ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນວາງກົດລະບຽບ ເຂັ້ມງວດ ສຳຫລັບເລືອກຕັ້ງ ເອົາຜູ້ປົກຄອງ ຮົງກົງ (ວີດີໂອ)


ບັນດາເຈົ້າໜ້າທີ່ຈີນ ກ່າວຕໍ່ກອງປະຊຸມຖະແຫລງຂ່າວ ຂອງ
ຄະນະກຳມະການຖາວອນຂອງສະພາປະຊາຊົນແຫ່ງຊາດຈີນ
ທີ່ປັກກິ່ງ, ວັນທີ 31 ສິງຫາ 2014.
ບັນດາເຈົ້າໜ້າທີ່ຈີນ ກ່າວຕໍ່ກອງປະຊຸມຖະແຫລງຂ່າວ ຂອງ ຄະນະກຳມະການຖາວອນຂອງສະພາປະຊາຊົນແຫ່ງຊາດຈີນ ທີ່ປັກກິ່ງ, ວັນທີ 31 ສິງຫາ 2014.

ສະພາ​ນິຕິບັນຍັດ​ສູງ​ສຸດ​ຂອງ​ຈີນ ກ່າວ​ວ່າ ຕົນ​ຈະ​ຄວບ​ຄຸມ​ຢ່າງ​
ເຄັ່ງ​ຄັດການສະ​ເໜີ​ຊື່ພວກ​ສະໝັກ ສຳ​ຫລັບ​ການຄັດ​ເລືອກ​ຄັ້ງ
​ສຳຄັນເອົາຜູ້​ປົກຄອງ​ຮົງ​ກົງ​ ໃນ​ປີ 2017 ນັ້ນ.

ຄະນະ​ກໍາມະ​ການ​ຖາວອນ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດຈີນ ​ໄດ້
ຕັດສິນ​ໃຈ​ໃນ​ວັນ​ອາທິດ​ມື້​ນີ້ ວ່າ ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ເປັນ​ຫົວ
ໜ້າບໍລິຫານ​ ຮົງ​ກົງ​ຄົນ​ຕໍ່​ໄປ ຈະ​ຕ້ອງ​ໄດ້​ຮັບ​ສຽງສະໜັບສະໜຸນ
ຂ້າງ​ຫຼາຍ ຈາກ​ຄະນະ​ກຳມະການ​ສະ​ເໜີ​ແຕ່ງ​ຕັ້ງ “ທີ່ຕາງໜ້າ​
ປະຊາຊົນຢ່າງ​ກວ້າງຂວາງ”
​ຈຶ່ງຈະ​ສະໝັກ​ເຂົ້າ​ແຂ່ງຂັນ​ໃນ
ການ​ເລືອກ​ຕັ້ງ​ໃນ​ປີ 2017 ​ໄດ້ນັ້ນ.

ຊາວຮົງກົງພາກັນອອກມາປະທ້ວງຈີນ ຫລັງຈາກການຕັດສິນໃຈ ຂອງສະພາປະຊາຊົນຈີນ ໃນມື້ນີ້, ວັນທີ 31 ສິງຫາ 2014.
ຊາວຮົງກົງພາກັນອອກມາປະທ້ວງຈີນ ຫລັງຈາກການຕັດສິນໃຈ ຂອງສະພາປະຊາຊົນຈີນ ໃນມື້ນີ້, ວັນທີ 31 ສິງຫາ 2014.

ການ​ຕັດສິນ​ໃຈ​ດັ່ງກ່າວ​ນີ້ ​ເບິ່ງ​ຄື​ວ່າ ຈະສົ່ງ​ຜົນໃຫ້​ບໍ່​ມີ​ຜູ້​ສະໝັກ​
ຮັບ​ເລືອກ​ຕັ້ງຈາກ​ຝ່າຍ​ຄ້ານຈັກ​ຄົນ ເຂົ້າ​ຮ່ວມໃນ​ການເລືອກ​ຕັ້ງ
​ນັ້ນ ​ແລະ​ເບິ່ງ​ຄື​ວ່າ​ຈະສ້າງ​ຄວາມ​ໂກດ​ແຄ້ນ​ໃຫ້​ແກ່ ​ພວກ​ນັກ
​ເຄື່ອນ​ໄຫວທີ່ນິຍົມ​ປະຊາທິປະ​ໄຕ​ໃນອະດີດ​ອະ​ນາ​ນິຄົມແຫ່ງ​ນັ້ນ
​ຂອງອັງກິດ​ ທີ່​ໄດ້​ຂົ່ມຂູ່ຈະຊຸກຍູ້​ໃຫ້​ປະຊາຊົນ​ທຳ​ການ​ປະ​ທ້ວງ
ຖ້າ​ຫາກ​ຈີນ​ຫ້າມ​ການ​ເລືອກ​ຕັ້ງເອົາ​ຜູ້​ບໍ​ລິ​ຫານໂດຍ​ກົງນັ້ນ ​ໂດຍ
​ເອີ້ນ​ການ​ຄັດ​ເລືອກ​ຜູ່້ສະໝັກ​ຮັບ​ເລືອກ​ຕັ້ງ​ລ່ວງ​ໜ້າ ຂອງ​ປັກ​ກິ່ງ​ວ່າ
“​ເປັນ​ປະຊາທິປະ​ໄຕ​ຈອມ​ປອມ” ທີ່​ເຮັດ​ໃຫ້ການ​ປ່ອນ​ບັດ​ເລືອກ​ຕັ້ງ​ໃດໆ​ໄຮ້​ຄວາມ​ໝາຍ.

ຫົວໜ້າ​ບໍລິຫານຮົງ​ກົງ​ທັງ​ໝົດ ​ແມ່ນ​ໄດ້​ຖື​ກ​ເລືອກ​ເອົາ​ ​ໂດຍ​ຄະນະ​ກຳມະການ​ເລືອກ​ຕັ້ງ​ນ້ອຍໆ ​ທີ່ສະມາຊິກ​ເຕັມ​ໄປ​ດ້ວຍພວກ​ທີ່​ຈົງ​ຮັກ​ພັກດີ​ຕໍ່ປັກ​ກິ່ງ ຈາກ​ພາກ​ສ່ວນທຸລະ​ກິດ​.

ການປະທ້ວງຕໍ່ຕ້ານຈີນ ຢູ່ຮົງກົງ ເມື່ອວັນທີ 18​ ເດືອນສິງຫານີ້:

HONG KONG PROTEST - 8-18
please wait

No media source currently available

0:00 0:01:16 0:00

XS
SM
MD
LG