ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ວຽກກໍ່ສ້າງທາງລົດໄຟ ຈາກຄຸນໜິງຫາສິງກະໂປ ເລີ້ມຂຶ້ນແລ້ວ


ການສໍາຫລວດທີ່ດິນ ສໍາລັບການກໍ່ສ້າງທາງລົດໄຟຄວາມໄວສູງ
ຈາກແຂວງຢຸນນານຂອງຈີນ ຫານະຄອນຫລວງວຽງຈັນຂອງລາວ
ວັນທີ 23 ເມສາ 2011
ການສໍາຫລວດທີ່ດິນ ສໍາລັບການກໍ່ສ້າງທາງລົດໄຟຄວາມໄວສູງ ຈາກແຂວງຢຸນນານຂອງຈີນ ຫານະຄອນຫລວງວຽງຈັນຂອງລາວ ວັນທີ 23 ເມສາ 2011

ສື່​ມວນ​ຊົນ​ຈີນ​ກ່າວ​ວ່າ ວຽກ​ໄດ້​ເລີ້ມ​ຂຶ້ນ​ແລ້ວ​ໃນ​ການ​ສ້າງ​ທາງ​ລົດ​ໄຟ​ສາຍ​ເມືອງ​ຄຸນ​ໝິງຫາ​ສິງກະ​ໂປ ຊຶ່ງເປັນລາງ​ລົດ​ໄຟຄວາມ​ໄວ​ສູງ​ ທີ່ໃນ​ບັ້ນ​ສຸດທ້າຍນັ້ນ​ ກໍຈະເຮັດ​ໃຫ້ການເດີນທາງ​ລະຫວ່າງ​ສອງ​ຫົວເມືອງດັ່ງກ່າວ​ ​ໃຊ້​ເວລາ​ພຽງ 10 ຊົ່ວ​ໂມງ​ປາຍ​ເທົ່າ​ນັ້ນ.

ໜັງສືພິມ People’s Daily ທີ່​ຄວບ​ຄຸມ​ໂດຍ​ພັກ​ຄອມ​ມີ​ວນິດ​ຈີນກ່າວ​ວ່າ ວຽກ​ງານ​ກ່ຽວ​ກັບ​ການ​ສ້າງ​ທາງ​ລົດ​ໄຟ​ທີ່​ລໍຄອຍ​ກັນມາເປັນ​ເວລາດົນ​ນານ​ ໄດ້​ເລີ້ມ​ຂຶ້ນ​ໃນ​ວັນ​ຈັນ​ມື້​ນີ້. ​ໄລຍະ​ຫລື​ຊ່ວງທໍາ​ອິດ​ຂອງ​ທາງລົດ​ໄຟ​ດັ່ງກ່າວ​ ຈະແລ່ນ​ຈາກ​ເມືອງຄຸນ​ໝິງ​ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ​ໄປ​ຍັງ​ນະຄອນ ຫລວງ​ວຽງ​ຈັນ​ຂອງ​ ສປປ ລາວ ແລະ​ຊ່ວງ​ຕໍ່ໆ​ໄປ​ແມ່ນຈະ ​ແລ່ນ​ຜ່ານ​ປະ​ເທດ​ໄທ​ແລະ​ມາ​ເລ​ເຊຍ​ ໄປ​ຍັງ​ສິງ​ກະ​ໂປ ​ຊຶ່ງ ຄາດ​ວ່າ​ການ​ກໍ່ສ້າງ​ຈະ​ສໍາ​ເລັດ​ລົງ​ພາຍ​ໃນ​ປີ 2020.

ທາງ​ລົດ​ໄຟ​ໄລຍະ​ຍາວ 3900 ຫລັກ​ກິ​ໂລ​ແມັດ​ທີ່​ວ່າ​ນີ້ ເປັນ​ພາກສ່ວນ​ນຶ່ງ​ຂອງ​ຕາ​ນ່າງທາງ​ລົດ​ໄຟ​ຂ້າມເຂດ​ເອ​ເຊຍ ທີ່ຈະ​ເຊື່ອມ​ໂຍງໄປໃສ່ກັບ​ຫວຽດນາມ ກໍາປູ​ເຈຍ​ແລະ​ມຽນມານໍາ. ໜັງສືພິມ People’s Daily ​ເວົ້າ​ວ່າ ​ຕາ​ນ່າງ​ດັ່ງກ່າວ​ຈະ​ກໍ່​ໃຫ້ ມີການ​ຮ່ວມ​ໄມ້​ຮ່ວມ​ມື​ກັນ ​ທາງ​ການ​ເມືອງ​ແລະ​ເສດຖະກິດ​ທີ່​ໃກ້ຊິດ​ຂຶ້ນ ລະຫວ່າງ​ ຈີນ​ແລະ​ພວກ​ປະ​ເທດໃນ​ເຂດ​ລຸ່ມ​ແມ່​ນໍ້າຂອງ.

ຈິນ​ໄດ້​ເຈລະຈາ​ເຮັດ​ຂໍ້​ຕົກລົງ​ການ​ຄ້າ​ເສລີ​ກັນແລ້ວ​ກັບ​ພວກ​ປະ​ເທດ​ໃນ​ກຸ່ມ​ອາ​ຊ່ຽນ.

XS
SM
MD
LG