ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເຈົ້າໜ້າທີ່ ລະດັບສູງຈີນ​ ທີ່​ໃກ້ຊິດ ກັບທ່ານ ຫູ ຈິນ​​ເຖົາ ​ຖືກ​ລົດ​ຕໍາ​ແໜ່​ງ


ທ່ານ Ling Jihua ໄດ້​ຖືກ​ປົດ​ອອກຈາກ​ຕໍາ​ແໜ່​ງຫົວໜ້າ​ຫ້ອງການ​ກໍາມະການ​ກາງຂອງ​ພັກ​ຄອມ​ມີ​ວນີສ
ທ່ານ Ling Jihua ໄດ້​ຖືກ​ປົດ​ອອກຈາກ​ຕໍາ​ແໜ່​ງຫົວໜ້າ​ຫ້ອງການ​ກໍາມະການ​ກາງຂອງ​ພັກ​ຄອມ​ມີ​ວນີສ
ພັນທະມິດ​ທີ່​ໃກ້ຊິດຄົນ​ນຶ່ງ ຂອງປະທານປະ​ເທດ​ຈີນ ທ່ານ ຫູ ຈິນເຖົາ ​ໄດ້​ຖືກ​ລົດ​ຕໍາ​ແໜ່​ງ ລຸນຫຼັງທີ່ມີ​ລາຍ​ງານ​ວ່າ​ລູກ​ຊາຍ​ຂອງ​ເພິ່ນ​ໄດ້ເສ​ຍຊີວິດໃນອຸບັດ​ເຫດ​ລົດ​ຕໍາ​ກັນ ຊຶ່ງ​ຜູ້ກ່ຽວ​ຂັບ​ໄປ​ພ້ອມ​ກັບ​ຍິງ​ນຸ່ງນ້ອຍ​ຫົ່ມ​ນ້ອຍ​ສອງ​ຄົນ ທີ່​ໄດ້​ຮັບ​ບາດ​ເ​ຈັບທັງ​ສອງ​.

ໜັງສື​ພິມ The South China Morning Post ​ໄດ້​ລົງ​ຂ່າວ​ອ້າງ​ຄໍາ​ເວົ້າ​ຂອງ ​ເຈົ້າໜ້າ​ທີ່​ຄົນ​ນຶ່ງ​ທີ່​ບໍ່​ເປີດ​ເຜີຍ​ຊື່​ເມື່ອ​ວັນ​ຈັນ ທີ່​ຢືນຢັນວ່າ ນາຍ ລິງ ກູ ລູກ​ຊາຍ​ຂອງ​ທ່ານ Ling Jihua ທີ່​ເຄີຍ​ເປັນ​ເຈົ້າໜ້າ​ທີ່​ລະດັບ​ສູງ​ຂອງພັກ​ຄອມ​ມີ​ວນີສຈີນ ໄດ້ເສຍ​ຊີວິດ​ໄປ​ໃນ​ເດືອນມີນາ​ຜ່ານ​ມາ​ໃນ​ຂະນະ ​ທີ່​ຂັບ​ລົດສະປອດຫລູຫລາລາຄາ​ແພງຄັນ​ນຶ່ງ. ​ລາຍ​ງານ​ເວົ້າວ່າ ຜູ້ກ່ຽວ​ນຸ່ງ​ແຕ່​ສົ້ງ ​ເວລາ​ລົດ​ເກີດ​ອຸບັດ​ເຫດນັ້ນ.

ສື່​ມວນ​ຊົນ​ທາງ​ການ​ລາຍ​ງານ​ວ່າ ທ່ານ ລິງ ຈິ​ຮົວ ​ໄດ້​ຖືກ​ປົດ​ອອກຈາກ​ຕໍາ​ແໜ່​ງຫົວໜ້າ​ຫ້ອງການ​ກໍາມະການ​ກາງຂອງ​ພັກ​ຄອມ​ມີ​ວນີສ ​ໂດຍ​ທີ່​ບໍ່​ໄດ້​ເອີ່ຍ​ເຖິງ​ເລຶ່ອງອຸບັດ​ເຫດ​ລົດ​ຂອງ​ລູກ​ຊາຍ.

ລາຍ​ງານ​ທີ່​ອັບອາຍ​ຂາຍໜ້າ​ຂອງ​ອຸບັດ​ເຫດ​ລົດສະປອດ Ferrari ທີ່​ຂັບ​ໄປດ້ວຍ​ຄວາມ​ໄວ​ສູງ ​ແລະ​ເກີດ​ຂຶ້ນ​ເມື່ອ​ວັນ​ທີ່ 18 ​ເດືອນ​ມີນາຜ່ານ​ມາ ຕາມ​ທີ່​ມີ​ການ​ກ່າວ​ຫາ​ນັ້ນ ​ແມ່ນຕິດຕາມມາ​ຫລັງ​ຈາກຂ່າວນອງ​ນັນທາ​ງ ການ​ເມືອງ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ຈີນ​ໃນ​ຮອບຫຼາຍສິບ​ປີ ຄື​ການ​ຕົກ​ຈາກ​ອໍາ ນາດ​ຂອງ​ນັກ​ການ​ເມືອງ​ອາວຸ​ໂສ ທ່ານ ​ໂບ ຊີ ລາຍ ທີ່​ພັນ​ລະ​ຍາ​ຂອງ​ທ່ານໄດ້​ຮັບ​ການ​ຜ່ອນຜັນ​ໂທດ​ປະຫານ​ຊີວິດ ​ເມື່ອ​ເດືອນ​ຜ່ານ​ມາ ຫຼັງຈາກ​ສາລະພາບ​ວ່າ​ໄດ້​ສັງຫານ​ນັກທຸລະກິດ ຊາຍຊາວ​ອັງກິດ​ຄົນ​ນຶ່ງ​ດ້ວຍ​ການ​ວາງຢາ​ພິດ​.
XS
SM
MD
LG