ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ແລະ ໝູ່ເກາະໂຊໂລມອນ ເຊັນຂໍ້ຕົກລົງການຮ່ວມມືດ້ານຕໍາຫຼວດ


ແຟ້ມຮູບ- ກໍາປັ່ນ ຈອດທຽບທ່າຢູ່ໃກ້ກັບນະຄອນຫຼວງໂຮເນຍຣາ, ນະຄອນຫຼວງຂອງໝູ່ເກາະໂຊໂລມອນ, ວັນທີ 24 ພະຈິກ 2018. ສະຫະລັດ ເປີດສະຖານທູດຄືນໃໝ່ໃນປະເທດໝູ່ເກາະໂຊໂລມອນ ໃນວັນພຸດນີ້ , ເຊິ່ງເປັນການເຄື່ອນໄຫວຫຼ້າສຸດ ເພື່ອຕໍ່ຕ້ານການເຂົ້າມາໃນຂົງເຂດປາຊີຟິກ ຂອງ ຈີນ.
ແຟ້ມຮູບ- ກໍາປັ່ນ ຈອດທຽບທ່າຢູ່ໃກ້ກັບນະຄອນຫຼວງໂຮເນຍຣາ, ນະຄອນຫຼວງຂອງໝູ່ເກາະໂຊໂລມອນ, ວັນທີ 24 ພະຈິກ 2018. ສະຫະລັດ ເປີດສະຖານທູດຄືນໃໝ່ໃນປະເທດໝູ່ເກາະໂຊໂລມອນ ໃນວັນພຸດນີ້ , ເຊິ່ງເປັນການເຄື່ອນໄຫວຫຼ້າສຸດ ເພື່ອຕໍ່ຕ້ານການເຂົ້າມາໃນຂົງເຂດປາຊີຟິກ ຂອງ ຈີນ.

ຈີນ ແລະ ປະເທດໝູ່ເກາະໂຊໂລມອນ ໄດ້ເຊັນຂໍ້ຕົກລົງການຮ່ວມມື ດ້ານຕໍາຫຼວດໃນວັນຈັນມື້ນີ້, ເປັນການສະແດງອອກເຖິງການພົວພັນພາຄີສອງຝ່າຍ 4 ປີທີ່ເລິກເຊິ່ງຂອງພວກເຂົາ ລຸນຫຼັງທີ່ປະເທດເກາະປາຊີຟິກແຫ່ງນີ້ ຕັດຂາດສາຍພົວພັນຂອງພວກເຂົາເຈົ້າກັບໄຕ້ຫວັນ ແລະສ້າງສາຍສໍາພັນທີ່ເປັນທາງການກັບປັກກິ່ງ, ອີງຕາມລາຍງານຂອງອົງການຂ່າວ AFP.

“​ແຜນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ” ກ່ຽວກັບວຽກງານຕໍາຫຼວດ ມີຜົນບັງຄັບໃຊ້ໄປຈົນເຖິງປີ 2025, ເປັນນຶ່ງໃນ 9 ເອກະສານທີ່ໄດ້ເຊັນລົງນາມໃນວັນຈັນມື້ນີ້ ຫຼັງຈາກມີການເຈລະຈາຫາລື ລະຫວ່າງການໄປຢ້ຽມຢາມຂອງນາຍົກລັດຖະມົນຕີ ມານາສເຊ ໂຊກາແວ (Manasseh Sogavare) ແລະນາຍົກລັດຖະມົນຕີຂອງຈີນ ທ່ານລີ ​ຈຽງ ຢູ່ທີ່ຫໍ​ສາ​ລາ​ໃຫຍ່ປະ​ຊາ​ຊົນ ໃນນະຄອນຫຼວງປັກກິ່ງ.

ທ່ານລີ ກ່າວວ່າ ການພັດທະນາສາຍພົວພັນຂອງ ຈີນ ແລະ ໝູ່ເກາະໂຊໂລມອນ ໃນຊ່ວງໄລຍະ 4 ປີທີ່ຜ່ານມາແມ່ນ “ເກີດໝາກຜົນທີ່ດີຫຼາຍ.”

ການຕັດສິນໃຈຂອງໂຊໂລມອນ ເພື່ອຫັນປ່ຽນການຮັບຮອງທາງການທູດຂອງພວກເຂົາເຈົ້າໄປຫາປັກກິ່ງ ເປັນ “ທາງເລືອກທີ່ຖືກຕ້ອງ ແລະສອດຄ່ອງກັບແນວທາງຂອງເວລາ,” ທ່ານກ່າວເພີ້ມເຕີມ.

ທ່ານໂຊໂກເວ ກ່າວຕອບ ທ່ານລີ ວ່າ ປະເທດຂອງທ່ານ “ໄດ້ຮຽນຮູ້ຫຼາຍໆສິ່ງຈາກປະສົບການ ການພັດທະນາຂອງ ຈີນ.”

ອ່ານຂ່າວນີ້ເພີ້ມເຕີມເປັນພາສາອັງກິດ

XS
SM
MD
LG