ພວກເຈົ້າໜ້າທີ່ຂອງຈີນເວົ້າໃນວັນອັງຄານມື້ນີ້ວ່າ ຈຳນວນຄົນເສຍຊີວິດ ຍ້ອນເຫດແຜ່ນດິນໄຫວແຮງສອງຄັ້ງ ຢູ່ແຂວງຊີສວນ (Sichuan) ທາງພາກຕາເວັນຕົກສຽງໃຕ້ຂອງປະເທດ ໄດ້ເພີ້ມຂຶ້ນເປັນຢ່າງໜ້ອຍ 12 ຄົນ.
ແຜ່ນດິນໄຫວໄດ້ເກີດຂຶ້ນຢູ່ແຂວງດັ່ງກ່າວ ໃນຕອນແລງວັນຈັນວານນີ້ ແລະໄດ້ເຮັດໃຫ້ອີກ 125 ຄົນໄດ້ຮັບບາດເຈັບ.
ພວກເຈົ້າໜ້າທີ່ຈີນເວົ້າວ່າ ແຜ່ນດິນໄຫວດັ່ງກ່າວມີຈຸດໃຈກາງຢູ່ໃກ້ເມືອງຊັງໜິງ (Changning) ຊຶ່ງຕັ້ງຢູ່ໃນເຂດຊົນນະບົດອັນກວ້າງໃຫຍ່ ຂອງແຂວງ ຊີສວນ (Sichuan).
ຫ້ອງການສຳຫລວດດ້ານທໍລະນີວິທະຍາຂອງສະຫະລັດເວົ້າວ່າ ແຜ່ນດິນໄຫວຄັ້ງທໍາອິດ ມິີຄວາມແຮງໃນລະດັບ 5.9 ຊຶ່ງຕາມມາດ້ວຍແຜ່ນດິນໄຫວອີກຄັ້ງນຶ່ງ ທີ່ມີຄວາມແຮງຢູ່ລະດັບ 5.2 ໃນເວລາຕໍ່ມາ ບໍ່ພໍເທົ່າໃດ ຢູ່ໃນຂົງເຂດດຽວກັນ.
ຫ້ອງການດັ່ງກ່າວເວົ້າວ່າ ເຫດແຜ່ນດິນໄຫວທັງສອງຄັ້ງນັ້ນ ແມ່ນເກີດຂຶ້ນໃນລະດັບຕື້ນໆຂອງພື້ນດິນ ຊຶ່ງປາກົດວ່າ ໄດ້ສ້າງຄວາມເສຍຫາຍໃຫ້ແກ່ຕຶກອາຄານແລະໂຄງສ້າງຕ່າງໆ ຫລາຍກວ່າແຜ່ນດິນໄຫວທີ່ຢູ່ໃນລະດັບເລິກ. ຫ້ອງການນັ້ນ ໄດ້ເຕືອນວ່າ ອາດຈະມີຄວາມເສຍຫາຍ ຍ້ອນເຫດແຜ່ນດິນໄຫວໃນຄັ້ງນີ້ ເກີດຂຶ້ນຢ່າງຫລວງຫລາຍ.
ໂທລະພາບຂອງທາງການຈີນ ກ່າວວ່າ ພວກກູ້ໄພຢູ່ຈຸດສູນກາງຂອງແຜ່ນດິນໄຫວໄດ້ດຶງເອົາຄົນທີ່ຍັງມີຊີວິດຢູ່ອອກຈາກຊາກຫັກພັງຕ່າງໆ.
ພວກທີ່ອາໄສຢູ່ໃນເມືອງ ຈອງຈິງ (Chongqing) ຊຶ່ງເປັນເມືອງທີ່ຢູ່ໃກ້ກັບຈຸດສູນກາງຂອງແຜ່ນດິນໄຫວທີ່ສຸດ, ຕັ້ງຢູ່ຫ່າງຈາກຈຸດດັ່ງກ່າວປະມານ 200 ກິໂລແມັດ ລາຍງານວ່າ ໄດ້ຮັບຄວາມສັ່ນສະເທືອນຈາກແຜ່ນດິນໄຫວ. ອົງການຂ່າວສານຂອງລັດເວົ້າວ່າ ເຮືອນຊານບາງຫລັງ ຢູ່ໃນເມືອງດັ່ງກ່າວ ໄດ້ຖືກທຳລາຍ ແຕ່ກໍໄດ້ເວົ້າວ່າ ບໍ່ມີລາຍງານວ່າ ມີຄົນເສຍຊີວິດແຕ່ຢ່າງໃດ.
ເຫດແຜ່ນດິນໄຫວມັກຈະເກີດຂຶ້ນເປັນປະຈຳຢູ່ໃນແຂວງຊີສວນ ບ່ອນທີ່ໄດ້ເກີດ ແຜ່ນດິນໄຫວຂະໜາດແຮງຢ່າງກວ້າງຂວາງໃນ ປີ 2008 ທີ່ເຮັດໃຫ້ຄົນເກືອບຮອດ 90,000 ຄົນຫາຍສາບສູນ ຫລືເສຍຊີວິດໄປນັ້ນ.