ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ແລະເກົາຫຼີໃຕ້ ເປີດການເຈລະຈາ ດ້ານປ້ອງກັນປະເທດ


China South Korea
please wait
Embed

No media source currently available

0:00 0:00:34 0:00

ເຈົ້າໜ້າ​ທີ່​ປ້ອງ​ກັນ​ປະ​ເທດ​ຈາກ​ຈີນ ​ແລະ​ເກົາຫຼີ​ໃຕ້​ ພົບ​ປະກັນ
​ເປັນ​ເທື່ອ​ທຳ​ອິດ ນັບ​ແຕ່​ເກົາຫລີ​ເໜືອ ​ໄດ້​ທົດ​ລອງ​ ອາວຸດ​ນິວ
​ເຄລຍ​ເມື່ອ​ນຶ່ງອາທິດ​ກວ່າໆ​ຜ່ານ​ມາ. ​ບັນດາຜູ້ຕາງໜ້າຂອງ​ປະ
​ເທດ​ທັງ​ສອງພົບ​ປະກັນ​ທີ່​ກຸງ​ໂຊ​ລ​ໃນ​ວັນ​ສຸກ​ມື້ນີ້.

​ເກົາຫລີ​ໃຕ້​ແລະ​ຈີນ ຈັດ​ໃຫ້​ມີ​ການ​ພົບ​ປະ​ເກືອບ​ວ່າ​ປະຈຳ​ປີ​ຂຶ້ນ
ເພື່ອ​ປຶກສາ​ຫາລືກ່ຽວ​ກັບ​ຄວາມ​ໝັ້ນຄົງ​ໃນ​ແຫລມ​ເກົາຫລີ​.

ທ່ານ Yoon Soon-gu ​ອະທິບໍດີຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ
ຮັບຜິດຊອບໃນນະ​ໂຍບາຍ​ຕ່າງປະ​ເທດ​ຂອງເກົາຫລີ​ໃຕ້ພົບ​ປະ​
ກັບ​ທ່ານ Guan Youfei ອະທິບໍ ດີ​ຮັບຜິດຊອບ​ກິດຈະການ​ຕ່າງ
ປະ​ເທດຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນເພື່ອ​ຫາລື​ກ່ຽວ​ກັບ​ການ​ເອົາ​ມາດ​ຕະການ​ຕອບ​
ໂຕ້ ​ຕໍ່​ການ​ທົດ​ລອງ​ນິວ​ເຄລຍຂອງ​ເກົາຫລີ​ເໜືອ.

​ເກົາ​ຫລີ​ເໜືອ​ໄດ້​ຖືກນາໆ​ຊາດ​ໂຈມ​ຕີ​ຢ່າງ​ໜັກໃນ​ອັນ​ທີ່​ເກົາຫລີ​ເໜືອ​ເອີ້ນວ່າ​ການ​ທົດ​ລອງ​
ລະ​ເບີ​ດ​ໄຮ​ໂດຣ​ເຈັນ ທີ່​ປະສົບ​ກັບ​ຄວາມ​ສຳ​ເລັດ​ນັ້ນ.

​ໃນ​ມື້ວັນ​ພຸດ​ຜ່ານ​ມານີ້ ປະທານາທິບໍດີ​ເກົາ​ຫຼີ​ໃຕ້ ທ່ານ​ນາງ Park Geun-hye ຮຽກຮ້ອງ​
ໃຫ້​ຈີນ​ໃຊ້​ອິດ​ທິພົນ​ຂອງ​ຕົນ ເພື່ອ​ບັງຄັບ​ໃຫ້​ເກົາຫລີ​ເໜືອ​ຍຸຕິ​ໂຄງການ​ນິວ​ເຄລຍ.

ນອກ​ນັ້ນສະຫະລັດ​ຍັງ​ຕ້​ອງການ​ຢາກ​ໃຫ້​ຈີນ​ທຳການ​ກົດ​ດັນ​ເພີ້ມຂຶ້ນຕໍ່​ເກົາຫລີ​ເໜືອ​ເພື່ອ​
ໃຫ້​ຢຸດ​ເຊົາ​ໂຄງການ​ອາວຸດ​ນິວ​ເຄລຍ.

ຈີນ​ແມ່ນ​ພັນທະ​ມິດ​ທີ່​ສຳຄັນ​ສຸດ​ຂອງ​ເກົາ​ຫຼີ​ເໜືອ.​ ການ​ຄ້າ​ລະຫວ່າງ​ປະ​ເທດ​ທັງ​ສອງ​ມີມູນ​
ຄ່າ​ທັງ​ໝົ​ດ 6​ ພັນ 400 ລ້ານ​ໂດ​ລາໃນ​ປີ​ 2014.

ສະຫະລັດ​ກ່າວ​ວ່າ ຈີນ​ສາມາດ​ກົດ​ດັນ​ເກົາຫຼີ​ເໜືອໂດຍຫລຸດ​ການ​ໃຫ້​ຄວາມ​ຊ່ອຍ​ເຫຼືອ​ທາງ​ດ້ານ​ພະລັງງານ​ແກ່​ປະ​ເທດ​ດັ່ງກ່າວ​ແລະ​ຈຳກັດ​ຮັດ​ແຄບ​ໃນ​ເລື້ອງການຄ້​າ.

XS
SM
MD
LG