ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນສ້າງຕັ້ງເມືອງ ແລະຄ້າຍທະຫານໃໝ່ ໃນເຂດທະເລຈີນໃຕ້ (ວີດິໂອລາວ/ອັງກິດ)


ການ​ເຄຶ່ອນ​ໄຫວ​ຂອງ​ຈີນ​ເພື່ອ​ຕັ້ງ​ຄ້າຍ​ທະຫານ​ຂຶ້ນ ຢູ່​ໃນ​ເກາະ​ແຫ່ງ​ນຶ່ງ​ທີ່​ເປັນ​ຂໍ້​ຂັດ​ແຍ້​ງກັນ​ໃນ​ເຂດ​ທະ​ເລ​ຈີນ​ໃຕ້​ນັ້ນ ​ໄດ້​ກໍ່​ໃຫ້​ເກີດ​ມີ​ຄວາມ​ເປັນ​ຫ່ວງ​ຂຶ້ນມາວ່າ ອາດຈະ​​ມີ​ການ​ປະ​ເຊີນ​ໜ້າ ດ້ານ​ທະຫານ​ກັນ​ຂຶ້ນກໍ​ໄດ້ຢູ່​ໃນ​ເຂດ​ທີ່​ຈີນ ຫວຽດນາມ ມາ​ເລ​ເຊຍ ​ໃຕ້​ຫວັນ ບຣູ​ໄນ ​ແລະຟິລິບ​ປິນ ຕ່າງ​ກໍພາກັນຍາດ​ແຍ່ງ​ກັນ​ອ້າງ​ເອົາ​ກໍາມະ​ສິດ​ນັ້ນ. Scott Stearns ຜູ້​ສື່​ຂ່າວ​ວີ​ໂອ​ເອ ປະ​ຈໍາກະຊວງ​ຕ່າງປະ​ເທດສະຫະລັດ ​ມີລາ​ຍງານ​ກ່ຽວ​ກັບ ເລຶ່ອງນີ້ ຊຶ່ງ​ທອງ​ປານຈະ​ນໍາ​ມາສະ​ເໜີ​ທ່ານ.

ວີດີໂອພາສາລາວ:

ຈີນ​ໄດ້​ປະກາດ​ຕັ້ງເມືອງ​ໃໝ່​ ​ແລະ​ຄ້າຍ​ທະຫານໃໝ່ຂຶ້ນ ຢູ່​ເກາະ​ແຫ່ງ​ນຶ່ງ ​ທີ່ທັງຫວຽດນາມ​
ແລະໃຕ້​ຫວັນ ​ໄດ້​ອ້າງ​ເອົາ​ເປັນ​ກໍາມະ​ສິດ​ຂອງ​ຕົນ​ເຊັ່ນ​ກັນ​ນັ້ນ ທ່າມກາງ​ຄວາມ​ເຄ່ງ​ຕຶງ​ທີ່
ກໍາລັງ​ເພີ່ມ​ທະວີ​ຂຶ້ນ​ໄປ​ນັບ​ມື້ ກ່ຽວ​ກັບ​ສິດທິໃນການ​ຂົນ​ສົ່ງ​ແລະບໍ່​ແຮ່ ​ໃນ​ເຂດ​ທະ​ເລ​ຈີນ​ໃຕ້.

Xiao Jie ​ເປັນ​ເຈົ້າຄອງ​ກໍາ​ແພງ​ຄົນ​ທໍາ​ອິດ​ຂອງ​ເມືອງ​ໃໝ່ Sansha.

ທ່ານ ຊຽວ ຈີ ກ່າວ​ວ່າ: “ການ​ຕັ້ງ​ເມືອງ Sansha ຂຶ້ນນີ້​ ນັບ​ວ່າ​ເປັນ​ການ​ຕັດສິນ​ໃຈ​ທີ່​ສະຫຼາດ​ລອບ​ຄອບ​ແລ້ວ​ ໂດຍ​ຄະນະ​ກໍາມະການ​ສູນ​ກາງ​ພັກ​ຄອມ​ມີ​ວນີສຈີນ ​ເພື່ອ​ຄຸ້ມ​ຄອງ​ຄວາມ​ໝັ້ນຄົງ​ແລະ​ອະທິປະ​ໄຕ​ແຫ່ງ​ຊາດ ​ເພື່ອ​ສ້າງຄວາມ​ເຂັ້ມ​ແຂງໃຫ້​ແກ່ການ​ປົກ​ປັກ​ຮັກສາ​ຊັບພະຍາກອນ​ຕ່າງໆ​ ​ແລະ ຕະຫຼອດ​ທັງການ​ພັດທະນາ​ການໂດຍ​ລວມ ​ຢູ່​ໃນ​ຂົງ​ເຂດ​ທະ​ເລ​ຈີນ​ໃຕ້​ນັ້ນ.”

ປັກ​ກິ່ງ​ມີ​ແຜນການ​ທີ່​ຈະໃຊ້ເຂດປົກຄອງ​ເມືອງ​ໃໝ່ Sansha ​ແຫ່ງນີ້ ເປັນ​ຖານເພີ່ມ​ການ​ປະຕິບັດ​ການ​ລາດຕະ​ເວນ​ໃນ​ເຂດ​ນ່ານນໍ້າ​ ​ທີ່ທັງ​ຫວຽດນາມ​ແລະ​ຟິບິ​ບປິນ ຕ່າງກໍ​ໄດ້ອ້າງ​ເອົາ​ກໍາມະສິດນັ້ນ.

ຟິລິບ​ປິນປະຕິ​ເສດ​ບໍ່​ຍອມຮັບ​ຮູ້​ການ​ຕັ້ງ​ເມືອງ Sansha ດັ່ງກ່າວ.

ຜູ້​ແທນສະພາຟີ​ລິບ​ປິນ​ Walden Bello ເປັນຄົນ​ນຶ່ງ​ຢູ່​ໃນ​ຄະນະ​ກໍາມາ​ທິການກິດຈະການ​ຕ່າງປະ​ເທດ​ຂອງ​ສະພາ​ຕໍ່​າຟິລິ​ບປິນ.

ທ່ານ ​ເບ​ລ​ໂລ ກ່າວ​ວ່າ: “ນັ້ນ​ມັນ​ເປັນການ​ເຄຶ່ອນ​ໄຫວ​ ທີ່ເປັນ​ສ່ວນ​ນຶ່ງ ຂອງແຜນການ​ຍຶດຄອງ​ດິນ​ແດນ​ຂອງ​ຈີນ ​ແລະ​ເປັນ​ການ​ເຄຶ່ອນ​ໄຫວ​ທີ່​ບໍ່​ ຖືກຕ້ອງຕາ​ມກົດໝາຍລະຫວ່າງ
ປະ​ເທດ.”

ບັນດາ​ນັກວິ​ເຄາະ​ກ່າວ​ວ່າ ການ​ເດີນ​ໜ້າ​ສ້າງ​ຕັ້ງເມືອງ​ໃໝ່ Sansha ຂຶ້ນມາ​ນັ້ນ ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໝັ້ນ​ໃຈຂອງ​ຈີນ ​ໃນ​ການປະ​ເຊີນ​ໜ້າ​ກັບພວກ​ປະ​ເທດ​ເພື່ອນ​ບ້ານ.

​ສະ​ຖາ​ບັນ Cato (​ເຄ​ໂຕ) ທີ່​ມີ​ສໍານັກງານ​ຢູ່​ວໍ​ຊິງຕັນ​ດີ​ຊີ
​ສະ​ຖາ​ບັນ Cato (​ເຄ​ໂຕ) ທີ່​ມີ​ສໍານັກງານ​ຢູ່​ວໍ​ຊິງຕັນ​ດີ​ຊີ

Justin Logan ຜູ້​ອໍາ​ນວຍ​
ການດ້ານ​ການ​ສຶກສາ​ນະ​ໂຍ
ບ​າຍຕ່າງປະ​ເທດ ປະ​ຈໍາ​ສະ
​ຖາ​ບັນ Cato (​ເຄ​ໂຕ) ທີ່​ມີ​
ສໍານັກງານ​ຢູ່​ວໍ​ຊິງຕັນ​ດີ​ຊີ
ກ່າວ​ວ່າ ຄວາມ​ໝັ້ນໃຈ​ດັ່ງກ່າວ​
ຂອງ​ຈີນ​ນັ້ນ ​ອາດ​ນໍາ​ໃຊ້​ບໍ່​ຖືກ
​ຕ້ອງກັບ​ສະຖານ​ນະ​ການ.

ທ່ານ ຈັສຕິນ ​ໂລກັນ ກ່າວ​ວ່າ:
“ຂ້າພະ​ເຈົ້າຄິດ​ວ່າ​ ມັນ​ຈະມີ
ອັນຕະລາຍໄດ້​ ຈາກການ​
ຄໍານວນຫຼື​ຄາດ​ການ​ທີ່​ຜິດພາດ ຄື​ຈາ​ກການ​ທີ່ຈີນ​ຈະ​ກະທໍາ​ເລີຍ​ເຖີດໄປ ຫລື​ຈາກ​ການທີ່
ປະ​ເທດ​ນຶ່ງ ລໍ້າເກີນເສ້ນ ຫລື​ຂີດ​ຈໍາກັດ​ຂອງ ອີກ​ປະ​ເທດ​ນຶ່ງ​ໄປ ໂດຍ​ບໍ່​ຮູ້ສຶກຕົວ.”

ບັນດານັກວິ​ເຄາະ​ກ່າວ​ວ່າ ຈີນ​ໄດ້ຕ້ານ​ຢັນ​ການ​ປະ​ທ້ວງ​ຂອງ​ຟິລິບ​ປິນ​ແລະ​ຫວຽດນາມ ​ໂດຍ
​ການ​ໃຊ້​ກໍາປູ​ເຈຍ ​ເພື່ອແບ່ງ​ແຍກ​ສະມາຄົມປະຊາ​ຊາດເອເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ຫລື ​ອາ​ຊ່ຽນ.

Justin Logan ກ່າວ​ອີກ​ວ່າ ຈີນ​ອາດ​ກະທໍາ​ເລີຍ​ເຖີດ​ໄປ​ ດ້ວຍ​ການ​ຕັ້ງຄ້າຍທະຫານ​ປະ​ຈໍາ​
ການຢູ່​ເມືອງ​ໃໝ່ Sansha ນັ້ນ ​ເພາະ​ວ່າການ​ມີ​ກໍາລັງ​ທະຫານ​ປະ​ຈໍາ​ການ​ຢູ່​ພາກ​ພື້ນ​ດິນ​ນັ້ນ ມັນ​ຍາກ​ທີ່​ຈະ​ອະທິບາຍ​ໃຫ້​ຜູ້​ອື່ນ ​ເຂົ້າ​ໃຈ​ໄປ​ຢ່າງ​ອື່ນໄດ້.

ແຜນທີ່ເຂດທະເລຈີນໃຕ້ທີ່ມີຂໍ້ຂັດແຍ່ງກັນຢູ່ນັ້ນ
ແຜນທີ່ເຂດທະເລຈີນໃຕ້ທີ່ມີຂໍ້ຂັດແຍ່ງກັນຢູ່ນັ້ນ

ທ່ານ ​ໂລກັນ ກ່າວ​ອີກ​ວ່າ: “ມີ​ບາງປະ​ເທດ​ ​
ແນ່ນອນ​ວ່າ ກໍາປູເຈຍ ​ແລະ​ປະ​ເທດ​ອື່ນໆ​
ໃນ​ຂົງ​ເຂດແລະ​ຢູ່​ໃນອາ​ຊ່ຽນ​ເອງ ທີ່​ຜ່ານ​ມາ
​ໄດ້​ມີ​ຄວາມ​ເຕັມ​ໃຈ ບໍ່​ຫລາຍ​ກໍ​ໜ້ອຍ ທີ່​ຈະ
ໃຫ້ການ​ສະໜັບສະໜຸນ​ຈີນໃນ​ເລື້ອງ​ເຂດ​
ທະ​ເລ​ຈີນ​ໃຕ້​ນັ້ນ ດ້ວຍ​ເຫດຜົນ​ທີ່​ແຕກ​ຕ່າງ
​ກັນຫຼາຍ​ປະການ ​ແລະ​ຂ້າພະ​ເຈົ້າຄິດ​ວ່າ
ການ​ເຄື່ອນ​ໄຫວ​ຂອງ​ຈີນ​ໃນ​ຄັ້ງນີ້​ ​ແທ້ໆ​
ແລ້ວອາດ​ສາມາດ​ກົດ​ດັນໃຫ້ພວກ​ປະເທດ​ເຫຼົ່າ​ນີ້ ເວົ້າອອກ​ມາວ່າ ພວກ​ເຮົາ​ບໍ່​ສາມາດສະໜັບ
ສະໜຸນ​ທ່ານໄດ້ດອກ​ໃນ​ເລື້ອງນີ້. ບາງທີ​ ພວກ​ເຮົາຈະ​ພຽງ​ແຕ່​ຢູ່​ເສີຍໆ​ແລະ​ບໍ່ຂໍ​ອອກ​ຄໍາ​ຖະ
ແຫລງ​ໃດໆ.”

ໂຄສົກ​ກະຊວງ​ຕ່າງປະ​ເທດ​ສະຫະລັດ ທ່ານ​ນາງ Victoria Noland ​ ​ກ່າວວ່າ ບັນຫາ​ຂັດ​
ແຍ້​ງກັນ​ນີ້ ​ຈະແກ້​ໄຂ​ກັນ​ໂດຍ​ໃຊ້​ກໍາລັງ​ນັ້ນແມ່ນ​ບໍ່​ໄດ້.

ທ່ານ​ນາງ​ໂນ​ລັນ ກ່າວ​ວ່າ: “ພວກ​ເຮົາ​ກໍ​ຍັງ​ຄົງ​ເປັນ​ຫ່ວງວ່າ ຖ້າ​ຫາກ​ວ່າ​ມີ​ການ​ເຄຶ່ອນ​ໄຫວ​
ແບບ​ຝ່າຍ​ດຽວ​ໃດໆ​ເກີດ​ຂຶ້ນ​ແບບ​ນີ້ ກໍ​ເທົ່າ​ກັບ​ວ່າ​ເປັນການ ຕັດສິນ​ລ່ວງ​ໜ້າ​ເອົາ​ເອງ ຕໍ່​ບັນຫາ​ທີ່​ພວກ​ເຮົາ​ໄດ້​ເວົ້າ​ໄປ​ຊໍ້າ​ແລ້ວ​ຊໍ້າ​ອີກ ວ່າ ບັນຫາ​ນີ້​ຈະ​ແກ້​ໄຂ​ໄດ້​ ກໍໂດຍ​ການ​ເຈລະຈາ​ກັນ ​ໂດຍ​ການ​ໂອ້​ລົມ​ສົນທະ​ນາ​ກັນ ​ແລະ​ໂດຍ​ການ​ດໍາ​ເນີນ​ການ​ທາງ​ການ​ທູດ​ຮ່ວມ​ກັນ​ ໃນ​ລະຫວ່າງປະ​ເທດ​ທັງ​ໝົດ​ ທີ່ອ້າງເອົາ​ກໍາ​ມະ​ສິດ​ ​ເທົ່າ​ນັ້ນ.”

​ເຖິງ​ແມ່ນ​ສະຫະລັດ​ບໍ່​ມີ​ສ່ວນ​ອ້າງ​ເອົາ​ກໍາມະສິດ​ໃນ​ເຂດ​ນ່ານນໍ້າ​ ເຫຼົ່າ​ນີ້​ນໍາ​ກໍ ຕາມ ​ແຕ່​ລັດຖະບານ​ໂອ​ບາ​ມາກໍກ່າວ​ວ່າ ບໍ່​ມີ​ປະ​ເທດ​ໃດດອກ​ທີ່​ຈະ​ບໍ່​ອົດ​ເປັນ​ຫ່ວງ ນໍາ​ການ​ເພີ່ມ​ທະວີ​ຫລາຍຂຶ້ນ​ໄປ​ນັບ​ມື້ ​ໃນຄວາມ​ເຄ່ງ​ຕຶງແລະ​ການ​ປະ​ທະ​ຄາລົມ​ກັນ​ ກ່ຽວກັບ​ຂົງ​ເຂດ​ທະ​ເລ​ຈີນ​ໃຕ້ນັ້ນ.

ບິ່ງວີດິໂອເລື້ອງນີ້ເປັນພາສາອັງກິດ

XS
SM
MD
LG