ຈີນຮັບຊາບວ່າ ເຈົ້າໜ້າທີ່ລັດຖະບານບາງທ່ານ ແມ່ນພະຍາຍາມ
ທີ່ຈະລີກລ່ຽງການປາບປາມໃນການຢູ່ກິນແບບຟູມເຟືອຍ
ໂດຍພາກັນຈັດພາຕີ້ແບບລັບໆຂຶ້ນຢູ່ໃນຫ້ອງອົບອາຍ ນໍ້າ ແລະກໍ
ເຊື່ອງເຫຼົ້າໄວ້ໃນແກ້ວນໍ້າປລາສຕິກ.
ໜັງສືພິມປະຊາຊົນລາຍວັນຂອງທາງການຈີນ ໄດ້ລົງພິມ
ບົດວິຈານ ໃນໜ້າທຳອິດ ໃນວັນພຸດວານນີ້ ທີ່ໄດ້ຕັກເຕືອນເຈົ້າ
ໜ້າທີ່ບໍ່ໃຫ້ມີສ່ວນພົວພັນກັບຊີວິດການເປັນຢູ່ແບບຟູມເຟືອຍ
“ໃຕ້ດິນ” ໂດຍໄດ້ຮັບການຄໍ້າຈຸນຈາກເງິນຂອງຫຼວງ.
ບົດຂຽນດັ່ງກ່າວ ໄດ້ລົງພິມ ໂດຍຜູ້ຂຽນທີ່ມີຊື່ວ່າ He Yong
ຊຶ່ງເປັນຊື່ດຽວກັນກັບເຈົ້າໜ້າທີ່ຂັ້ນສູງຕໍ່ຕ້ານກັບການສໍ້ລາດບັງຫຼວງຂອງຈີນ. ເປັນເລື່ອງ
ບັງເອີນທີ່ບົດຂຽນດັ່ງກ່າວ ໄດ້ພິມເຜີຍແຜ່ໃນມື້ດຽວກັນ ກັບວັນພັກເນື່ອງໃນໂອກາດວັນ
ແຮງງານສາກົນ ຫຼື “May Day”ຊຶ່ງຊາວຈີນສ່ວນໃຫຍ່ແລ້ວແມ່ນພາກັນສະຫຼອງວັນ
ດັ່ງກ່າວດ້ວຍງານລ້ຽງຕ່າງໆ.
ໜັງມືພິມດັ່ງກ່າວເວົ້າວ່າ ຄວາມບໍ່ພໍໃຈຂອງປະຊາຊົນໄດ້ເພີ່ມທະວີຂຶ້ນ ຕໍ່ລາຍງານກ່ຽວກັບ
ເຈົ້າໜ້າທີ່ລັດຖະບານຈີນ ໄດ້ຈັດງານພາຕີ້ຂຶ້ນຢູ່ທີ່ຫ້ອງອົບອາຍນໍ້າຕາມເຮືອນໃນເຂດ
ທົ່ງໄຮ່ທົ່ງນາ ໂດຍເຊື່ອງເຫຼົ້າລາຄາແພງໆໄວ້ໃນແກ້ວນໍ້າ ແລະຈັດງານລ້ຽງຂຶ້ນ ເພື່ອປິດບັງ
ການກະທຳຂອງພວກເຂົາເຈົ້າ ບໍ່ໃຫ້ຜູ້ຄົນຮູ້ຜູ້ນໍາພັກຄອມມູນີສຄົນໃໝ່ຂອງຈີນ ທີ່ໄດ້ເຂົ້າ
ຮັບຕໍາແໜ່ງໃນປີກາຍນີ້ ໄດ້ປະກາດວ່າ ຈະຫຼຸດຜ່ອນການຢູ່ກິນແບບຟູມເຟືອຍຂອງບັນດາ
ເຈົ້າໜ້າ ແລະຊຸກຍູ້ສົ່ງເສີມການຢູ່ກິນແບບປະຢັດມັດທະຍັດ ເພື່ອພະຍາຍາມຫາທາງ
ຄວາມຄຸມຄວາມໂກດແຄ້ນຂອງປະຊາຊົນພາຍໃນປະເທດກ່ຽວກັບການສໍ້ລາດບັງຫຼວງ.