ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

​ຈີນ ແລະເກົາຫຼີ​ໃຕ້ ລາຍ​ງານ ກໍ​ລະ​ນີ​ຕິດ​ເຊື້ອ​ໄວ​ຣັ​ສໂຄ​ໂຣ​ນາ ຕື່ມ​ອີກ ​​ຂະ​ນະ​ທີ່ ປ. ທ​ຣຳ ຂໍ​ທຶນ​ເພື່ອ​ຮັບ​ມື ​ກັບ​ການ​ລະ​ບາດ


ພວກ​ຜູ້​ໂດຍ​ສານ ໃສ່​ໜ້າ​ກາກ​ເພື່ອ​ປົກ​ປ້ອງ​ການ​ຕິດ​ເຊື້ອ​ໄວ​ຣັ​ສ​ໂຄ​ໂຣ​ນາ ​ພວມ​ຍ່າງ​ໄປ​ສະ​ຖາ​ນີ​ລົດ​ໄຟ ໃນ​ນະ​ຄອນຫຼວງ​ໂ​ຊ​ລ ຂອງ​ເກົາຫຼີ​ໃຕ້, ​ເມື່ອວັນ​ທີ 25 ກຸມ​ພາ 2020. REUTERS/Kim Hong-Ji
ພວກ​ຜູ້​ໂດຍ​ສານ ໃສ່​ໜ້າ​ກາກ​ເພື່ອ​ປົກ​ປ້ອງ​ການ​ຕິດ​ເຊື້ອ​ໄວ​ຣັ​ສ​ໂຄ​ໂຣ​ນາ ​ພວມ​ຍ່າງ​ໄປ​ສະ​ຖາ​ນີ​ລົດ​ໄຟ ໃນ​ນະ​ຄອນຫຼວງ​ໂ​ຊ​ລ ຂອງ​ເກົາຫຼີ​ໃຕ້, ​ເມື່ອວັນ​ທີ 25 ກຸມ​ພາ 2020. REUTERS/Kim Hong-Ji

ຈີນ ແລະ​ ເກົາຫຼີໃຕ້ ໄດ້​ລາຍ​ງານ​ວ່າ ມີ​ກໍ​ລະ​ນີ​ຕິດ​ເຊື້ອ​ໄວ​ຣັ​ສໂຄ​ໂຣ​ນາ​ສາຍ​ພັນ​ໃໝ່ ​ຫຼາ​ຍຂຶ້ນ​ຕື່ມ​ອີກ ໃນ​ວັນ​ອັງ​ຄານມື້ນີ້ ໃນ​ຂ​ະ​ນະ​ທີ່​ຕະຫຼາດ​ຮຸ້ນ​ຕ່າງໆ ໃນ​ຍີ່​ປຸ່ນ ໄດ້​ປະ​ສົບ​ກັບ​ບັນ​ຫາສອງມື້ລຽນ​ຕິດຫຼັງ​ຈາກ​ນຶ່ງວັນໃນການ​ຕົກ​ລາ​ຄາ​ຂອງຕະ​ຫລາດຮຸ້ນ​ໃນ​ທົ່ວ​ໂລກ ແລະປະ​ທາ​ນາ​ທິ​ບໍ​ດີ​ ສະ​ຫະ​ລັດ ​ທ່ານ​ດໍ​ໂນ​ລ ທ​ຣຳ ​ພວມສະ​ແຫວງ​ຫາ​ທຶນ​ຈຳ​ນວນ 2,500 ລ້ານ​ໂດ​ລາ ຈາກ​ລັດ​ຖະ​ສະ​ພາ ເພື່ອ​ຕໍ່​ສູ້​ກັບ​ການ​ລະ​ບາດ​ຂອງ​ໄວ​ຣັ​ສ​ໂຄ​ໂຣ​ນານີ້.

ບັນ​ດາ​ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ສຸກ​ຂອງ​ຈີນ ໄດ້​ກ່າ​ວ​ວ່າ ມີ​ການ​ເສຍ​ຊີ​ວິດ​ໃໝ່ອີກ 71 ລາຍ ແລະ 508 ກໍ​ລະ​ນີ​ຕິດ​ເຊື້ອ​ໄວ​ຣັ​ສ​ໃໝ່​ອີກ​ຢູ່​ຈີນ ຊຶ່ງ​ເຮັດ​ໃຫ້​ຈຳ​ນວນ​ລວມ​ທັງ​ໝົດ​ຢູ່ໃນ​ປະ​ເທດ ບ່ອນ​ທີ່​ການ​ລະ​ບາດ​ໄດ້​ເລີ້ມ​ຂຶ້ນ ​ເມື່ອ​ສອງ​ເດືອນ​ກ່ອນນັ້ນ ເປັນຫຼາຍກວ່າ 2,663 ຄົນ​ເສຍ​ຊີ​ວິດ ແລະ 77,500 ຄົນ​ຕິດ​ເຊື້ອ​ໄວ​ຣັ​ສ.

ສ່ວນ​ເກົາຫຼີ​ໃຕ້ ໄດ້ຮັບ​ຜົນ​ກະ​ທົບ​ໜັກ​ທີ່​ສຸດ ຢູ່ນອກ​ປະ​ເທດ​ຈີນ ໂດຍ​ຈຳ​ນວນ​ກໍ​ລະ​ນີ​ຕິດ​ເຊື້ອ​ໄວ​ຣັ​ສ​ທັງ​ໝົດ​ຂອງ​ປະ​ເທດນີ້ ​ເພີ້ມ​ຂຶ້ນ​ເປັນ​ປະ​ມານ 1,000 ຄົນ​ແລ້ວ​ ໃນ​ວັນ​ອັງ​ຄານມື້ນີ້ ພ້ອມ​ກັບ 10 ຄົນ​ໄດ້​ເສຍ​ຊີ​ວິດ.

​ທາງ​ການ​ຢູ່​ທີ່​ນັ້ນ ກໍ​ໄດ້​ເລື່ອນ​ການ​ເປີດ​ສົກ​ຮຽນ​ປະ​ຈຳ​ປີ​ອອກ​ໄປ ແລ້ວ​ໄດ້​ທຳ​ການຂ້າ​ເຊື້ອ​ພະ​ຍາດ​ຢູ່​ທີ່​ຫໍ​ປະ​ຊຸມ​ຕ່າງໆ​ຂອງ​ສະ​ພາ​ແຫ່ງ​ຊາດ ແລະ ໄດ້​ຮຽກ​ຮ້ອງໃຫ້ພວກ​ຄົນ​ທັງຫຼາຍ ຜູ້​ທີ່ຫາກມີ​ອາ​ການ​ເປັນ​ໄຂ້ ຫຼື ອາ​ການ​ທາງ​ລະ​ບົບ​ຫາຍ​ໃຈ ​ໃຫ້​ຢູ່​ພາຍ​ໃນ​ເຮືອນ. ບັນ​ດາ​ເຈົ້າ​ໜ້າ​ທີ່ ຍັງ​ໄດ້​ໂຈະ ການ​ເປີດ​ລະ​ດູ​ການແຂ່ງ​ຂັນ​ເຕະ​ບານ ຂອງ​ສະ​ຫະ​ພັນບານເຕະ​ບານ​ພາຍ​ໃນ​ປະ​ເທດ​ນຳ​ດ້ວຍ ແລະ​ໃນ​ວັນ​ອັງ​ຄານມື້ນີ້ ສະຫະ​ພັນ​ກິ​ລາ​ບານ​ບ້ວງອາ​ຊີບ ໄດ້​ກ່າວ​ວ່າ ​ເກມການ​ແຂ່ງ​ຂັນ​ທັງຫ​ນາຍ ຈ​ະ​ດຳ​ເນີນ​ໄປ​ໂດຍ​ປາ​ສະ​ຈາກ​ພວກ​ຜູ້​ເຂົ້າ​ຊົມ.

ປະ​ທາ​ນາ​ທິ​ບໍ​ດີເກົາຫຼີ​ໃຕ້ ທ່ານ​ມູນ​ ແຈ​-ອິນ ໄດ້​ເອີ້ນ​ສະ​ຖາ​ນະ​ການນີ້​ວ່າ “ຮ້​າຍ ​ແຮງ​ແທ້ໆ” ໃນ​ຂະ​ນະ​ທີ່​ທ່ານເດີນ​ທາງ​ໄປ​ຢ້ຽມ​ຢາມເມືອງ​ເດ​ກູ​ໃນ​ວັນ​ອັງຄານມື້ນີ້ ບ່ອນ​ທີ່​ກໍ​ລະ​ນີ​ການ​ຕິດ​ເຊື້ອ​ໄວ​ຣັ​ສສ່ວນ​ໃຫຍ່ຂອງ​ປະ​ເທດ ໄດ້​ເກີດ​ຂຶ້ນນັ້ນ. ທ່ານ​ມູນ ໄດ້​ປະ​ຕິຍ​ານ​ວ່າ ລັດ​ຖະ​ບານ ຈະ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຢ່າງ​ເຕັມ​ສ່ວນ ແລະ​ໄດ້​ກ່າວ​ຕື່ມ​ວ່າ ເກົາຫຼີ​ໃຕ້ ຈະ “ບັນ​ລຸ​ໄຊ​ຊະ​ນະ” ໃນ​ການ​ຕໍ່​ສູ້​ຕ້ານ​ໄວ​ຣັ​ສ​ນີ້.

​ເລ​ຂາ​ທິ​ການ​ໃຫຍ່ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ແອນ​ໂຕ​ນີ​ໂອ ກູ​ເຕ​ເຣັ​ສ ໄດ້​ຮຽກ​ຮ້ອງ​ຕໍ່​ບັ​ນ​ດາ​ລັດ​ຖະ​ບານ​ໃນ​ທົ່ວ​ໂລກ ຈົ່ງ​ໃຫ້​ເຮັດ “ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ຈຳ​ເປັນ.”

ທ່ານ​ກ່າວ​ອີກວ່າ “ປະ​ເທດ​ທັງ​ໝົດ ແລະດຽວນີ້ ເປັນ​ບັນ​ຫາ​ທີ່​ສົ່ງ​ຜົນ​ກະ​ທົບ​ຕໍ່ ຫຼາຍໆ​ປະ​ເທດ​ໃນ​ທົ່ວ​ໂລກ​ແລ້ວ ທຸກ​ປະ​ເທດ ຕ້ອງ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ເພື່ອ​ກຽມ​ພ້ອມ ແລະ​ທຸກ​ປະ​ເທດ ຕ້ອງ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ ໂດຍ​ເຄົາ​ລົບ​ນັບ​ຖື ຕາມ​ທຳ​ມະ​ດາ​ແລ້ວ ​ອີງ​ຫລັກ​ການ​ຂອງ​ການບໍ່​ຈຳ​ແນກ​ເຊື້ອ​ຊາດ​ຊົນ​ກີດ​ກັນ ປາ​ສະ​ຈາກ​ການດູ​ໝິ່ນ​ດູ​ຖູກ ແລະ​ໃຫ້​ເຄົາ​ລົບ​ນັບ​ຖື​ສິດ​ທິ​ມະ​ນຸດ ແຕ່​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ ທີ່​ປະ​ເທດ​ທັງຫຼາຍ ສາ​ມາດ​ເຮັດ​ໄດ້ ເພື່ອ​ຄວບ​ຄຸມ​ພະ​ຍາດນີ້.”

ຄະ​ນະ​ລັດ​ຖະ​ບານ​ທ່ານ​ທ​ຣຳ ໄດ້​ຂໍ​ຮ້ອງ​ໄປ​ຍັງ​ລັດ​ຖະ​ສະ​ພາ ໃນ​ວັນ​ຈັນ​ວານນີ້ ໂດຍ​ກ່າວ​ວ່າ ​ເງິນ​ຈຳ​ນວນ​ທີ່​ຮ້ອງ​ຂໍ​ນັ້ນ ຈະ​ນຳ​ໄປ​ໃຊ້​ໃນ​ການ​ພັດ​ທະ​ນາ​ຢາ​ວັກ​ຊີນ ແລະ​ເພື່ອ​ຊື້​ອຸ​ປະ​ກອນ​ຕ່າງໆ ສຳ​ລັບ​ການ​ປິ່ນ​ປົວ ແລະ ເຄື່ອງ​ປ້ອງ​ກັນ​ຕ່າງໆ.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG