ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານຂອງຈີນ ຕັດສິນລົງໂທດ ອະດີດຫົວໜ້າຕໍາຫລວດ


ທ່ານ Wang Lijun ອະດີດຫົວໜ້າຕໍາຫລວດ ເມືອງຈົງຈິງ ທີ່ຖືກຕັດສິນໂທດ ຈໍາຄຸກ.
ທ່ານ Wang Lijun ອະດີດຫົວໜ້າຕໍາຫລວດ ເມືອງຈົງຈິງ ທີ່ຖືກຕັດສິນໂທດ ຈໍາຄຸກ.
ສານ​ຂອງ​ຈີນ ​ໄດ້​ຕັດສິນ​ລົງ​ໂທດຈໍາ​ຄຸກ 15 ປີ​ ຕໍ່ອ​ະດີດຫົວ​ໜ້າ
​ຕໍາ​ຫລວດ ຜູ້​ທີ່​ໄດ້​ກໍ່​ໃຫ້​ເກີດ​ຂ່າວ​ນອງ​ນັນ​ທາງ​ການ​ເມືອງ ​ແລະ
​ເຮັດ​ໃຫ້​ນັກ​ການ​ເມືອງ​ຂັ້ນ​ສູງ​ ທ່ານ Bo Xilai ຕົກຈາກ​ຕໍາແໜ່​ງ
ພັກນັ້ນ.

ອົງການ​ຂ່າວຊິນ​ຫົວຂອງ​ທາງ​ການຈີນ ກ່າວ​ວ່າ ທ່ານ Wang Lijun ມີຄວາມ​ ຜິດ​ໃນ​ການ​ໂຕນ​ໜີ ໃຊ້ອໍານາດ​ເຖື່ອນ ຮັບ​ສິນ​ບົນ ​ແລະບິດ​ເບືອນ​ກົດໝາ​ຍເພື່ອ​ຜົນ​ປະໂຫຍ​ດຂອງ​ຕົນ​ເອງ.

ໃນ​ເດືອນ​ກຸ​ມພາຜ່ານ​ມາ ທ່ານ Wang ​ໄດ້​ຫລົບໜີ​ໄປ​ຢູ່ກົງ​ສູນ
ສະຫະລັດ ທີ່​ເມຶຶ​ອງ Chengdu ບ່ອນ​ທີ່​ທ່ານ​ບອກ​ ບັນ​ດາ​ນັກ​ການ​ທູດອະ​ເມຣິກັນ ວ່າ ພັນ​ລະ​ຍາ​ຂອງ ​ທ່ານ Bo ຄື​ ທ່ານ​ນາງ Gu Kailai ​ໄດ້​ສັງຫານ​ ນັກທຸລະກິດ​ອັງກິດ ຍ້ອນ​ການຂັດ​ແຍ້​ງກັນເລື່ອງ​ທຸລະ​ກິດ. ຕໍ່​ມາ ນາງ Gu ​ໄດ້​ຖືກ​ຕັດສິນ​ວ່າ​ມີ​ຄວາມ​ຜິດ​ໃນ​ຂໍ້​ຫາ​ຄາດ​ຕະກໍາ ​ໃນ​ຂະນະ​ທີ່ທ່ານ Bo ​ໄດ້​ຖືກ​ປົດ​ອອກ​ຈາກ ຕໍາ​ແໜ່​ງພັກ.

ອົງການ​ຂ່າວຊິນ​ຫົວ​ລາຍ​ງານ​ວ່າ ທ່ານ Wang ບໍ່​ໄດ້​ຄັດ​ຄ້ານ​ຕໍ່​ຂໍ້​ກ່າວ​ຫາ ​ໃນ​ລະຫວ່າງ​ການ​ດໍາ​ເນີນ​ຄະດີ ທີ່​ມີ​ການວາງ​ແຜນ​ເປັນ​ຢ່າງ​ດີ ເປັນ​ເວລາ​ສອງ​ວັນ ​ແລະ​ປິດບໍ່​ໃຫ້ສື່​ມວນ​ຊົນຕ່າງປະ​ເທດ ​ເຂົ້າ​ຟັງ​ນັ້ນ.
XS
SM
MD
LG