ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອິນເທີເນັທ ມີບົດບາດສໍາຄັນ ຫລາຍຂຶ້ນນັບມື້ ຢູ່ໃນຈີນ (ເບິ່ງວີດີໂອລາວ-ອັງກິດ)


ຊາວຈີນທໍາການປະທ້ງທີ່ເມືອງດາລຽນ ເມື່ອເດືອນສິງຫາຜ່ານມາ ທວງໃຫ້ອັດໂຮງງານເຄມີນໍ້າມັນແຫ່ງນຶ່ງ ທີ່ເປັນໄພຕໍ່ສຸຂະພາບ.
ຊາວຈີນທໍາການປະທ້ງທີ່ເມືອງດາລຽນ ເມື່ອເດືອນສິງຫາຜ່ານມາ ທວງໃຫ້ອັດໂຮງງານເຄມີນໍ້າມັນແຫ່ງນຶ່ງ ທີ່ເປັນໄພຕໍ່ສຸຂະພາບ.

ປັດຈຸບັນ​ນີ້ ປະ​ເທດຈີນ​​ແມ່ນມີ​ຄົນ​​ຊົມໃຊ້ອິນ​ເທີ​ເນັທ ​ຫລາຍ​​ກວ່າ​​​​ປະ​ເທດ​ອື່ນໆໃນ​ໂລກ ​ເຖິງແມ່ນ​ລັດຖະບານ​ຈະຕິດຕາມ​ຄວບ​ຄຸມ​ເວ​ບ​ໄຊ້ທ໌ຢ່າງເຄັ່ງ​ຄັດກໍ​ຕາມ ​ໃນ​ຂະນະ​ທີ່​ຈີນ​ສະເຫລີ​ມສະຫລອງ​​ວັນຊາດ​ຂອງ​ຕົນ ​ເມື່ອວັນ​ທີ 1 ​ຕຸລາ ຜ່ານ​ມານີ້. ຜູ້​ສື່​ຂ່າວ​ວີ​ໂອເອ William Ide ພິຈາລະນາເບິ່ງຄວາມ​ກົດ​ດັນ ​ທີ່​ພວມປະ​ເຊີນ​ໜ້າປະ​ເທດ​ຈີນແລະ​ພວກຜູ້ ​ນໍາ​ຈີນ​ຫລາຍຂຶ້ນເລື້ອຍໆນັ້ນ ດັ່ງດາຣາມີ​ລາຍ​ລະອຽດ ມາສະ​ເໜີ​ທ່ານ​.

ເບິ່ງວີດີໂອ ພາສາລາວ:

ວີ​ດີ​ໂອແລະພາບ​ເຫລົ່າ​ນີ້ ຄື​ຕົວຢ່າງ​ທີ່​ສື່ທາງສັງຄົມ​ສົ່ງ​ຜົນ​ກະທົບແນວ​ໃດ​ ຢູ່​ໃນ​ປະ​ເທດ
ຈີນ ຄື​ທັງ​ໃນ​ດ້ານ​ການຊ່ວຍປຸກ​ລະດົມ​ມວນ​ຊົນ ​ແລະ​ອອກປາກ​ອອກສຽງ​ສະ​ແດງຄວາມ​
ທໍ້​ແທ້​ໃຈ.

ໃນ​ກາງ​ເດືອນ​ສິງຫາ​ຜ່ານ​ມາ ປະຊາຊົນ​ຫລາຍ​ພັນ​ຄົນ​ພາກັນໄປ​ໂຮມ​ຊຸມນຸມກັນ​ທີ່​ເມືອງ
Dalian ​ທາງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ຈີນ ທວງ​ໃຫ້​ປິດ​ໂຮງງານ​ເຄມີ​ແຫ່ງ​ນຶ່ງ
ຍ້ອນຄວາມ​ເປັນ​ຫ່ວງ​ດ້ານ​ຄວາມ​ປອດ​ໄພຕໍ່ສຸຂະ ພາບ.

ຮູບ​ພາບແລະ​ຮູບ​ວີ​ດີ​ໂອ​ບາງ​ຮູບ ເຊ່ນຮູບ​ເຈົ້າໜ້າ​ທີ່​ພັກ​ຄອມ​ມີ​ວນີສຈີນຄົນ​ນີ້ ຖະ​ແຫລງ
ຕໍ່ຝຸງ​ຊົນທີ່​ທໍາ​ການປະ​ທ້ວງ ​ໄດ້​ຖືກ​ລືບອອກ​ຈາກ​ເວັ​ບ​ໄຊ້ຕ່າງໆ​ຂອງຈີນຢ່າງໄວ ​ແຕ່​ລັດ
ຖະບານ​ກໍ​ໄດ້​ຕົກລົງ ​ທີ່​ຈະ​ປິດ​ໂຮງງານ​ເຄມີ​ດັ່ງກ່າວ ​ແລະ​ຍ້າຍ​ໄປ​ຕັ້ງ​ຢູ່​ບ່ອນ​ໃໝ່.

ທ່ານ Liu Xiaopeng ນັກ​ເສດຖະສາດ​ແລະ​ນັກວິ​ເຄາະ​ຂ່າວຊາວ​ຈີນ ກ່າວ​ວ່າ ວິທີ​ປະຕິ
ບັດ​ອັນ​ເກົ່າ​ແກ່​ດັ້ງ​ເດີມ​ຢູ່​ໃນ​ຈີ​ນນັ້ນ ກໍາລັງຈະ​ມາ​ເຖິງ​ຈຸດ​ຈົບແລ້ວ ​ແລະ​ກ່າວ​ຕໍ່​ໄປ​ວ່າ:

“ສື່​ມວນ​ຊົນ​ແບບ​ໃໝ່​ນັ້ນ​ແມ່ນ​ມີ​ພະລັງ​ອໍານາດ​ຫລາຍ ຄື​ບໍ່​ມີ​ໃຜສາມາດ​ຈະ​ຢຸດ
ມັນ​ ບໍ່​ໃຫ້​ມີ​ບົດບາດໃນ​ຂັ້ນ​ຕອນທາງ​ການ​ເມືອງ ​ຢູ່​ໃນຈີນ​ ຕໍ່​ໄປ​ອີກແລ້ວ.”

ອຸບັດເຫດລົດໄຟຄວາມໄວສູງແລ່ນຕໍາ ກົ້ນກັນ ທີ່ເມືອງເວິ້ນໂຈ ໃນແຂວງເຊ ຈຽງ ທາງພາກຕາເວັນອອກຂອງຈີນ ເມື່ອວັນທີ 24 ກໍລະກົດ 2011.
ອຸບັດເຫດລົດໄຟຄວາມໄວສູງແລ່ນຕໍາ ກົ້ນກັນ ທີ່ເມືອງເວິ້ນໂຈ ໃນແຂວງເຊ ຈຽງ ທາງພາກຕາເວັນອອກຂອງຈີນ ເມື່ອວັນທີ 24 ກໍລະກົດ 2011.

ເຫດການ​ຫລັງ​ຈາກ​ອຸບັດ​ເຫດ​ຂະ​ບວນລົດ​ໄຟ
ຄວາມ​ໄວ​ສູງ​ຕໍາ​ກັນ ​ຈົນ​ມີຄົນ​ບາດ​ເຈັບ​ລົ້ມ
ຕາຍໃນ​ເດືອນ​ກໍລະກົດ​ຜ່ານ​ມາ​ນັ້ນ ກໍ​ໄດ້​
ເນັ້ນ​ຍໍ້າ​ເຖິງ​ພະລັງ​ອໍານາດ​ຂອງ​ສື່​ທາງສັງຄົມ
ຂອງ​ຈີນ. ມີຄົນ​ພາກັນ​ເຂົ້າ​ໄປສະ​ແດງ​ຄວາມ
ເຫັນໂຈມ​ຕີ​ລັດຖະບານຢ່າງ​ຫລວງຫລາຍ
ຢູ່​ເວັບໄຊ້ Weibo ທີ່ຄ້າຍ​ຄື​ກັບ​ເວັ​ບໄຊ້ສັງ
ຄົມ Twitter ນັ້ນ. ທ່ານ Chen Kuide
ທີ່​ປະ​ຈໍາ​ຢູ່​ໂຄງການ​ລິ​ເລີ່​ມກ່ຽວ​ກັບ​ຈີນ​
ຂອງ​ມະຫາ​ວິ​ທະ​ຍາ​ໄລປຣິນສະ​ຕັນ ຫລື
Princeton China Initiative ກ່າວ​ວ່າ:

“ລັດຖະບານຈີນໄດ້ເຫັນບົດບາດ​ອັນ​
ໃຫຍ່​ໂຕ​ຂອງເວ​ບໄຊ້ Weibo ລຸນ​
ຫລັງ​ທີ່​ເກີດອຸບັດເຫດ​ລົດ​ໄຟ​ຄວາມ​
ໄວ​ສູງ​ຕໍາ​ກັນ​ ເມື່ອ​ວັນ​ທີ່ 23 ​ເດືອນ
ກໍລະກົດ​ຜ່ານ​ມານັ້ນ. ໄດ້​ມີ​ການນໍາເອົາຂໍ້​ມູນ​ຕ່າງໆອອກ​ມາເຜີ​ຍ​ແຜ່​ຢູ່​ໜ້າເວັບ​
ໄຊ້ Weibo ຢ່າງ​ວ່ອງ​ໄວຫລາຍ ຈົນ​ມັນ​ກາຍ​ມາ​ເປັນ​ສິ່ງທ້າ​ທາຍ​ອັນ​ໃຫຍ່​
ຫລວງ​ຕໍ່ລັດຖະບານ​.”

ນັບແຕ່​ນັ້ນ​ມາ​ ກໍ​ປາກົດ​ວ່າໄດ້ມີ​ການ​ໂອ້​ລົມ​ກັນຢູ່​ໃນ​ວົງ​ການ​ລັດຖະບານ​ກ່ຽວ​ກັບ​ການ
ຄວບ​ຄຸມເວັ​ບ​ໄຊ້ Weibo ຢ່າງ​ເຄ່ງ​ຄັດຂຶ້ນ ​ແຕ່​ພວກ​ນັກວິ​ເຄາະຂ່າວຍັງ​ສົງ​ໃສ​ວ່າ ລັດ
ຖະບານ​ຈີນ​ຈະ​ໄປ​ໄດ້​ໄກ​ຫລາຍ​ປານ​ໃດ ​ໂດຍ​ທີ່​ບໍ່​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່ເສດຖະກິດ
ແລະ​ຊື່​ສຽງ​ໃນ​ລະຫວ່າງ​ຊາດ​ຂອງ​ຈີນ.

ປັດຈຸບັນ​ນີ້ ຈີນ​ແມ່ນຂັດ​ຂວາງ​ປະຊາຊົນຂອງ​ຕົນ​ ​ບໍ່​ໃຫ້​ເຂົ້າເບິ່ງ​ຫລື​ອ່ານ ພວກເວັ​ບ​ໄຊ້
ຕ່າງປະ​ເທດ ​ເຊັ່ນ​ເວັ​ບ​ໄຊ້ສັງຄົມ ​ເຟສບຸກ ​ແລະ ຢູທູບ ​ແລະ​ຫົວ​ຂໍ້​ອື່ນໆ​ທີ່​ລັດຖະບານ
ເຫັນ​ວ່າ​ເປັນ​ເລື່ອ​ງທີ່​ຫລໍ່​ແຫລມ​ນັ້ນ.

ແຕ່​ແນວ​ໃດ​ກໍ​ຕາມ ຂະນະ​ດຽວ​ກັນ ພວກ​ຜູ້​ນໍ​າ​ຈີນກໍກໍາລັງ ​ພະຍາຍາມຈະ​ເອົາ​ທ່າ​ທີ
ສະໜອງ​ຕອບ​ຫລາຍ​ຂຶ້ນ ຕໍ່​ຄໍາ​ຮ້ອງທຸກ​ຂອງ​ປະຊາຊົນ ​ເຊ່ນໃນ​ຕົ້ນ​ປີ​ນີ້ ທ່ານ ​ເຫ​ວິນ
ເຈ້ຍ​ບາ​ວ ນາຍົກລັດຖະມົນຕີຈີນ ​ໄດ້​ພົບ​ປະ​ກັບພວກ​ຮ້ອງ​ຮຽນ​ຫລາຍໆ​ຄົນ ​ໃນນະ
ຄອນຫລວງ​ປັກ​ກິ່ງ.

ພວກຊາວໜຸ່ມຈີນ ພາກັນໄປໃຊ້ອິນເທີ ເນັທ ຢູ່ຮ້ານບໍລິການອິນເຕີເນັທ ຫລື ອິນເທີເນັທກາເຟແຫ່ງນຶ່ງ ໃນນະຄອນ ຫລວງປັກກິ່ງ, ເດືອນສິງຫາ 2011.
ພວກຊາວໜຸ່ມຈີນ ພາກັນໄປໃຊ້ອິນເທີ ເນັທ ຢູ່ຮ້ານບໍລິການອິນເຕີເນັທ ຫລື ອິນເທີເນັທກາເຟແຫ່ງນຶ່ງ ໃນນະຄອນ ຫລວງປັກກິ່ງ, ເດືອນສິງຫາ 2011.

ແລະ​ເວລາເກີດ​ອຸບັດ​ເຫດ​ລົດ​ໄຟ​ອີກ​ບັ້ນ​ນຶ່ງ​ທີ່ນະຄອນ​ຊຽງ​ໄຮ້ ​ເມື່ອ​ໝໍ່ໆມາ​ນີ້ ກໍ​ປາກົດ​
ວ່າ ​ມີ​ການ​ສະໜອງ​ຂໍ້​ມູນ​ຫລື​ຂ່າວ​ຄືບ​ໜ້າ​ກ່ຽວ​ກັບ​ອຸບັດ​ເຫດ​ນັ້ນ ເປັນປະ​ຈໍາ​ ​ໃນ​ໜ້າ
ສະ​ແດງ​ຄວາມ​ເຫັນ​ຫລື microblog ຂອງ​ພະ​ແນ​ກລົດ​ໄຟ​ຂອງຊຽງ​ໄຮ້.

ນັກ​ເສດຖະສາດ Liu Xiaopeng ກ່າວ​
ວ່າ ຄວາມ​ເຄັ່ງ​ຕຶງ​ຕ່າງໆ​ທີ່​ສະ​ແດງ​ອອກ
ໃຫ້​ເຫັນ ຢູ່ໃນ​ທ້ອງ​ຖິ່ນແລະ​ທາງອິນ​ເທີ
ເນັທນັ້ນ​ແມ່ນ​ສະທ້ອນ​ເຖິງ​ວິ​ກິດ​ການ
ດ້ານ​ການ​ປົກຄອງທີ່​ປະ​ເຊີນໜ້າ​ປະ​ເທດ
ຈີນ​ ​ແລະຄະນະນໍາ​ພາ​ໃໝ່ ທີ່​ຈະ​ມີການ
ຊັບ​ຊ້ອນ​ໃນໝໍ່ໆ​ນີ້.​ ​ທ່ານ Liu ກ່າວ​ຕໍ່
ໄປ​ວ່າ:

“ຂ້າພະ​ເຈົ້າຄິດ​ວ່າ​ ທຸກໆ​ຄົນ​ພໍຈະຮູ້ດີ​ແລ້ວ​ວ່າ ວິ​ກິດ​ການ​ນີ້ກໍາລັງ​ຄືບ​ຄານ​ໃກ້​
ເຂົ້າມາ​ແລ້ວ ​ແລະຄະນະນໍາພາຊຸດໃໝ່​ກໍຈະ​ຕ້ອງໄດ້ຮັບ​ມື​ຈັດການ​ກັບ​ມັນ​ ບໍ່​ວ່າ​
ມັນ​ຈະເປັນ​ຢ່າງ​ໃດ​ກໍ​ຕາມ.”

ພວກ​ນັກວິ​ເຄາະ​ກ່າວ​ວ່າ​ ວິ​ກິດ​ການດ້ານ​ການ​ປົກຄອງ​ແມ່ນໄດ້ກໍ່​ຕົວ​ພອກ​ພູນ​ຂຶ້ນ ​
ຕະຫລອດໄລຍະ​ສິບ​ປີຜ່ານມາ ​ໃນ​ຂະນະທີ່ທ່ານ ຫູ​ຈິນ ​ເຖົາ ​ດໍາລົງ​ຕໍາ​ແໜ່ງເປັນ
ປະທານປະ​ເທດນັ້ນ. ​ແລະ​ໃນ​ປີໜ້າ​ນີ້ ​ເວລາ​ທ່ານ​ Xi Jinpeng ຂຶ້ນ​ດໍາລົງ​ຕໍາ​ແໜ່​ງ
ປະທານ​ປະ​ເທດ ແທນທ່ານ ຫູ​ຈິນ ​ເຖົາ ​ຕາມ​ທີ່​ຄາດໝາຍ​ກັນ​ນັ້ນ ວິ​ກິດ​ການ​ນີ້ກໍ​ຈະ
ກາຍ​ມາ​ເປັນບັນຫາ​ທ້າ​ທາຍ​ອັນ​ໃຫຍ່​ຫລວງ ທ່ານ Liu ກ່າວ​ຕໍ່​ໄປ​ວ່າ:

“ແນ່ນອນ​ວ່າ​ ພວກ​ຜູ້​ນໍາ​ຊຸດ​ໃໝ່ຂອງ​ຈີນ​ແມ່ນ​ຈະ​ຕ້ອງເປີດ​ກວ້າງ​ຕໍ່ຄວາມ​ຄິດ​
ເຫັນ​ຂອງມະຫາຊົນ​ຫລາຍ​ຂຶ້ນ. ​ແຕ່ສິ່ງ​ທ້າ​ທາຍ​ນັ້ນ​ ຂ້າພະ​ເຈົ້າຄິດ​ວ່າ ກໍ​ແມ່ນ
ວ່າ ພວກ​ເຮົາ​ຄື​ປະ​ເທດ​ຈີນ ບໍ່​ເຄີຍ​ມີ​ປະ​ເພ​ນີ​ແບບ​ທີ່​ເອີ້ນ​ກັນ​ວ່າ ການ​ສື່ສານ​ແລະ​
ໂອ້​ລົມ​ສົນທະນາ​ກັນ​ ​ແບບ​ມີ​ເຫດ​ມີ​ຜົນນັ້ນເລີຍ.”

ແລະ​ຍ້ອນ​ເຫດ​ນີ້ ພວກ​ນັກວິ​ເຄາະ​ຂ່າວ​ຈຶ່ງພາກັນ​ເວົ້າວ່າ ທີ່​ຈິງ​ແລ້ວ ​ຈີນ ​ກໍ​ຄືໂລກ
ກໍາລັງກ້າວ​ເຂົ້າສູ່ເຂດນ່ານນໍ້າ​ທີ່​ບໍ່​ມີແຜນ​ທີ່.


ເບິ່ງວີດີໂອລາຍງານ ພາສາອັງກິດ:

XS
SM
MD
LG