ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຈີນ ສົ່ງເຄື່ອງຊ່ອຍເຫຼືອ ໄປໃຫ້ ປະເທດມາລດິຟ​ສ໌ ທີ່ກຳລັງ ປະເຊີນກັບ ການຂາດແຄນນ້ຳ


CHINA MALDIVES VO
please wait
Embed

No media source currently available

0:00 0:00:36 0:00

ເບິ່ງວີດີໂອ ກ່ຽວກັບຂ່າວນີ້.

ຈີນ​ກຳລັງຈັດ​ສົ່ງ ນ້ຳດື່ມສົດໆ ຈຳນວນ 1,000 ​ໂຕນ ​ໄປ​ໃຫ້​
ປະ​ເທດ​ມາລດິຟ​ສ໌ ​ໂດຍ​ທາງເຮືອບິນ ​ແລະ ​ເຮືອ​ບັນທຸກ​ຂອງ​
ທະຫານ ​ເພື່ອ​ຊ່ອຍ​ເຫຼືອ ປະ​ເທດ​ດັ່ງກ່າວ ຮັບ​ມືກັບ​ການ​ຂາດ
​ແຄນ​ນ້ຳ.

​ອົງການ​ຂ່າວຊິນ​ຫົວ​ ຂອງ​ທາງ​ການ​ຈີນ ກ່າ​ວວ່າ ຫຼາຍກວ່າ
100,000 ຄົນ ​ໃນ​ນະຄອນຫລວງ​ມາ​ເລ ​ແມ່ນ​ກຳລັງ​ຂາດ​ແຄນ
​ນ້ຳ ຍ້ອນ​ເກີດ​ໄຟ​ໄໝ້​ ຢູ່ໂຮງງານ​ບຳບັດ​ນ້ຳ​ເສຍ ທີ່​ມີ​ຢູ​ແຫ່ງ​ດຽວ
ເທົ່າ​ນັ້ນ ຂອງ​ປະ​ເທດ ​ໃນ​ວັນ​ພະຫັດ​ຜ່ານ​ມາ.

​ຂ່າວ​ຊິນຫົວ ​ໄດ້​ອ້າງ​ຕາມ ​ກະຊວງການ​ຕ່າງປະ​ເທດ​ຂອງ​ຈີນ ທີ່​ກ່າວ​ວ່າ ປັກກິ່ງໄດ້​ໃຫ້​ການ​
ຊ່ອຍ​ເຫຼືອສຸກ​ເສີນ ​ດ້ວຍເງິນສົດ​ ​ແລະ ນ້ຳດື່ມ ເພື່ອຕອບ​ສະໜອງ​ການ​ຮ້ອງ​ຂໍ​ຂອງ​ລັດຖະບານ ​ມາລດິຟ​ສ໌ນັ້ນ.

XS
SM
MD
LG