ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຈີນ ແລະສິງກະໂປ ຮ່ວມກັບ ຍີ່ປຸ່ນ ແລະ ເກົາຫຼີໃຕ້ ຈຳກັດ ຖ້ຽວບິນ ຈາກໄທ


ພະນັກງານສະໜາມບິນ ກວດເບິ່ງໂຕະຂາຍປີ້ເຮືອບິນ ທີ່ສະໜາມບິນນາໆຊາດສຸວັນນະພູມ.
ພະນັກງານສະໜາມບິນ ກວດເບິ່ງໂຕະຂາຍປີ້ເຮືອບິນ ທີ່ສະໜາມບິນນາໆຊາດສຸວັນນະພູມ.

ຈີນ ແລະສິງກະໂປ ຮ່ວມສົມທົບກັບຍີ່ປຸ່ນ ແລະເກົາຫຼີໃຕ້ ໃນການ
ຈຳກັດຖ້ຽວບິນຂອງສາຍການບິນໄທໃນຂະນະທີ່ປະເທດໄທພວມ
ດີ້ນຮົນຊອກຫາຊ່ອງທາງແກ້ໄຂຄວາມເປັນຫ່ວງກັງວົນ​ໃນ​ລະດັບ​ສູງຂອງອົງການໆບິນພົນລະເຮືອນສາກົນຂອງສະຫະປະຊາຊາດ ກ່ຽວກັບເລື້ອງຄວາມປອດໄພດ້ານ​ການບິນ​ໄທ​ນັ້ນ. ຜູ້ສື່ຂ່າວວີໂອ
ເອ Steve Herman ມີລາຍງານເລື້ອງນີ້ ຈາກບາງກອກ ດັ່ງ ໄພ-
ສານ ຈະນຳເອົາລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ອົງການໆບິນພົນລະເຮືອນສາກົນ ຫລື ICAO ກ່າວຕໍ່ວີໂອເອວ່າ
ການກວດສອບຢ່າງເປັນທາງການກ່ຽວກັບປະເທດໄທ ເປີດເຜີຍ
ໃຫ້ເຫັນວ່າ ມີບາງ​ຢ່າງ​ທີ່​ໜ້າວິຕົກກັງວົນ ກ່ຽວ​ກັບຄວາມປອດໄພ
ຕົ້ນຕໍແລ້ວແມ່ນພົວພັນກັບຂັ້ນຕອນໃນການອອກໃບອະນຸຍາດໃຫ້ຈັດຕັ້ງສາຍການບິນ.

ນັ້ນແມ່ນພຽງພໍ ທີ່ພາໃຫ້ຫຼາຍໆປະເທດ ເລີ້ມຫ້າມບໍ່ໃຫ້ຖ້ຽວບິນໃໝ່ແລະຖ້ຽວບິນຮັບເໝົາ ຕ່າງໆຈາກໄທ ເຂົ້າໄປໃນປະເທດຂອງຕົນ.

ທ່ານສົມຊາຍ ພິພຸດວັດ ເອກອະທິບໍດີກົມການບິນພົນລະເຮືອນຂອງໄທກ່າວຕໍ່ວີໂອເອວ່າ
ຂໍ້ຂາດຕົກບົກຜ່ອງ ທີ່​ພົບ​ເຫັນໃນການກວດສອບ ຂອງອົງການ ICAO ແມ່ນພົວພັນກັບ ບັນຫາຕ່າງໆໃນເລື້ອງລະບຽບການ ບໍ່ແມ່ນບັນຫາເລື້ອງຄວາມປອດໄພ ຂອງສາຍການ
ບິນ. ທ່ານສົມໃຈ ກ່າວກ່ຽວກັບເລື້ອງນີ້ວ່າ:

“ມັນຈະມີຄວາມປອດໄພ ທີ່ຈະບິນໄປກັບເຮືອບິນໂດຍສານຕ່າງໆທີ່ມີສູນກາງຕັ້ງ ຢູ່ໃນໄທ.”

ແຕ່ແຫຼ່ງຂ່າວທາງດ້ານອຸດສາຫະກຳແຈ້ງວ່າ ຄວາມວິຕົກກັງວົນທີ່ຮ້າຍແຮງສຸດແມ່ນກ່ຽວ ກັບການຂາດຕົກບົກຜ່ອງໃນລະບຽບການເລື້ອງຄວາມປອດໄພສຳຫຼັບສາຍການບິນລາ ຄາຖືກຕ່າງໆຮວມທັງໃບອະນຸຍາດໃນການຈັດຕັ້ງສາຍການບິນແລະການລຳລຽງຂົນສົ່ງ ສິນຄ້າທີ່ເປັນອັນຕະລາຍຕ່າງໆ.

ນາຍົກລັດຖະມົນນຕີ ປຣະຍຸດ ຈັນໂອຊາ ກ່າວວ່າ ໄທຈຳເປັນຕ້ອງໄດ້ຮັບເອົາຄວາມຮັບ ຜິດຊອບ ​ໃນການລະເມີດກົດລະບຽບຕ່າງໆແລະແກ້ໄຂບັນຫາດັ່ງກ່າວ.

ອະດີດຜູ້ບັນຊາການກອງທັບບົກຂອງໄທ ທີ່ເຂົ້າຍຶດອຳນາດໃນການເຮັດລັດຖະປະຫານ
ຂອງພວກທະຫານເມື່ອເດືອນກໍລະກົດປີກາຍນີ້ປະກາດວ່າຈະສວຍໃຊ້ມາດຕາ 44 ຂອງ ລັດຖະທຳມະນູນສະບັບຊົ່ວຄາວຂອງປະເທດເພື່ອແກ້ໄຂບັນຫາຕ່າງໆຂອງສາຍການບິນ ໂດຍສານໄທໃຫ້ຖືກຕ້ອງ.

ມາດຕານີ້ແມ່ນ​ເທົ່າ​ກັບອຳນວຍໃຫ້ພວກຜູ້ນຳທະຫານຂອງໄທສາມາດອອກຄຳສັ່ງໃດໆ ກໍໄດ້ ທີ່ເຫັນວ່າເໝາະສົມ ໂດຍບໍ່ຕ້ອງ ໄດ້ຮັບຄວາມເຫັນດີ ຈາກພະແນກຕຸລາການ ຫລື ພະແນກການອື່ນໆ.

ມີຄວາມເປັນຫ່ວງຢ້ານວ່າ ຈະມີຫລາຍໆປະເທດເພີ້ມຂຶ້ນຮວມທັງສະຫະລັດຈະເອົາບາດ ກ້າວໃນທຳນອງດຽວກັນນີ້ ໂດຍສະເພາະແລ້ວ ຖ້າອົງການ ICAO ຫາກຫລຸດລະດັບໄທ ລົງຈາກປະເພດທີ 1 ເປັນປະເພດທີ 2.

ແຫຼ່ງຂ່າວນຶ່ງຂອງສະຫະລັດ ທີ່ບໍ່ໄດ້ຮັບອະນຸຍາດໃຫ້ກ່າວຢ່າງເປັນທາງການໄດ້ໃຫ້ການ ອະທິບາຍວ່າ ລາຍງານຂອງອົງການ ICAO ຄົງ​ຈະພາໃຫ້ ມີການກວດສອບເບິ່ງ ພາກ ສ່ວນການບິນຂອງໄທ ໂດຍອົງການຄຸ້ມຄອງການບິນຂອງລັດຖະບານກາງສະຫະລັດຫຼື FAA. ທ່ານກ່າວວ່າ ຜົນການກວດສອບ ຂອງອົງການ ICAO ​ເທົ່າ​ກັບ​ ເປັນການເຕືອນ ກ່ຽວກັບໄພອັນຕະລາຍຢ່າງແທ້ຈິງ ຕໍ່ອົງການຄຸ້ມຄອງການບິນ ຂອງລັດຖະບານກາງສະ
ຫະລັດ.

ເຈົ້າໜ້າທີ່ຂອງລັດຖະບານໄທ ໄດ້ຖິ້ມໂທດໃສ່ພວກນັກການເມືອງ ຂອງລັດຖະບານຊຸດ
ກ່ອນ ທີ່ບໍ່ໄດ້ສຸມຄວາມສົນໃຈໃສ່ບັນຫາດັ່ງກ່າວນີ້.

ອົງການ ICAO ໄດ້ປະຕິເສດ ບໍ່ຍອມຮັບເອົາແຜນການປັບປຸງ ຂອງກົມການບິນພົນລະ ເຮືອນໄທທີ່ໄດ້ສົ່ງໄປເມື່ອວັນທີ 2 ມີນາຜ່ານມາຊຶ່ງລາຍງານຂ່າວ​ເວົ້າວ່າ ເປັນຍ້ອນທາງ ກົມການບິນຂອງໄທ ໄດ້ສະເໜີທີ່ຈະໃຊ້ເວລາ 2 ປີ ເພື່ອແກ້ໄຂບັນຫານີ້. ປະເທດໄທ ມີ ແຜນການທີ່ຈະຍື່ນຂໍ້ສະເໜີທີ່ດັດແປງໃໝ່ໃນວັນທີ 7 ເມສານີ້ໂດຍໃຫ້ຄຳໝັ້ນສັນຍາວ່າ ຈະແກ້ໄຂບັນຫາຕ່າງໆພາຍໃນເວລາ 8 ເດືອນ.

ພວກຕຳໜິຕິຕຽນເວົ້າວ່າພາກສ່ວນການບິນພົນລະເຮືອນຂອງໄທໄດ້ຮັບຄວາມເສຍຫາຍ ຈາກການປ່ຽນແປງລັດຖະບານທີ່ມີຂຶ້ນເລື້ອຍໆ ການສໍ້ລາດບັງຫລວງ ການລະ​ເຫຼີງ ແລະ ການບໍລິຫານງານທີ່ໄຮ້ສະມັດຖະພາບ.

​ໃນ​ເວທີ​ສົນທະນາ​ກັນທາງອິນເຕີແນັດຂອງພວກນັກບິນອາຊີບ ບັນດາຄົນງານຮັບໃຊ້ອຸດ ສາຫະກຳນີ້ໄດ້ກ່າວຫາພວກເຈົ້າໜ້າທີ່ກວດກາຂອງລັດຖະບານໄທວ່າຍອມຮັບເອົາການ ຊື້ຈ້າງຈອບອອຍ ດ້ວຍເງິນສົດແລະການອາບອົບນວດ ເພື່ອໃຫ້ເຊັນອະນຸມັດ​ເອກະສານ​ຕ່າງໆ.

ທ່ານສົມຊາຍ ເອກກະທິບໍດີກົມການບິນພົນລະເຮືອນຂອງໄທກ່າວຕໍ່ວີໂອເອວ່າ ທ່ານຍັງ ບໍ່ທັນເຫັນການກ່າວຫາໃນທຳນອງນີ້ເທື່ອ.

“ມັນເປັນເປົ້າໝາຍຂອງລັດຖະບານ ແລະນະໂຍບາຍຂອງຂ້າພະເຈົ້າເອງ ທີ່ວ່າ ຈະບໍ່ມີການສໍ້ລາດບັງຫຼວງເກີດຂຶ້ນຢູ່ໃນປະເທດໄທ ຫລືຢູ່ໃນກົມການບິນພົນລະ ເຮືອນ. ຂ້າພະເຈົ້າຈະເບິ່ງກ່ຽວກັບເລື້ອງນີ້ ຢ່າງລະມັດລະວັງ ແລະໃນທັນທີ.”

ຖ້ຽວບິນຕ່າງໆທີ່ບິນຢູ່ແລ້ວໃນເວລານີ້ ຍັງບໍ່ໄດ້ຮັບຜົນກະທົບໃດໆຈາກການກວດສອບ ຂອງອົງການ ICAO. ແຕ່ລາຍງານ​ຂ່າວເວົ້າວ່າ ການສູນເສຍຖ້ຽວບິນໃໝ່ແລະຖ້ຽວບິນ ຮັບເໝົາຕ່າງໆໃນລະຫວ່າງເດືອນເມສາຫາພຶດສະພາຊຶ່ງເປັນໄລຍະທີ່ພວກນັກທ່ອງທ່ຽວ​ເດີນທາງ​ໄປ​ໄທ​ຫຼາຍນັ້ນ ແມ່ນຈະກະທົບກະເທືອນຕໍ່ຜູ້ໂດຍສານ ຫລາຍກວ່າ 150,000
ຄົນ.

ບັນດາຜູ້ບໍລິຫານອົງການນຳທ່ຽວຕ່າງໆເວົ້າວ່າເລື້ອງດັ່ງກ່າວພາໃຫ້ລາຄາການທ່ອງທ່ຽວ ແບບຮັບເໝົາ ຫລື package tours ໃນລະຫວ່າງ​ເທດສະການກຸດສົງການ ເພີ້ມຂຶ້ນເປັນ ເກືອບສອງເທົ່າ.

ນອກຈາກ ສາຍການບິນແຫ່ງຊາດຂອງໄທ ຄື Thai Airways International ແລ້ວ ຄຳ ເຕືອນກ່ຽວກັບເລື້ອງຄວາມປອດໄພຂອງອົງການ ICAO ຍັງມີຜົນຕໍ່ສາຍການບິນລາຄາ
ຖືກ Thai Air Asia X, NokScoot, Orient Thai, Skyview ແລະ Asia Atlantic ນຳ​
ດ້ວຍ.

XS
SM
MD
LG