກ່າວ​ຂຶ້ນ​ຈາກເຂດ​ທະ​ເລ​ຊາຍGobi ​ແລ້ວ ນາຍ​ທະ
ຫານ​ອະວຸໂສຂອງ​ຈີນ​ທ່ານ​ນຶ່ງກໍ​ປະກາດ​ໃຫ້​ຮູ້​ວ່າ ຍານອະວະກາດ Shenzhou 8 ໄດ້ເຂົ້າ
ສູ່ວົງໂຄຈອນທີ່ໄດ້ກໍານົດໄວ້ນັ້ນ​ແລ້ວ ​ແລະປະກາດວ່າ ການສົ່ງຍານອະວະກາດຂຶ້ນຄັ້ງນີ້
​ແມ່ນ​ເປັນ ຄວາມສໍາເລັດຢ່າງເຕັມສ່ວນ.

XS
SM
MD
LG