ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ເສຍຊີວິດຍ້ອນສູບຢາຢູ່ຈີນ ຈະມີຈຳນວນເພີ່ມຂຶ້ມ


ຜູ້ຊາຍຈີນຄົນນຶ່ງ ກຳລັງສູບຢາ ທີ່ນະຄອນຫຼວງປັກກິ່ງ
ຜູ້ຊາຍຈີນຄົນນຶ່ງ ກຳລັງສູບຢາ ທີ່ນະຄອນຫຼວງປັກກິ່ງ

ລາຍງານໃໝ່ສະບັບ​ນຶ່ງທຳນາຍ​ວ່າ​ການສູບຢາ​ຈະ​ເຮັດ​ໃຫ້​
ປະຊາຊົນຈີນເສຍຊີວິດ 3 ລ້ານ 5 ແສນຄົນໃນ​ແຕ່ລະ​ປີ
ພາຍໃນໄລຍະ 2 ​ທົດ​ສະວັດຕໍ່ໜ້ານີ້.

ບົດລາຍ​ງານ​ດັ່ງກ່າວ​ແມ່ນ​ອິງ​ຕາມ​ການ​ເກັບ​ກໍາຂໍ້​ມູນ​ຂອງ​
ພວກ​ນັກຊ່ຽວຊານ​ຈີນ​ແລະ​ສາກົນທີ່ຖືກນຳ​ມາ​ເຜີຍ​ແຜ່ໃນ​
ວັນ​ພະຫັດ​ມື້ນີ້ ຊຶ່ງ​ເປັນ​ເວລາ​ບໍ່​ເທົ່າ​ໃດ​ມື້ກ່ອນ​ຈະຮອດວັນ
ກໍານົດ​ເສັ້ນຕາຍ​ ຂອງອົງການ​ອະນາ​ໄມ​ໂລກຫລື WHO
ທີ່​ໃຫ້​ຈີນ​ເກືອດຫ້າມ​ການ​ສູບຢາຢູ່​ໃນສະຖານ​ທີ່ສາ​ທະ​ລະ
ນະຕ່າງໆ ອັນ​ເປັນ​ນຶ່ງ​ໃນ​ເງື່ອນ​ໄຂ​ຫຼາຍ​ຂໍ້​ ທີ່​ຈີນຮັບປາກ
ວ່າຈະ​ປະຕິບັດຕາມ​ ໃນ​ເວ​ລາ​ທີ່ຈີນຖືກຮັບ​ເຂົ້າ​ເປັນ​ສະມາຊິກ ​ຂອງອົງການ​ອະນາໄມໂລກ
ເມື່ອ 5 ປີ​ກ່ອນນັ້ນ. ແຕ່​ບໍ່​ມີ​ທາງ​ທີ່​ວ່າຈີນຈະ​ປະຕິບັດ​ການ​ເກືອດ​ຫ້າມທັນກໍານົດ​ເສັ້ນຕາຍ​
ຄື​ວັນ​ອາທິດ​ຈະ​ມານີ້​ໄດ້ ​ ​.

ການ​ທຳນາຍສຳລັບ​ປີ 2030 ແມ່ນ​ເພີ່ມຂຶ້ນຢ່າງ​ຫລວງຫລາຍ ​ຈາກ​ຈຳນວນ​ຄົນ​ຕາຍ​ຍ້ອນ
ສາ​ເຫດ​ ກ່ຽວພັນກັບ​ຢາສູບ​ຢູ່​ໃນ​ຈີນ ທີ່ມີຢູ່ປະມານ 1 ລ້ານ 2 ແສນຄົນ ໃນ​ປັດຈຸບັນ​ນີ້.
ລາຍ​ງານ​ເວົ້າອີກວ່າ​ໃນ​ປີ 2030 ຈຳ​ນວນ​ຄົນ​ຕາຍ​ຍ້ອນສູບຢາຈະ​ກວມ​ເອົາ 25% ຂອງຈຳ
ນວນ​ຄົນທີ່ເສຍຊີວິດທັງ​ໝົດໃນ​ຈີນສົມທຽບກັບປະ​ມານ 2 ​ຫາ 3%​ ຂອງ​ຈຳນວນ​ຄົນ​ຕາຍ
ຍ້ອນ​ໂຣກ​ເອດສ໌​.​

XS
SM
MD
LG