ຈີນ ໄດ້ກ່າວປ້ອງກັນການລົງທຶນພັດທະນາ ໂຄງລ່າງພື້ນຖານຂອງຕົນໃນປະເທດ ປາກິສຖານ ວ່າ “ເປີດກວ້າງ ແລະ ໂປ່ງໃສ”, ເປັນການປະຕິເສດຕໍ່ການຕຳໜິວິຈານຈາກ ສະຫະລັດ ກ່ຽວກັບ ການຮ່ວມມືດ້ານເສດຖະກິດຫຼາຍພັນລ້ານໂດລາທີ່ກຳລັງດຳເນີນຢູ່ ພາຍໃຕ້ໂຄງການ ນຶ່ງແລວ ນຶ່ງເສັ້ນທາງໂລກ ຂອງ ປັກກິ່ງ.
ສະຖານທູດ ຈີນ ໃນນະຄອນຫຼວງ ອິສລາມາບັດ ໄດ້ອອກການໂຕ້ແຍ້ງຂໍ້ກ່າວຫາໃນວັນພຸດວານນີ້ ເພື່ອຕອບຄຳຖາມຕ່າງໆໃນສື່ມວນຊົນ ປາກິສຖານ ທີ່ຄິດວ່າຂຽນໂດຍນັກການທູດຢ້ຽມຢາມຈາກ ສະຫະລັດ ທີ່ສົງໄສ ກ່ຽວກັບ ຄວາມໂປ່ງໃສ ແລະ ຄວາມຍຸຕິທຳຂອງໂຄງການຕ່າງໆ ທີ່ດຳເນີນການໃນສິ່ງທີ່ຮູ້ຈັກກັນວ່າ ເປັນເສັ້ນທາງເສດຖະກິດລະຫວ່າງ ຈີນ-ປາກິສຖານ ຫຼື CPEC, ເຊິ່ງແມ່ນໂຄງການຫຼັກຂອງໂຄງການ ນຶ່ງແລວ ນຶ່ງເສັ້ນທາງ ມູນຄ່າພັນຕື້ໂດລາ.
ສະຖານທູດ ຈີນ ໄດ້ກ່າວຢ້ຳໃນຖະແຫຼງການຂອງເຂົາເຈົ້າວ່າ “ຂະບວນການທັງໝົດແມ່ນເປີດກວ້າງ ແລະ ໂປ່ງໃສ ແລະ ສອດຄ່ອງກັບມາດຕະຖານສາກົນ. ພວກເຮົາຍັງຕິດຕໍ່ກັບບັນດາອົງການກ່ຽວຂ້ອງທີ່ຮັບຜິດຊອບຂອງ ປາກິສຖານ ແລະ ເຂົາເຈົ້າໄດ້ເຫັນດີວ່າ CPEC ແມ່ນຂາວສະອາດ.
ຮອງລັດຖະມົນຕີກະຊວງການຕ່າງປະເທດ ທ່ານນາງ ອາລິສ ແວລສ໌, ຜູ້ທີ່ໄດ້ເດີນທາງໄປຢ້ຽມຢາມ ປາກິສຖານ ໃນອາທິດນີ້, ຍັງໄດ້ກ່າວຢ້ຳວ່າ ການຈັດຫາແຫຼ່ງເງິນທີ່ກ່ຽວຂ້ອງກັບ CPEC ແມ່ນກຳລັງສ້າງພາລະໃຫ້ ປາກິສຖານ ດ້ວຍເງິນກູ້ຢືມທີ່ແພງຂອງ ຈີນ. ທ່ານນາງໄດ້ຍົກບັນຫາທີ່ຄ້າຍຄືກັນຂຶ້ນມາ ແລະ ໄດ້ຕັ້ງຄຳຖາມໃນຂະນະທີ່ທ່ານນາງກ່າວຄຳປາໄສຕໍ່ສາທາລະນະໃນນະຄອນຫຼວງ ວໍຊິງຕັນ ເມື່ອເດືອນພະຈິກປີກາຍນີ້.
ບັນດານັກວິຈານໃນ ສະຫະລັດ ແລະ ບ່ອນອື່ນໆ ໄດ້ເຫັນໂຄງການນຶ່ງແລວ ນຶ່ງເສັ້ນທາງຂອງ ຈີນ ເປັນ “ກັບດັກໜີ້ສິນ” ສຳລັບປະເທດຕ່າງໆຄື ປາກິສຖານ, ເຊິ່ງກຳລັງປະສົບຄວາມຫຍຸ້ງຍາກທາງເສດຖະກິດ ທີ່ຈະເຮັດໃຫ້ມັນຍາກສຳລັບເຂົາເຈົ້າທີ່ຈະຈ່າຍເງິນກູ້ຢືມຄືນໃຫ້ ຈີນ.
ສະຖານທູດ ຈີນ ໄດ້ຢືນຢັນວ່າ “ສະຫະລັດ ມັກຈະປັ້ນແຕ່ງອັນທີ່ເອີ້ນວ່າ ເລື່ອງໜີ້ສິນ ຂຶ້ນມາ, ການຄິດໄລ່ເລກຂອງເຂົາເຈົ້າແມ່ນບໍ່ເກັ່ງ, ແລະ ຈຸດປະສົງຂອງເຂົາເຈົ້າແມ່ນຂີ້ຮ້າຍຫຼາຍ.” ເຂົາເຈົ້າໄດ້ກ່າວຕື່ມວ່າ “ຈີນ ບໍ່ເຄີຍບັງຄັບໃຫ້ປະເທດອື່ນໆຈ່າຍໜີ້ສິນ, ແລະ ຈະບໍ່ທຳການຮຽກຮ້ອງທີ່ບໍ່ມີເຫດຜົນຕໍ່ ປາກິສຖານ.”
ຈີນ ໄດ້ລົງທຶນປະມານ 30 ຕື້ໂດລາ, ສ່ວນໃຫຍ່ໃນການລົງທຶນຕ່າງປະເທດໂດຍກົງ, ໃນຫ້າປີທີ່ຜ່ານມາໃນການເກັບກ່ຽວລ່ວງໜ້າຂອງໂຄງການ CPEC. ການລົງທຶນດັ່ງກ່າວ ໄດ້ພັດທະນາໂຄງລ່າງພື້ນຖານການສັນຈອນໃນທ້ອງຖິ່ນຢ່າງຫຼວງຫຼາຍ ແລະ ໄດ້ກໍ່ສ້າງໂຮງໄຟຟ້າ, ທີ່ໄດ້ສິ້ນສຸດການຂາດແຄນໄຟຟ້າໃນທົ່ວປະເທດຢ່າງມີປະສິດທິຜົນ.
ບັນດາເຈົ້າໜ້າທີ່ ຈີນ ແລະ ປາກິສຖານ ກ່າວວ່າ ການຮ່ວມມືດ້ານເສດຖະກິດ ຍັງໄດ້ສ້າງວຽກເຮັດງານທຳຫຼາຍກວ່າ 75,000 ຕຳແໜ່ງສຳລັບປະຊາຊົນໃນທ້ອງຖິ່ນ ແລະ ໄດ້ປະກອບສ່ວນເຂົ້າໃນການເຕີບໂຕຂອງຍອດຜະລິດຕະພັນລວມພາຍໃນ 1 ຫາ 2 ເປີເຊັນໃນ ປາກິສຖານ.