ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຈີນໂຈມຕີ ໜັງສືພິມ ສຫລ ທີ່ສະໜັບສະໜຸນ ຍີ່ປຸ່ນ


ແຜນທີ່ຂອງໝູ່ເກາະ Senkaku ຫລື Diaoyu ທີ່ເປັນບັນຫາໂຕ້ແຍ້ງ
ລະຫວ່າງຍີ່ປຸ່ນແລະຈີນ
ແຜນທີ່ຂອງໝູ່ເກາະ Senkaku ຫລື Diaoyu ທີ່ເປັນບັນຫາໂຕ້ແຍ້ງ ລະຫວ່າງຍີ່ປຸ່ນແລະຈີນ
ຈີນ​ກ່າວ​ໂຈມ​ຕີຢ່າງ​ໂກດ​ແຄ້ນ​ ຕໍ່​ໜັງສື​ພິມທີ່​ສຳຄັນ​ສະບັບ​ນຶ່ງ​
ຂອງ​ສະຫະລັດທີ່ ພິມ​ເຜີຍ​ແຜ່​ບົດ​ບັນນາທິການຮຽກຮ້ອງ​ໃຫ້​
ວໍ​ຊິງ​ຕັນ ​ສະ​ເໜີ​ໃຫ້ການ​ສະໜັບສະໜຸນ ຢ່າງ​ແຂງ​ຂັນ​ຕໍ່​ຍີ່ປຸ່ນ
ກ່ຽວ​ກັບ​ບັນຫາຂັດ​ແຍ້​ງ ​ເລື່ອງ​ເຂດ​ນໍ້າ​ແດນ​ດິນ​ ຢ່າງ​ດຸ​ເດືອດ
ກັບ​ປັກ​ກິ່ງ.

ບົດ​ບັນນາທິການ​ຂອງ​ໜັງສື​ພິມ Wall Street Journal ສະບັບ
​ທີ່​ອອກ​ໃນ​ວັນ ສຸກ​ຜ່ານ​ມາ​ກ່າວ​ວ່າ ມີ​ທ່າ​ທາງ​ຫຼາຍຂຶ້ນວ່າ​ຈີນ​
ຈະຍິນ​ຍອມ ຖ້າ​ລັດຖະບານ​ທ່ານ ​ໂອ​ບາ​ມາສະ​ແດງ​ໃຫ້​ເຫັນ​
ຢ່າງແຈ່ມ​ແຈ້ງ​ຕື່ມ​ຂຶ້ນວ່າ ໝູ່​ເກາະ​ທີ່​ເປັນ​ຫົວ​ໃຈ​ຂອງ ການ​ຂັດ​
ແຍ້​ງກັນນັ້ນ ​ເປັນ​ຂອງ​ຍີ່ປຸ່ນ.

ບົດ​ບັນ​ນ​າທິການ ຊຶ່ງ​ບໍ່​ໄດ້​ມີ​ການ​ລົງ​ຊື່​ຜູ້​ຂຽນ​ດັ່ງກ່າວ ຍັງໄດ້ລະບຸວ່າ “ຍີ່ປຸ່ນ​ຕ້ອງການ
ການ​ສະໜັບສະໜຸນ​ຂອງ​ສະຫະລັດ ຫາ​ເລື່ອງ​ເກາະ​ຜິດ​ຂອງຈີນ” ກ່ຽວ​ກັບ​ໝູ່ເກາະ
ທີ່ຮູ້ກັນໃນໝູ່ຊາວຍີ່ປຸ່ນວ່າ Senkaku ແລະໃນໝູ່ຊາວຈີນວ່າ Diaoyu ນັ້ນ.

​ເພື່ອ​ເປັນການຕອບ​ໂຕ້ນັ້ນ ອົງການຂ່າວຊິນຫົວທາງການຂອງຈີນ ໃນວັນອັງຄານມື້ນີ້
ໄດ້ລົງພິມບົດບັນນາທິການຂອງຕົນ ​ໂດຍ​ແນະໃຫ້ເຫັນວ່າ ໜັງສືພິມດັ່ງກ່າວ ແມ່ນປາກ
ກະ ບອກສຽງລັດຖະບານຍີ່ປຸ່ນ ໃນເລື່ອງບັນຫາຂັດ​ແຍ້​ງຂອງໝູ່ເກາະດັ່ງກ່າວນີ້.

ບົດບັນນາທິການຂອງຊິນຫົວ ຍັງໄດ້ກ່າວຫາໜັງສືພິມ​ຂອງ​ສະຫະລັດ​ວ່າ ​ເອົາ​ທ່າ​ທີ​ທີ່​ຮຸນ​
ແຮງ​ຈັດ ເຖິງແມ່ນມີລາຍງານ ໜັງສືພິມສະບັບ​ນີ້ມີ​ຊື່​ສຽງ​ໃນ​ການ​ລາຍ​ງານ​ຂ່າວ​ແບບ​ກົງ
​ໄປ​ກົງ​ມາ.

ນອກ​ນັ້ນ​ແລ້ວ ກະຊວງການຕ່າງປະເທດຂອງຈີນ ໃນວັນຈັນວານນີ້ ຍັງໄດ້ກ່າວ​ໂຈມ​ຕີ​ໜັງສື
ພິມ​ສະຫະລັດ ທີ່​ຮ້ອງຮ້ອງ​ໃຫ້​ຈີນ​ເອົາ​ທ່າ​ທີ​ແບບ​ບໍ່​ລຳອຽງ​ແລະ​ເຂົ້າຂ້າງ​ອອກຂາ ​ແລະ​ເອົາ
​ບົດ​ບາດ​ໃນ​ທາງ​ສ້າງສັນ​ຫຼາຍຂຶ້ນ ​ເພື່ອ​ຫລຸດຜ່ອນ​ຄວາມ​ເຄັ່ງ​ຕຶງ​ລົງ.

ບັນດາເຈົ້າໜ້າທີ່ທໍານຽວຂາວ ກ່າວວ່າ ຕົນໄດ້ປະຕິເສດໃນການເອົາທ່າ​ທີໃດໆກ່ຽວ​ກັບ​ເລື່ອງ
ອະທິປະໄຕຂອງ​ໝູ່​ເກາະດັ່ງກ່າວ ແຕ່ກໍຈະຮັບຮູ້ ໝູ່​ເກາະ​ເຫຼົ່ານີ້ແມ່ນຢູ່ພາຍໃຕ້ສົນທິສັນຍາ​
ໃນ​ດ້ານ​ປ້ອງ​ກັນ​ປະ​ເທດ​ຮ່ວມ​ກັນ ກັບຍີ່ປຸ່ນ.
XS
SM
MD
LG