ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຈີນຕັດສິນໂທດ ປະຫານຊີວິດ ຊາວມຸສລິມວິເກີ ສາມຄົນ


ນັກບວດອີມາມຂອງຊາວວີເກີ ປະກາດຮຽກຮ້ອງສະມາຊິກ ມາສູດມົນພາວະນາ ຈາກເທິງຈອມໂບດ ໃນແຂວງຊິນຈຽງ ຂອງຈີນ.
ນັກບວດອີມາມຂອງຊາວວີເກີ ປະກາດຮຽກຮ້ອງສະມາຊິກ ມາສູດມົນພາວະນາ ຈາກເທິງຈອມໂບດ ໃນແຂວງຊິນຈຽງ ຂອງຈີນ.
ສື່​ມວນ​ຊົນ​ລັດຖະບານ​ຈີນ ກ່າວ​ວ່າ ຊາວ​ມຸສລິ​ມ ວີ​ເກີ
(Uighurs) ສາມ​ຄົນ ​ໄດ້​ຖືກ​ຕັດສິນ​ລົງ​ໂທດ​ປະຫານ​ຊີວິດ
ຫລັງ​ຈາກ​ທີ່​ຖືກ​ສານ​ຕັດສິນ​ວ່າ ມີ​ຄວາມ​ຜິດໃນ​ຖານ​ພະຍາ​
ຍາມ​ທີ່​ຈະ​ຈີ້​ເຮືອບິນ ​ເມື່ອ​ຕົ້ນ​ປີ​ນີ້.

ອົງການ​ຂ່າວ Xinhua ຂອງ​ທາງ​ການ​ຈີນລາຍ​ງານ​ວ່າ
ສານ​ຂອງ​ຈີນ ​ໄດ້​ຕັດສິນ​ລົງ​ໂທດ ຜູ້​ຊາຍ​ຄົນ​ທີ່​ສີ່ ​ໃຫ້ຕິດ​
ຄຸກ​ຕະຫລອດ​ຊີວິດ ​ໃນ​ວັນ​ອັງ​ຄານ​ວານ​ນີ້ ​ໃນ​ຖານ​ພະຍາ
ຍາມ​ຈີ້​ເຮືອບິນ ​ເມື່ອ​ເດືອນ​ມິຖຸນາ ຢູ່​ໃນເຂດ Xinjiang
ທີ່​ວຸ້ນວາຍ ທາງພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງປະ​ເທດ.

ຂ່າວ Xinhua ​ເວົ້າ​ວ່າ ພວກ​ຜູ້​ຊາຍ​ເຫລົ່າ​ນັ້ນ​ຖືກ​ຂໍ້​ຫາ ຈັດຕັ້ງ
ນໍາພາ ​ແລະ​ປະກອບ​ສ່ວນໃນ​ກຸ່ມ​ກໍ່​ການ​ຮ້າຍ ​ແລະ​ພະຍາ
ຍາມ​ວາງ​ລະ​ເບີດ​ຢູ່​ເທິງ​ເຮືອ​ບິນ.

ໃນເບື້ອງ​ຕົ້ນ ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ສະມາຊິກ​ຫົກ​ຄົນ​ຂອງ​ກຸ່ມ​ ຊາວຈີນ ​ວິ​ເກີ ຊົນ​ເຜົ່າ​ນ້ອຍ​ ພະຍາຍາມ​ຈີ້​ເຮືອບິນລໍາ​ນຶ່ງ ທີ່ບິນ​ຂື້ນ​ຈາກ​ເມືອງ Hotan ​ໃນ​ແຂວງ Xinjiang ​ແຕ່ໄດ້​ຖືກ​ພວກ​ຄົນ​ໂດ​ຍ ສານ ​ແລະ​ລູກ​ເຮືອ ​ເຂົ້າ​ຈັບ​ກຸມ​ໄວ້.

ສື່​ຂອງ​ລັດຖະບານ​ກ່າວ​ວ່າ ຜູ້​ຊາຍ​ສອງ​ຄົນ​ໄດ້​ເສຍ​ຊີວິດ​ຍ້ອນ​ບາ​ດ​ແຜ ທີ່​ໄດ້​ຮັບ​ໃນ​ລະຫວ່າງການ​ຕໍ່ສູ້​ກັນ. ​ແຕ່​ວ່າກຸ່ມສະໜັບສະໜຸນຊາວ​ວີ​ເກີ ​ໄດ້ໂຕ້​ແຍ້​ງ ຄໍາ​ບອກ​ເລົ່າ​ຂອງ​ລັດຖະບານ ກ່ຽວ​ກັບການຕໍ່ສູ້​ກັນ​ນັ້ນ.

ເຂດ Xinjiang ​ເປັນ​ບ່ອນທີ່​ຊາວມຸສລິ​ມ ​ວີ​ເກີ ພາກັນ​ອາ​ໄສ​ຢູ່​ຢ່າງ​ຫລວງຫລາຍ ​ແລະ
ຫລາຍໆ​ຄົນ​ພາກັນ​ຈົ່ມ​ວ່າ ກ່ຽວ​ກັບ​ການກົດ​ຂີ່​ທາງດ້ານສາສະໜາ ​ແລະ​ວັດທະນາ​ທໍາ ​ໂດຍ​ເຈົ້າ​ໜ້າ​ທີ່​ຈີນ.

ການ​ປະ​ທະ​ກັນ ມັກ​ຈະ​ມີ​ຂື້ນ​ເປັນ​ປະຈໍາ ຢູ່​ເຂດ Xinjiang ລະ​ຫວ່າງ ຊາວ​ວິ​ເກີ ​ແລະ​ເຈົ້າ​ໜ້າ​ທີ ຮັກສາ​ຄວາມ​ປອດ​ໄພ​ຈີນ. ຈີນໄດ້ຖິ້ມ​ໂທດ​ໃສ່ ຊາວ​ຈີນວິ​ເກີ​ ທີ່​ໄດ້​ຮັບ​ການ​ຝຶກ​ຫັດໃນປາ​ກິ​ສຖານ ວ່າ​ເປັນ​ຜູ້​ກໍ່ ຄວາມ​ບໍ່ສະຫງົບ​ໃນ​ເຂດ​ດັ່ງກ່າວ.
XS
SM
MD
LG