ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ກຳນົດແຜນການ 5 ປີ ສຳລັບ ໂຄງການ ດ້ານອາວະກາດ


ການທົດລອງຍານອາວະກາດຂອງຈີນ ທີ່ກຳລັງຂຶ້ນສູ່ທ້ອງຟ້າ ທີ່ ເມືອງ Jiuquan ແຂວງ Gansu ຂອງຈີນ.
ການທົດລອງຍານອາວະກາດຂອງຈີນ ທີ່ກຳລັງຂຶ້ນສູ່ທ້ອງຟ້າ ທີ່ ເມືອງ Jiuquan ແຂວງ Gansu ຂອງຈີນ.

ຈີນ​ວາງ​ແຜນ​ທີ່​ຈະ ​ເອົາ​ບາດກ້​າວ ທັງ “ຄວາມ​ແຂງ​ແກ່ນ​ແລະ​ຂະໜາດ” ​ໃນ​ໂຄງການ​ອາ​ວະ​ກາດ ຊຶ່ງ​ນັ້ນ ​ແມ່ນຄຳເວົ້າ​ເຈົ້າ​ໜ້າ​ທີ່​ໃຍ​ດ້ານອາ​ວະ​ກາດ​ແຫ່ງ​ຊາດ​ຂອງ​ຈີນ ​ໄດ້​ກ່າວໃນ​ວັນ​ອັງຄານ​ມື້​ນີ້.

ປັກ​ກິ່ງ ​ໄດ້​ເຜີຍ​ແຜ່​ເອກ​ກະສາ​ນ ປົກ​ຂາວ ຫຼື “white paper” ຊຶ່ງ​ເປັນການ​ນຳ​ສະ​ເໜີເອກ
​ກະສາ​ນທາງ​ການ ​ໃນ​ວັນ​ອັງຄານ​ມື້​ນີ້ ທີ່​ໄດ້ກ່າວ​ເຖິງ ຍຸ​ທະ​ສາດ​ທາງ​ອາ​ວະ​ກາດ​ໃນ​ຮອບ
5 ປີ ຂ້າງ​ໜ້າ​ນີ້. ປະ​ເທດ​ດັ່ງກ່າວ ມີ​ຄວາມ​ໝາຍໝັ້ນ​ ຕໍ່​ການ​ນຳ​ໃຊ້​ໃນ​ທາງ​ສັນຕິ ແລະຄັດ ຄ້ານ​ຕໍ່​ການ​ແຂ່ງຂັນ​ທາງ​ອາວຸດໃດໆ ອີງ​ຕາມເອກ​ກະສາ​ນ “white paper” ທີ່​ນຳ​ອອກ​ເຜີຍ​ແຜ່ ​ໂດຍຫ້ອງການ​ທີ່​ປຶກສາ​ຂອງລັດຖະບານ​ຈີນ.

ທ່ານ Wu Yanhua ຮອງ​ເຈົ້າ​ທີ່ ຂອງ​ໂຄງການ​ອາ​ວະ​ກາດແຫ່ງ​ຊາດ​ຈີນ ​ໄດ້​ກ່າວ​ ຢູ່​ໃນ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ​ວ່າ “ຈີນ​ຢາກ​ທີ່​ຈະ​ປະສານ​ງານ​ກັບ​ປະຊາ​ຄົມນາໆ​ຊາດ ​ເພື່ອ​ຮວມກັນ​ເຂົ້າ​ໃນ​ໂຄງການ​ພັດທະນາ​ອຸດສາຫະກຳ​ທາງ​ດ້ານ​ອາ​ວະ​ກາດໃນທົ່ວໂລກ ບົນ​ພື້ນຖານ​ຂອງ​ຄວາມ​ເທົ່າ​ທຽມ​ກັນ​ແລະໃຫ້ຜົນ​ປະໂຫຍດແກ່ທຸກ​ພັກ​ຝ່າຍ. ການ​ນຳ​ໃຊ້​ອາ​ວະ​ກາດ​ໃນທາງສັນຕິ ​ແລະ​ຮວມທັງ​ການ​ພັດທະນາ.”

​ເຖິງ​ຢ່າງ​ນັ້ນ ກໍ​ຕາມ ​ໂຄງການ​ດັ່ງກ່າວ​ຍັງ​ຈະ “ຈັດ​ໃຫ້​ພຽງພໍ​ຕໍ່​ຄວາມ​ຮຽກຮ້ອງ​ຕ້ອງການ​ທາງ​ເສດຖະກິດ ດ້ານ​ວິທະຍາສາດ ​ແລະການ​ພັດທະນາ​ທາງ​ດ້ານ​ເທັກ​ໂນ​ໂລ​ຈີ ​ແລະ​ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ​ແລະ​ການ​ດຳ​ເນີນ​ການ​ ທາງສື່​ສັງຄົມ ອິງ​ຕາມ​ນະ​ໂຍ ບາຍ​ຂອງ white paper.”

ທ່ານ Wu ​ໄດ້​ກ່າວ​ວ່າ “​ໃນ​ຮອບ 5 ປີ ຂ້າງ​ໜ້າ ພວກ​ເຮົາ​ຈະ​ທົດ​ລອງ​ກິດຈະກຳ​ຕ່າງໆ ທາງອາ​ວະ​ກາດ ​ແລະ​ປະສານ​ງານ ທາງ​ວິ​ທະຍາ​ສາດ ​ແລ​ະການ​ລ້ຳ​ໜ້າ ຂອງ​ການ​ພັດທະນາ​ທຸກ​ຮູບ​ແບບ ຂອງວິທະຍາສາດ​ອາ​ວະ​ກາດ ​ເທັກ​ໂນ​ໂລ​ຈີ​ອາ​ວະ​ກາດ ​ແລະ ການນຳໃຊ້ອື່ນ​ໆນຳ.”

ເອກກະສານ “white paper.” ​ແມ່ນ​ສະທ້ອນໃຫ້ເຫັນ​ເຖິງ​ຄວາມ​ຮຽກຮ້ອງ​ຂອງ​ປະທານ​ປະ​ເທດ​ຈີນທ່ານ Xi Jinping ທີ່​ຢາກ​ຈະ​ໃຫ້​ຈີນ​ເປັນມະຫາອຳນາດ​ທາງດ້ານ​ອາ​ວະ​ກາດ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG