ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ປ່ຽນນະໂຍບາຍໂຄວິດ ເພື່ອຊຸກຍູ້ການຂະຫຍາຍໂຕຂອງເສດຖະກິດ ພາຍໃນປະເທດ


ແຟ້ມ-ປະຊາຊົນພາກັນຍ່າງຜ່ານສູນການຄ້າໃນນະຄອນຫຼວງປັກກິ່ງ, ວັນທີ 4 ທັນວາ 2022.
ແຟ້ມ-ປະຊາຊົນພາກັນຍ່າງຜ່ານສູນການຄ້າໃນນະຄອນຫຼວງປັກກິ່ງ, ວັນທີ 4 ທັນວາ 2022.

ດ້ວຍການປ່ຽນແປງນະໂຍບາຍຄັ້ງໃຫຍ່ກ່ຽວກັບໂຄວິດ-19 ຂອງລັດຖະບານຈີນ, ປັກກິ່ງກຳ​ລັງກັບຄືນມາສຸມໃສ່ການເຕີບໂຕຂອງລະບົບເສດຖະກິດ. ເພື່ອຫຼຸດຜ່ອນຜົນກະທົບຕໍ່ລະບົບເສດຖະກິດພາຍໃນປະເທດ ຈາກການເພີ້ມຂຶ້ນຂອງຈໍານວນຜູ້ຕິດເຊື້ອພະຍາດ, ເຈົ້າໜ້າທີ່ທາງການຂອງລັດ ຖະບານຈີນ ແລະບັນດາບໍລິສັດຕ່າງໆ ໄດ້ອະນຸຍາດໃຫ້ປະຊາຊົນຜູ້ທີ່ມີ​ຜົນກວດພົບວ່າມີໂຄວິດ-19 ກັບຄືນໄປເຮັດວຽກໄດ້, ເຖິງແມ່ນວ່າ ມັນຈະເຮັດໃຫ້ການແຜ່ລະບາດຂອງພະຍາດໄວຣັສ ເພີ້ມໄວຂຶ້ນກວ່າເກົ່າກໍຕາມ.

ພາກການຜະລິດອຸດສາຫະກໍາຢູ່ໃນປະເທດຈີນ ຍັງຄົງຫຼຸດລົງມາເລື້ອຍໆ ອັນເປັນຜົນມາຈາກຂໍ້ຈໍາກັດທີ່ເຂັ້ມງວດຂອງພະຍາດໂຄວິດ-19 ທີ່ຂັດຂວາງການສະໜອງຕ່ອງໂສ້ສິນຄ້າ. ອີງຕາມຂໍ້ມູນທີ່ເຜີຍແຜ່ໂດຍສໍານັກງານສະຖິຕິແຫ່ງຊາດຂອງຈີນໃນວັນອັງຄານແລ້ວນີ້ພົບວ່າ ກໍາໄລຂອງຜູ້ປະກອບການພາຍໃນທີ່ກໍານົດຂະໜາດອອກມາສູງນັ້ນ ຫຼຸດລົງຮອດ 3.6 ເປີເຊັນ ຂອງປີຕໍ່ປີ ຈາກເດືອນມັງກອນ ຫາ ເດືອນ ພະຈິກ ເຖິງ 7.7 ພັນຕື້ຢວນ ຫຼືປະມານ 1.11 ພັນຕື້ໂດລາ.

ເຖິງແມ່ນຈີນ ຈະຕັດຂໍ້ຈໍາກັດບາງອັນກ່ຽວກັບການປ້ອງກັນການແຜ່ລະບາດຂອງພະຍາດໃນຊ່ວງຕົ້ນເດືອນທັນວານີ້ ແລະໄດ້ປະກາດໃນອາທິດນີ້ວ່າ ພວກເຂົາເຈົ້າຈະກັບຄືນມາສຸມໃສ່ລະບົບການທ່ອງທ່ຽວຂາອອກຕະຫຼອດຮອດການຍຸ​ຕິ​ການກວດສອບ ແລະການແຍກໂຕ ສຳ​ລັບ​ຜູ້​ເດີນ​ທາງ​ເຂົ້າ​ປະ​ເທດ ທີ່ຈະມີຂຶ້ນໃນເດືອນມັງກອນນີ້ ກໍ​ຕາມ ແຕ່ວ່າ ການຟື້ນຟູຂອງລະບົບການຜະລິດພາຍໃນປະເທດ ແມ່ນຍັງຢູ່ພາຍໃຕ້ຄວາມກົດດັນຢູ່. ເນື່ອງຈາກປະຊາກອນສ່ວນໃຫຍ່ຂອງຈີນ ແມ່ນໄດ້ຮັບການຕິດເຊື້ອພະຍາດ ຫຼື ມີຄວາມສ່ຽງຕໍ່ການຕິດພະຍາດໄວຣັສ ໂຄໂຣນາ, ຈຶ່ງເຮັດໃຫ້ໃຫ້ການດໍາເນີນງານຂອງຜູ້ທີ່ກໍາລັງຟື້ນຟູນັ້ນ ພົບກັບຄວາມຫຍຸ້ງຍາກ ຫຼື ມີຄວາມສ່ຽງຕໍ່ການຕິດຕໍ່ກັບພະຍາດໄວຣັສ. ອີງຕາມອົງການຂ່າວ Reuters ພົບວ່າ ຄວາມເຊື່ອໝັ້ນຕໍ່ລະບົບເສດຖະກິດ ຂອງຈີນ ຫຼຸດລົງມາເຖິງລະດັບຕໍ່າສຸດ ນັບຕັ້ງແຕ່ປີ 2013 ເປັນຕົ້ນມາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG