ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ຕັດສິນໂທດ ປະຫານຊີວິດ 3 ຄົນ ໃນຖານ ກໍ່ການຮ້າຍ


ຮູບພາບທີ່ສະແດງໃຫ້ເຫັນ ຜູ້ຊາຍຄົນນຶ່ງ ກໍາລັງຈູດລົດ ຢູ່ນອກຕຶກ ຂອງໜ່ວຍຕໍາຫລວດ ລາດຕະເວນພິເສດ ຢູ່ທີເມຶອງ Lukqun.
ຮູບພາບທີ່ສະແດງໃຫ້ເຫັນ ຜູ້ຊາຍຄົນນຶ່ງ ກໍາລັງຈູດລົດ ຢູ່ນອກຕຶກ ຂອງໜ່ວຍຕໍາຫລວດ ລາດຕະເວນພິເສດ ຢູ່ທີເມຶອງ Lukqun.
ສານ​ຂອງ​ຈີນແຫ່ງນຶ່ງ ​ໄດ້​ຕັດສິນລົງໂທດປະຫານ​ຊີວິດ​ ຜູ້​ຊາຍ​
ສາມ​ຄົນ ​ກ່ຽວ​ກັບ​ການ​ກໍ່​ຈະ​ລາ​ຈົນ​ຮ້າຍແຮງ​ທີ່​ກຸງ​ປັກ​ກິ່ງ​ໄດ້​ຖິ້ມ
​ໂທດ​ໃສ່ພວກ​ຫົວ​ຮຸນ​ແຮງ​ມຸສລິ​ມຢູ່​ທີ່​ແ​ຂວງ Xinjiang ໃນ​
ພາກ ຕາ​ເວັນ​ຕົກ​ຂອງ​ປະ​ເທດ.

ອົງການ​ຂ່າວ​ຊິນ​ຫົວ​ລາຍ​ງານໃນ​ວັນ​ສຸກ​ມື້​ນີ້ວ່າ ພວກ​ຜູ້​ຊາຍທັງ
​ສາມໄດ້​ຖືກ​ພົບ​ເຫັນ​ວ່າ​ມີ​ຄວາມ​ຜິດ ​ໃນ​ຂໍ້​ກ່າວ​ຫາຕ່າງໆ​ຮວມ​
ທັງ​ການ​ສັງຫານ ການວາງ​ເພີງ ​ແລະການ​ເຂົ້າ​ຮ່ວມ​ຢູ່​ໃນ​ກຸ່ມ​ກໍ່
ການ​ຮ້າຍ. ຜູ້​ຊາຍ​ຄົນ​ທີ​ສີ່ ​ໄດ້​ຖືກ​ຕັດສິນ​ລົງ​ໂທດ​ໃຫ້​ຕິ​ດຄຸກ
25 ປີ.

ສານ​ກ່າວ​ວ່າ ພວກ​ຜູ້​ຊາຍ​ເຫຼົ່ານີ້ “​ໄດ້​ໂຄສະ​ນາ ​ແລະ​ແຜ່ຜາຍ​ສາສະໜາ ທີ່​ຮຸນ​ແຮງຈັດ
​ເບິ່ງ​ວີ​ດີ​ໂອ ​ຍຸ​ຍົງ​ໃຫ້​ກໍ່​ຄວາມ​ຮຸນ​ແຮງ​ຈາກບັນດາອົງການ​ກໍ່​ການ​ຮ້າຍ​ຕ່າງປະ​ເທດແລະ​ອ່ານ​ປື້​ມຕ່າງໆ ກ່ຽວ​ກັບສາສະໜາ ທີ່​ນິຍົມ​ແນວທາງ​ຫົວ​ຮຸນ​ແຮງ​ຈັດ” ​ໃນ​ການ​ຕຽມ​ທໍາ​ກາ​ນ​ໂຈມ​ຕີນັ້ນ.

ອົງການ​ຂ່າວ​ຊິນ​ຫົວ ​ໃນ​ຂັ້ນ​ຕົ້ນໄດ້ລາຍ​ງານວ່າ 35 ຄົນ​ໄດ້​ຖືກ​ສັງຫານ​ເວລາ “ພວກ​ທີີ່​ມີມີດ​ເປັນ​ອາວຸດ” ​ໂຈມ​ຕີປ້ອມຕໍາຫຼວດ ​ແລະ​ເປົ້າ​ໝາຍ​ຂອງ​ລັດຖະບານ​ຕ່າງໆ​ຢູ່​ໃນ​ເມືອງ Shanshan. ​ໃນ​ວັນ​ສຸກມື້​ນີ້ລາຍ​ງານ​ກ່າວ​ວ່າ ການ​ໂຈມ​ຕີ​ໄດ້ເຮັດ​ໃຫ້ 24 ຄົນ ​ເສຍ​ຊີວິດ ຮວມ​ທັງ​ເຈົ້າ​ໜ້າ​ທີ່​ຕໍາ​ຫລວດ​ສອງ​ຄົນ.

ການ​ກໍ່​ຈະລາຈົນ​ທີ່​ວານີ້ ​ເປັນຄວາມ​ຮຸນ​ແຮງ​ທີ່​ຮ້າຍແຮງສຸດ​ ຢູ່​ແຂວງ Xinjiang ຊຶ່ງ​ໃນ​ບາງ​ຄັ້ງ​ບາງ​ຄາວ ​ໄດ້​ເກີດການ​ປະ​ທ​ະ ກັນ​ຂຶ້ນ ລະຫວ່າງ​ບັນດາສະມາຊິກ ຂອງ​ຊາວ​ມຸສລິ​ມ Uighur ຊຶ່ງ​ເປັນ​ຄົນ​ສ່ວນ​ໃຫຍ່​ທີ່​ອາໄສ​ຢູ່​ໃນ​ຂົງ​ເຂດ ​ແຕ່ເປັນ​ຊົນ​ກຸ່ມນ້ອຍ ຂອງ​ປະ​ເທດ ​ແລະຊາວ Han ທີ່ເປັນ​ຊົນ​ກຸ່ມໃຫຍ່ຂອງ​ປະ​ເທດ.

ກຸງ​ປັກ​ກິ່ງ ​ໄດ້​ຖິ້ມ​ໂທດ​ກ່ຽວ​ກັບ​ສ່ວ​ນ​ໃຫຍ່​ຂອງຄວາມ​ບໍ່​ສະ​ຫງົບ​ຢູ່​ເຂດ Xinjiang ຫວ່າງມໍ່ໆ​ມາ​ນີ້ ​ໃສ່​ອັນທີ່​ເຂົາ​ເຈົ້າຮ້ອງ​ວ່າ ພວກ​ກໍ່​ການ​ຮ້າຍ Uighur ທີ່​ພົວພັນ​ກັບ ຂະ​ບວນການ​ເຄື່ອນ​ໄຫວມຸສລິ​ມ​ໃນ Turkestan ຕາ​ເວັນ​ອອກ ຫລື ETIM ​ແລະ​ໄດ້​ຝຶກແອບ​ຢູ່ປະ​ເທດ​ປາ​ກິ​ສຖານ ທີ່​ເປັນ​ເພື່ອນ​ບ້ານ.

ພວກນັກ​ເຄື່ອ​ນ​ໄຫວ​ສິດທິ​ມະ​ນຸດ Uighur ກ່າວ​ວ່າ ຄວາມ​ຮຸນ​ແຮງ​ສ່ວນໃຫຍ່​ໃນ ​Xinjiang ​ເປັນ​ຜົນ​ມາ​ຈາກການ​ກົດ​ດັນ​ຂອງ ຊາວ​ຮັນ​ຈີນ ​ຕໍ່ວັດທະນາ​ທໍາ​ ​ແລະ​ໂອກາດ​ທາງ​ດ້ານ​ເສດຖະກິດ ຂອງຊາວ Uighur.
XS
SM
MD
LG