ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຈີນ ຕັດສິນໂທດ ປະຫານຊີວິດ ພວກຄ້າ ຢາເສບຕິດ ມຽນມາ 4 ຄົນ


ທ້າວໜໍ່ຄຳ ຫົວໜ້າແກັ່ງຄ້າຢາເສບຕິດຈາກລັດສານ ຂອງພະມ້າ ຖືກສົ່ງໂຕໃຫ້ເຈົ້າໜ້າທີ່ຈີນ.
ທ້າວໜໍ່ຄຳ ຫົວໜ້າແກັ່ງຄ້າຢາເສບຕິດຈາກລັດສານ ຂອງພະມ້າ ຖືກສົ່ງໂຕໃຫ້ເຈົ້າໜ້າທີ່ຈີນ.
ສານແຫ່ງ​ນຶ່ງໃນ​ພາກ​ໃຕ້​ຂອງຈີນ ​ໄດ້​ຕັດສິນ​ລົງ​ໂທດ ​ປະຫານ​
ຊີວິດສະມາຊິກ 4 ຄົນຂອງແກັ່ງຄ້າ​ຢາ​ເສບ​ຕິດ​ມຽນມາ ​ທີ່​ໄດ້
ລັກພາ​ໂຕແລະ​ສັງ ຫານລູກເຮືອ​ຊາວ​ຈີນ 13 ຄົນ ​ໃນ​ບໍລິ​ເວນ​
ສາມຫລ່ຽມຄຳ ​ຂອງແມ່​ນໍ້າ ຂອງ ​ເມື່ອປີ​ກາຍ​ນີ້.


ອົງການ​ຂ່າວຊິນ​ຫົວຂອງ​ທາງ​ການ​ຈີນ ກ່າ​ວ​ໃນ​ວັນ​ອັງ​ຄານມື້ນີ້ວ່າ ຫົວ ໜ້າ​ແກັ່ງ ທ້າວ Naw Kham ​ແລະ​ລູກ​ນ້ອງ​ອີກ​ສາ​ມຄົນ​ ໄດ້​ມີ​ຄວາມ​ຜິດ ​ໃນ​ຖານ​ຈີ້​ເຮືອ​ບັນທຸກ​ຂອງ​ຈີນ 2 ລຳ ​ແລະ​ສັງຫານ​ພວກ​ລູກ​ເຮືອ​ ​ເຫຼົ່ານີ້ ຢູ່ໃນ​ເຂດ​ແດນ​ຂອງ​ໄທ ​ໃນ​ເດືອນ​ຕຸລາ ປີ 2011.

ລາຍ​ງານຂ່າວ​ຍັງ​ແຈ້ງ​ວ່າ ສະມາຊິກ​ແກັ່ງຄົນ​ນຶ່ງ​ ໄດ້​ຖືກໂຈະ​ການ​ປະ ຫານ​ຊີວິດ​ເປັນການ​ຊົ່ວຄາວ ​ແລະ​ອີກ​ຄົນ​ນຶ່ງ​ຖືກຕິດ​ຄຸກ 8 ປີ ​ໃນການ​ດຳ​ເນີນ​ຄະດີ​ທີ່ເມືອງ Kunming ແຂວງ Yunan.
ການ​ໂຈມຕີທີ່​ວ່າ​ນີ້​ໄດ້​ເກີດຂື້ນ ​ໃນ​ບໍລິ​ເວນ​ທີ່​ເອີ້ນ​ວ່າ “ສາມ​ຫລ່ຽມ​ຄໍາ” ຊຶ່ງ​ເປັນ​ຂົງ​ເຂດ​ທີ່​ຮູ້​ກັນ​ວ່າ ​ເປັນ​ບ່ອນ​ລັກລອບ​ຢາ​ເສບ​ຕິດ ​ທີ່​ຊາຍ​ແດນ ລາວ ມຽນມາ ​ແລະ​ໄທ​ພົບ​ກັນ. ມັນ​ເປັນ​ການ​ໂຈມ​ຕີ​ທີ່​ຮ້າຍ​ແຮງ​ທີ່​ສຸດ ຢູ່​ໃນ​ຕ່າງປະ​ເທດ ຕໍ່​ຊາວ​ຈີນ ​ໃນ​ປະຫວັດ​ສາດ​ມໍ່ໆ​ມາ​ນີ້.

​ເຫດການ​ດັ່ງກ່າວ​ນີ້​ໄດ້ພາ​ໃຫ້ຈີນມີ​ຄວາມ​ໂກດ​ແຄ້ນ​ເປັນ​ທີ່​ສຸດ ຊຶ່ງ​ຫຼັງ ຈາກ​ນັ້ນຈີນ​ກໍ​ໄດ້​ເພີ້ມການ​ລາດ​ຕະ​ເວນ​ຢູ່​ຕາມ​ລຳ​ແມ່​ນໍ້າຂອງ ​ແລະ​ຮຽກເຈົ້າ​ໜ້າ​ທີ່ການ​ທູດຈາກໄທ ລາວ ​ແລະ​ມຽນມາ​ເຂົ້າພົບ.

​ແກັ່ງ​ຄ້າ​ຢາ​ເສບ​ຕິດດັ່ງກ່າວ​ມີ​ຖານ​ປະຕິບັດ​ງານ​ຢູ່ໃນ​ລັດ Shan ທີ່​ວຸ້ນ ວາຍຂອງ​ມຽນມາ ຊຶ່ງ​ຕິດ​ກັບ​ຊາ​ຍ​ແດນຕິດ​ກັບຈີນນັ້ນ.

ສື່​ມວນ​ຊົນ​ລັດຖະບານຈີນ​ກ່າວ​ວ່າ ການດຳ​ເນີນ​ຄະດີພວກ​ຜູ້​ຊາຍ​ເຫລົ່​າ ນີ້ ​ໄດ້​ສີ້​ນສຸດ​ລົງ​ໃນ​ເດືອນກັນຍາ ຫລັງ​ຈາກ​ພວກ​ເຂົາ​ເຈົ້າຍອມ​ຮັບສາ ລະພາບວ່າ ໄດ້​ຂ້າຄົນ​ໂດຍ​ເຈດ​ຕະນາ ລັກລອບຄ້າ​ຢາ​ເສບ​ຕິດ ລັກ ພາໂຕ​ແລະ​ຈີ້​ເຮືອ. ລາຍ​ງານຂ່າວ​ແຈ້ງ​ວ່າ ຜູ້​ຕ້ອງ​ຫາ
ທັງ 6 ຄົນ ມີ​ແຜນ​ຈະຂໍ​ອຸທອນ ຕໍ່​ຄຳ​ຕັດສິນດັ່ງກ່າວ.
XS
SM
MD
LG