ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຮອງນາຍົກຈີນ ຈະໄປຢ້ຽມຢາມ ເກົາຫລີເໜືອ ແລະເກົາຫລີໃຕ້


ທ່ານເຫວິ້ນເຈບບາວ ນາຍົກລັດຖະມົນຕີຈີນ.
ທ່ານເຫວິ້ນເຈບບາວ ນາຍົກລັດຖະມົນຕີຈີນ.
















ພວກເຈົ້າໜ້າທີ່ຈີນກ່າວວ່າ ຮອງນາຍົກລັດຖະມົນຕີຈີນ ທ່ານ Li Keqiang ຈະໄປ
ຢ້ຽມຢາມເກົາຫລີເໜືອແລະເກົາຫລີໃຕ້ໃນອາທິດໜ້ານີ້.

ອົງການຂ່າວ KCNA ທາງການຂອງເກົາຫລີເໜືອເວົ້າວ່າ ທ່ານ ຫລີ ຈະເດີນທາງ
ມາເຖິງພຽງຢາງໃນວັນອາທິດ ສໍາລັບການຢ້ຽມຢາມເປັນເວລາ 3 ມື້.ອົງການຂ່າວ
ຂອງເກົາຫຼີເໜືອບໍ່ໄດ້ໃຫ້ລາຍລະອຽດໃດໆກ່ຽວກັບຫົວຂໍ້ຂອງການສົນທະນາຫາ
ລືໃນການຢ້ຽມຢາມຄັ້ງນີ້ສໍາລັບທ່ານຫລີ ຜູ້ທີ່ຄາດຫວັງຢ່າງກວ້າງຂວາງວ່າ ຈະເປັນ
ຜູ້ສືບຕໍາແໜ່ງແທນນາຍົກລັດ ຖະມົນຕີເຫວິນ ເຈ້ຍບາວ ຫລັງຈາກກອງປະຊຸມໃຫຍ່
ຂອງພັກຄອມມູນິສ ທີ່ກໍາລັງປົກຄອງປະເທດໃນປີໜ້ານີ້.

ສ່ວນທີ່ນະຄອນຫລວງໂຊລໃນຂະນະດຽວກັນກະຊວງຕ່າງປະເທດຂອງເກົາຫຼີໃຕ້
ກ່າວວ່າທ່ານຫລີຈະເດີນທາງມາເຖິງເກົາຫລີໃຕ້ວັນທີ 26ເດືອນຕຸລານີ້ ສໍາລັບການ
ຢ້ຽມຢາມສອງວັນ ຊຶ່ງຈະເປັນການຢ້ຽມຢາມເກົາຫລີໃຕ້ເທື່ອທໍາອິດຂອງທ່ານນັບ
ຕັ້ງແຕ່ເຂົ້າດໍາລົງຕໍາແໜ່ງໃນປີ 2008 ເປັນຕົ້ນມາ.

ການຢ້ຽມຢາມຄັ້ງນີ້ມີຂຶ້ນຖ່າມກາງທີ່ມີການແລກປ່ຽນທາງດ້ານການທູດເພີ່ມໃນຂະ
ນະທີ່ພວກປະເທດມະຫາອໍານາດສໍາຄັນແຫ່ງພາກພື້ນປາຊິຟິກປຶກສາຫາລືເຖິງເງື່ອນ
ໄຂຕ່າງໆສໍາລັບການຮື້ຟື້ນການເຈລະຈາ 6 ຝ່າຍຄືນໃໝ່ກ່ຽວກັບໂຄງການອາວຸດນີວ
ເຄລຍຂອງເກົາຫລີເໜືອນັ້ນ.

XS
SM
MD
LG