ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກົດໝາຍຫ້າມສູບຢາຈີນ ມີຜົນບັງຄັບໃຊ້ມື້ນີ້


ປ້າຍຫາບສູບຢາທີ່ສະຖານີລົດເມ ໃນກຸງປັກກິງ ວັນທີ 24 ມີນາ, 2011
ປ້າຍຫາບສູບຢາທີ່ສະຖານີລົດເມ ໃນກຸງປັກກິງ ວັນທີ 24 ມີນາ, 2011

ການ​ຫ້າມ​ສູບຢາ​ໃນ​ທີ່​ສາທາລະນະ​ສ່ວນໃຫຍ່​ໃນ​ຈີນ ​ມີ​ຜົນ​ບັງຄັບ​ໃຊ້​ຕັ້ງ​ແຕ່​ວັນ​ອາທິດ​ມື້​ນີ້​ເປັນ​ຕົ້ນ​ໄປ ​ແຕ່​ກໍບໍ່​ເປັນ​ທີ່​ຈະ​ແຈ້ງ​ເທື່ອວ່າ ມັນຈະ​ມີ​ຜົນ​ກະທົບ​ໜ້ອຍ​ຫລາຍ​ສໍ່າ​ໃດ ​ໃນ​ປະ​ເທດ​ຈີນບ່ອນ​ທີ່ການ​ສູບຢາແມ່ນຝັງ​ຮາກ​ເລິກຢູ່​ໃນວັດທະ ນະ​ທໍາ​ນັ້ນ.

ການ​ຫ້າມ​ຂອງ​ກະຊວງ​ສາທາລະນະ​ສຸກ​ບົ່ງ​ວ່າ ການ​ສູບຢາ​ໃນ​ຕຶກ​ອາຄານ​ຫລື​ໃນ​ທີ່​ສາທາລະນະ​ແຫ່ງ​ຕ່າງໆ​ ເປັນ​ການ​ລະ​ເມີດ​ກົດ​ໝາຍ ​ເຊ່ນ ​ໃນ​ພວກ​ໂຮງ​ແຮມ ​ໃນ​ຮ້ານ​ກິນ​ດື່ມ ​ໃນ​ໂຮງ​ມະຫໍລະສົບ​ແລະ​ໃນ​ຫ້ອງ​ລໍຖ້າ​ການ​ຂົນ​ສົ່ງ​ສາທາລະນະ​ນັ້ນ. ​ເຖິງ​ຢ່າງ​ໃດ​ກໍ​ດີ ການ​ຫ້າມ​ທີ່​ວ່າ​ນີ້​ບໍ່​ກວມ​ເອົາ​ພວກ​ຫ້ອງການ ​ຫລື​ໂຮງງານ​ຕ່າງໆ​.

ພວກ​ສູບຢາ​ທີ່​ກະ​ປະມານ​ກັນ​ວ່າ​ມີ 300 ລ້ານ​ຄົນ​ໃນ​ຈີນ ​ແມ່ນ​ລຶ້ງ​ເຄີຍ​ກັບ​ການ​ສູບຢາ​ຢູ່​ຕາມ​ສະຖານີລົດ​ເມ ​ແລະ​ລົດ​ໄຟ​ ໃນ​ elevator ຫລື ອູ່​ໄຟຟ້າ ແລະ​ໃນ​ຫ້ອງ​ລໍຖ້າເຂົ້າ​ຫາ​ນາຍ​ໝໍຢູ່​ຕາມໂຮງພະ
ຍາບານ​.

ອົງການ​ອະນາ​ໄມ​ໂລກ ກ່າວ​ວ່າ ພວກ​ຜູ້​ໃຫຍ່ 7 ຄົນ​ໃນຈໍານວນ 10 ຄົນ​ໃດ​ທີ່​ບໍ່​ສູບຢາ ​ແມ່ນ​ຖືກ​ເ​ເຜ່​ແບ​ໃສ່ຄວັນ​ກອກຢາ​ຈາກ​ພວກ​ທີ່ສູບຢາໃນ​ແຕ່ລະສັບປະດາ.

ກົດ​ລະບຽບ​ຫ້າມ​ໃໝ່​ນີ້ບໍ່​ໄດ້​ບົ່ງ​ໃຫ້​ຮູ້ຢ່າງ​ເຈາະ​ຈົງວ່າ ຈະ​ມີ​ການ​ລົງ​ໂທດແບບ​ໃດ​ຕໍ່​ຜູ້​ຄົນ​ທີ່ ລະ​ເມີດ​ຫລື​ຝ່າຝືນ​ການ​ຫ້າມ​ສູບຢາ​.

XS
SM
MD
LG