ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ແລະ ​ສະມາຊິກ ອາຊຽນ ຕົກລົງ ຮັບຮອງເອົາ ຮ່າງກົດປະພຶດ ຢູ່ ສິງກະໂປ


ບັນດາລັດຖະມົນຕີກະຊວງການຕ່າງປະເທດ ຂອງກຸ່ມອາຊຽນ ແລະຂອງ ຈີນ ກຳລັງຖ່າຍຮູບຮ່ວມກັນ ທີ່ກອງປະຊຸມໃນສິງກະໂປ ໃນວັນພະຫັດ ທີ 2 ສິງຫາ 2018
ບັນດາລັດຖະມົນຕີກະຊວງການຕ່າງປະເທດ ຂອງກຸ່ມອາຊຽນ ແລະຂອງ ຈີນ ກຳລັງຖ່າຍຮູບຮ່ວມກັນ ທີ່ກອງປະຊຸມໃນສິງກະໂປ ໃນວັນພະຫັດ ທີ 2 ສິງຫາ 2018

ຈີນ ​ແລະປະ​ເທດ​ສະມາຊິກ ຂອງ​ສະມາຄົມ​ບັນດາ​ປະ​ເທດ​ຊາດ ​ໃນ​ເອເຊຍຕາເວັນອອກ
ສຽງໃຕ້ ຫລື​ ອາ​ຊຽນ ​ໄດ້ຮັບເອົາ​ຮ່າງ​ຂໍ້​ຕົກລົງທີ່ຖືກນໍາສ ເໜີນັ້ນ ​ເພື່ອ​ປ້ອງ​ກັນບໍ່ໃຫ້ມີ​
ການ​ສູ້​ລົບກັນຢູ່​ໃນ​ເຂດທະ​ເລ​ຈີນ​ໃຕ້ທີ່ຂັດ​ແຍ້​ງກັນນັ້ນ.

ຈີນ ​ແລະກຸ່ມຂອງ 10 ປະ​ເທດ ທີ່​ຮວມທັງ​ສີ່​ປະ​ເທດ​ທີ່​ໄດ້​ອ້າງ​ເອົາກໍາມຸສິດຕໍ່​ເຂດ​ນໍ້າ​ແດນ​ດິນນັ້ນ ​ທີ່ມີການເຈລະຈາ​ກັນ​ຢູ່​ຢ່າງຕໍ່​ເນື່ອງມາເປັນ​ເວລາ​ຫຼາຍ​ປີ ​ເພື່ອ​ຮ່າງ “ກົດປະພຶດ”
ທີ່​ໄດ້​ແນ​ໃສ່​ປ້ອງ​ກັນບໍ່ໃຫ້ມີການກໍ່​ຄວາ​ມຮຸນ​ແຮງຂຶ້ນ​ຢູ່​ໃນ​ຂົງ​ເຂດດັ່ງກ່າວ.

ລັດຖະມົນຕີ​ຕ່າງປະ​ເທດສິງກະ​ໂປ ທ່ານ​ວິວຽນ ບາ​ລາກຣິສນານ ກ່າວ​ໃນ​ວັນ​ພະຫັດ​
ວານນີ້​ ຢູ່​ໃນ​ຕອນ​ເລີ້ມ​ຕົ້ນ​ກອງ​ປະຊຸມ​ປະຈຳ​ປີ​ຂອງ​ບັນດາ​ນັກ​ການ​ທູດ​ຂັ້ນສູງ​ສຸດ​ຈາກ​ຈີນ
ແລະ​ບັນດາ​ສະມາຊິກສະມາຄົມປະ​ເທດ​ໃນ​ເຂດ​ເອ​ເຊຍ​ຕາວເວັນອອກສຽງໃຕ້ວ່າຄວາມ
ກ້າວໜ້ານີ້ ເປັນ ‘ຂີດ​ໝາຍສໍາຄັນ.”

ຄູ່ພາຄີຈາກນ​ຈີນ ທ່ານ​ວັງ ຢີ ກໍໄດ້ກ່າວ​ວ່າ ການ​ຮັບຮອງເອົາຮ່າງກົດປະພຶດດັ່ງກ່າວ
​ “​ເປັນຂ່າວ​ດີ” ​ແລະ “ເປັນຜົນລໍາເລັດອັນໃຫຍ່ ຫລວງ.” ຈີນ​ໄດ້​ປ່ຽນ​ແປງ​ເຂດທີ່ເປັນ​ໂຂ​ດ
ຫີນ​ໃຕ້ນໍ້າ​ທີ່​ໂຕ້​ແຍ້​ງກັນ 7 ແຫ່ງໃຫ້​ເປັນໝູ່​ເກາະ​ທີ່ມະນຸດ

ສ້າງຂຶ້ນ ຊຶ່ງປະກອບ​ດ້ວຍ​ເດິ່ນ​ບິນສໍລັບເປັນ​ທາງ​ແລ່ນຂອງເຮືອບິນຂຶ້ນລົງ 3 ແຫ່ງ,
ບ່ອນຍິງລູກ​ສອນ​ໄຟ​ທີ່​ຍິງ​ຈາກ​ໜ້າດິນ ແລະເທິງອາກາດ ​ແລະ​ລະບົບ​ອາວຸດ​ຕ່າງໆ ອີກ
ຫລາຍແຫ່ງ.

ປາດ​ສະ​ຈາກ​ການ​ກ່າວ​ເຖິງ​ຊື່​ຈີນ ບັນດາ​ລັດຖະມົນຕີຂອງປະເທດເອເຊຍ ​ໄດ້ກ່າວພາດ
ພີງໄປເຖິງ​ການ​ປະຕິບັດ​ຂອງ​ປັກ​ກິ່ງ ​ຢູ່​ໃນ​ຖະ​ແຫຼ​ງການ​ຂອງພວກ​ເຂົາ​ເຈົ້າວ່າ ພວກເຂົາ
ເຈົ້າ “ໄດ້ບັນທຶກ​ຄວາມ​ເປັນ​ຫ່ວງທີ່​ສະ​ແດງ​ອອກ​ມາ​ໂດຍ​ບາງ​ປະ​ເທດ ກ່ຽວ​ກັບການອ້າງ
ເອົາ​ດິນ​ດອຢູ່​ໃນ​ຂົງ​ເຂດ ຊຶ່ງ​ໄດ້​ເຊື່​ອມ​ໂຊມ​ຄວາມ​ເຊື່ອ​ຖື ​ແລະ​ເຊື່ອ​ໝັ້ນ ​ເພີ້​ມຄວາມ​ເຄັ່ງ
​ຕືງ ​ແລະ​ອາດ​ທຳລາຍ​ສັນຕິພາບ ຄວາມ​ໝັ້ນຄົງ ​ແລະ​ສະຖຽນ​ລະ​ພາບ​ຢູ່​ໃນ​ຂົງ​ເຂດ.”

ຈິ​ນ​ໄດ້​ຕອບ​ໂຕ້​ຕໍ່​ການ​ຕິຕຽນ​ແກ່​ຍຸດ​ທະ​ສາດ​ນ່ານ​ນໍ້າທາງ​ທະຫານ ​ໂດຍ​ອ້າງວ່າ​ຕົນ​ມີ​ສິດ
ທິ​ໃນ​ການ​ສ້າງ​ຢູ່​ດິນແດນ​ຂອງ​ຕົນ ​ແລະ​ປ້ອງ​ກັນ​ເຂົາ​ເຈົ້າ​ຢູ່ໃນທຸກ​ວິທີ​ທາງ.

​ເພີ້​ມ​ໄປ​ກວ່າ​ນັ້ນ​ຈີນ ​ແລະ​ໄຕ້​ຫວັນ ບັນດາ​ສະມາຊິກອາ​ຊຽນຄື ບຣູນາຍ ຟິລິບ​ປີນ ​ແລະ​
ຫວຽດນາມ ​ໄດ້​ອ້າງ​ເອົາ​ຢູ່​ໃນ​ທະ​ເລ​ຈີນໃຕ້ ທາງ​ຜ່ານ​ເກືອບ​ທັງ​ໝົດ​ຂອງ​ການ​ຄ້າ ​ແລະ​
ນໍ້າມັນ​ທີ່​ຊ່ວຍ​ສຸກ​ຍູ້​ເສດຖະກິດ​ອາຊຽນ​ໃຫ້​ຈະ​ເລີ​ນຮຸ່ງ​ເຮືອງ.

ບັນດາ​ກຳ​ປັ່ນ​ກອງທັບ​ສະຫະລັດ ​ແລະ​ເຮືອບິນ​ລົບ​ໄດ້​ລາດຕະ​ເວນ​ນ່ານນໍ້າ ການ​ປາກົດ​
ໂຕ​ທີ່​ວໍ​ຊິງ​ຕັນ​ຮັກສາ​ໄວ້ ​ເພື່ອ​ອອກ​ແບບ​ສົ່ງ​ເສີມ​ເສລີພາບ​ການ​ເດີ​ນ​ເຮືອ ​ແລະ​ການບິນ
ທາງ​ອາກາດ. ຈີນຢືນຢັນເຖິງ​ຢ່າງ​ໃດກໍ​ດີ ສະຫະລັດ​ກຳລັງ​ແຊກ​ແຊງໃນ​ກິດຈະການ​
ອາຊຽນ.

ອ່ານຂ່າວນີ້ເພີ້ມເປັນພາສາລາວ

XS
SM
MD
LG