ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ສົ່ງເຮືອບິນລົບ ມຸ່ງໜ້າສູ່ເກາະໄຕ້ຫວັນ ໃນຂະນະທີ່ປະເທດເກາະດອນ ກະກຽມການຊ້ອມລົບທາງທະຫານ

ຮູບພາບເຜີຍແຜ່ໂດຍອົງການຂ່າວຊີນຫົວ ຂອງປະເທດຈີນ ສະແດງໃຫ້ເຫັນ ເຮືອບິນລົບ J-15 ຂອງຈີນ ທີ່ກຳລັງບິນຂຶ້ນຈາກກຳປັ່ນພິຄາດ Shangdong ວັນທີ 9 ເມສາ 2023

ຈີນໄດ້ສົ່ງເຮືອບິນຫລາຍສິບລໍາ ຮວມທັງເຮືອບິນລົບ ແລະເຮືອບິນຖີ້ມລະເບີດ ມຸ້ງໜ້າໄປ​ຍັງໄຕ້ຫວັນ ຊຶ່ງເປັນຂີດໝາຍ​ການສະແດງກຳລັງຂະ​ໜາດ​ໃຫຍ່ ອີງຕາມລາຍງານອົງການຂ່າວເອພີ.

ຖະແຫລງຂ່າວ​ຂອງກະຊວງປ້ອງກັນປະເທດ​ໄຕ້​ຫວັນ ​ໄດ້​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ນີ້ ຊຶ່ງ​ມີ​ຂຶ້ນ​ຫຼາຍມື້​ກ່ອນ​ທີ່​ປະ​ເທດ​ເກາະ​ດອນ​ປະ​ຊາ​ທິ​ປະ​ໄຕດັ່ງ​ກ່າວ ຈະຈັດໃຫ້ມີການຊ້ອມລົບ ທີ່ແນໃສ່ເພື່ອປ້ອງກັນໂຕເອງຕ້ານການຮຸກຮານທີ່ອາດເປັນໄປໄດ້.

ໄຕ້ຫວັນກ່າວວ່າກອງທັບປົດປ່ອຍປະຊາຊົນຈີນ ໄດ້ສົ່ງເຮືອບິນ 37 ລໍາ ແລະ ກຳປັ່ນກອງທັບເຮືອເຈັດລໍາ ໄປ​ຍັງ​ບໍ​ລິ​ເວນອ້ອມແອ້ມເກາະໄຕ້ຫວັນ ລະຫວ່າງ 6 ໂມງເຊົ້າ​ຂອງມື້ວັນສຸກ ​ຫາ 6 ໂມງເຊົ້າ​ຂອງມື້ວັນເສົາ.

ຮວມຢູ່ໃນນັ້ນ ມີເເຮືອບິນລົບ J-10 ແລະ J-16 ແລະເຮືອບິນຖີ້ມລະເບີດ H-6. ເຮືອບິນລົບຫລາຍກວ່າ 20 ລໍາ ທີ່ພົບເຫັນວ່າ ໄດ້ບິນຂ້າມເສັ້ນແບ່ງຊ່ອງແຄບໄຕ້ຫວັນ ເປັນເຂດແດນທີ່ບໍ່ເປັນທາງການ ​ໂດຍ​ຖືວ່າ​ກັນ​ຊົນ ລະຫວ່າງເກາະ​ໄຕ້​ຫວັນ ແລະ​ຈີນແຜ່ນດິນໃຫຍ່ ຫລື​ບິນ​ລ່ວງ​ລ້ຳເຂົ້າ​ໄປ​ໃນເຂດ​ລະ​ບຸ​ໂຕ​ທາງ​ອາ​ກາດຂອງໄຕ້ຫວັນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG