ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ຕັດສິນໂທດ ໃຫ້ອີກ 9 ຄົນ ຕິດຄຸກ ໃນເຂດ Xinjiang ທີ່ວຸ້ນວາຍ


ແຜນທີ່ເຂດ Urumqi ແຂວງ Xinjiang, ຈີນ
ແຜນທີ່ເຂດ Urumqi ແຂວງ Xinjiang, ຈີນ

ຈີນຍັງສືບຕໍ່ ການປຸກລະດົມ ຕໍ່ຕ້ານພວກກໍ່ການຮ້າຍ ຢູ່ໃນເຂດ
Xinjiang ທີ່ວຸ້ນວາຍທາງ​ພາກຕາ​ເວັນ​ຕົກ​ຂອງ​ປະ​ເທດ ​ໂດຍ​ໄດ້
ຕັດ​ໂທ​ດອີກ 9 ຄົນ​ໃຫ້ຕິດ​ຄຸກໃນ​ຖານເຂົ້າຮ່ວມການໂຮມຊຸມນຸມ
ປະ​ທ້ວງ​.

ອົງການ​ຂ່າວ​ຂອງ​ທາງ​ການຈີນລາຍງານ​ວ່າ ການ​ຕັດສິນໂທດ
ຈຳຄຸກໃນຄັ້ງນີ້​ແມ່ນ​ເລີ້ມ​ແຕ່ 3 ຫາ 14 ປີໃນຄວາມຜິດທີ່​ຮວມ​
ທັງການ​ສິດສອນກ່ຽວກັບເລື່ອງສົງຄາມສັກສິດຫຼື jihad ​ແລະ
​ການ​ຍຸ​ຍົງໃຫ້​ມີ​ການ​ແບ່ງ​ແຍກ​ດິນແດນແລະ​ກຽດ​ຊັງ​ລະຫວ່າງຊົນເຜົ່າ. ​

ໜັງສືພິມ​ປະຊາຊົນລາຍ​ວັນ ຫຼື People’s Daily ກ່າວ​ວ່າ ມີ 3 ພັນ​ຄົນ ເຂົ້າ​ຮ່ວມໃນ​ການຕັດສິນໂທດຫລາຍໆຄົນພ້ອມກັນ ຊຶ່ງ​ເຈົ້າ​ໜ້າ​ທີ່​ພວມນຳໃຊ້ ເພື່ອໃຫ້ໄດ້ຮັບການ​ສະ​ນັບ​ສະ​ໜຸນ​ຈາກ​ປະຊາຊົນ ​ກ່ຽວກັບການປາບປາມພວກກໍ່ການຮ້າຍ.

​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນຄົນນຶ່ງ ​ໃນເຂດ Qapqal ບ່ອນ​ທີ່​ໄດ້ມີການຕັດສິນໂທດໃນຄັ້ງນີ້ ​ໄດ້ຮຽກ
ຮ້ອງໃຫ້ເຮັດໃນ​ອັນ​ທີ່​ເອີ້ນ​ວ່າ ສົງຄາມ​ປະຊາຊົນ ​ເພື່ອ​ຕໍ່ຕ້າ​ນພວກກໍ່ການຮ້າຍ ​ໂດຍ​ກ່າວ​ວ່າ ປະຊາຊົນພົນລະ​ເຮືອນຄວນ​ຈະ “ທັບມ້າງແຜນການ​ຊົ່ວ​ຮ້າຍ​ຂອງ​ພວກ​ສັດຕູຢ່າງ ເດັດດ່ຽວ.”

ເຈົ້າ​ໜ້າ​ທີ່ໃນ​ສັບປະດາ​ແລ້ວ​ນີ້ ​ໄດ້ປະກາດວ່າ ຕົນ​ຈັບ​ກຸມຜູ້​ຕ້ອງ​ສົງ​ໄສ​ໄດ້ 380 ຄົນ
ແລະລົງໂທ​ດໄປແລ້ວ 315 ຄົນ​ໃນ​ລະຫວ່າງເດືອນ​ທຳ​ອິດ​ຂອງການທັບມ້າງປາບປາມ
ຕະຫຼອດ ​ປີເພື່ອຮັກສາ​ຄວາມ​ປອດ​ໄພ ຢູ່ໃນ​ແຂ​ດ Xinjiang.

ມີ​ປະມານ 200 ຄົນ ​ໄດ້​ເສຍ​ຊີວິດ​ໃນ​ຄວາມວຸ້ນວາຍ ​ໃນ​ຮອບປີຜ່ານມາ ຢູ່ໃນ​ເຂ​ດ Xinjiang ຊຶ່ງ​ໃນ​ຫຼາຍໆກໍລະນີ ແມ່ນ​ໄດ້ເພີ່ມຄວາມສະ​ລັບ​ສັບ​ຊ້ອນຫຼາຍຂຶ້ນໃນການໂຈມ​ຕີ​ທີ່​ແນ່ເປົ້າ​
ໝາຍ​ໃສ່ພົນລະ​ເຮືອນ​ນັ້ນ.​

XS
SM
MD
LG