ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການຂັດ​ແຍ້​ງ ລະຫ່ວາງ ຈີນແລະຍີ່ປຸ່ນ ຮຸນແຮງຂຶ້ນ


ເກາະຫີນທີ່ເປັນຫົວຂໍ້ການໂຕ້​ແຍ້​ງ​ ເລື່ອງ​ເຂດ​ນໍ້າ​ແດນ​ດິນ​ລະຫວ່າງຈີນ​ແລະ​ຍີ່ປຸ່ນ ທີ່​ຮູ້​ກັນ​ໃນ​ນາມ Diaoyu ​ໃນ​ປະ​ເທດ​ຈີນ ​ແລະ Senkaku ໃນຍີ່ປຸ່ນ.
ເກາະຫີນທີ່ເປັນຫົວຂໍ້ການໂຕ້​ແຍ້​ງ​ ເລື່ອງ​ເຂດ​ນໍ້າ​ແດນ​ດິນ​ລະຫວ່າງຈີນ​ແລະ​ຍີ່ປຸ່ນ ທີ່​ຮູ້​ກັນ​ໃນ​ນາມ Diaoyu ​ໃນ​ປະ​ເທດ​ຈີນ ​ແລະ Senkaku ໃນຍີ່ປຸ່ນ.
ບັນຫາ​ຖົກ​ຖຽງໂຕ້​ແຍ້​ງ​ເລື່ອງ​ເຂດ​ນໍ້າ​ແດນ​ດິນລະຫວ່າງ ຈີນແລະ​
ຍີ່ປຸ່ນນັ້ນ​ ​ໄດ້ເພີ່ມ​ທະວີຂຶ້ນ​ຕື່ມ​ໃນ​ວັນ​ອັງຄານ​ມື້​ນີ້ ​ໂດຍ​ທີ່​ທາງ
​ການ​ຈີນ​ໄດ້​ສົ່ງກໍ່າ​ປັ່ນ​ລາດຕະ​ເວນ 2 ລຳ​ເພື່ອ​ພິທັກ​ “ອະທິປະ
ໄຕຂອງ​ຕົນ” ໄປ​ຍັງ​ໝູ່​ເກາະ​ທີ່​ມີ​ການ​ຂັດ​ແຍ້​ງ ​ເຖິງ​ແມ່ນ​ວ່າ​ກຸງ
ໂຕກຽວ ​ໄດ້ຢູ່​ໃນ​ຂັ້ນ​ຕອນ​ສຸດທ້າຍ​ແລ້ວ​ທີ່​ວ່າ ຕົນ​ໄດ້​ຊື້​ໝູ່​ເກາະ
ດັ່ງກ່າວ​ນີ້​ຈາກ​ສ່ວນ​ບຸກຄົນ​ແລ້ວ​ກໍ​ຕາມ.


ອົງກາ​ນຂ່າວ​ຊິນ​ຫົວ ຂອງ​ທາງການ​ຈີນ​ ​ກ່າວ​ວ່າ ​ກໍ່າ​ປັ່ນ​ຂອງ
​ໜ່ວຍລາດຕະ​ເວນທາງ​ທະ​ເລ​ຂອງ​ຈີນ ​ໄດ້ໄປ​ຮອດ​ແລ້ວ​ໃນວັນ
ອັງ​ຄານ​ມື້ນີ້ ​ເຂດ​ນ່ານນໍ້າອ້ອມ​ແອ້ມໝູ່​ເກາະ​ດັ່ງກ່າວ​ ​ແລະ​ວ່າ
ກໍາ​ປັ່ນລາດຕະ​ເວນຂອງ​ຕົນຊຶ່ງ​ເປັນຂອງອົງການ​ຄຸ້ມ​ກັນກົດ
ໝາຍທາງ​ທະ​ເລ ​ໄດ້​ວາງ​ແຜນ​ເພື່ອຈະ​ຮັກສາໝູ່​ເກາະ​ນີ້ ​ແຕ່​ກໍ​
ບໍ່​ໄດ້​ອະທິບາຍ​ເພີ່ມ​ຕື່ມຫຍັງ​ອີກ.

​ຂະນະ​ດຽວ​ກັນ​ນີ້ ​ສື່​ຂອງຍີ່ປຸ່ນ​ ລາຍງານ​ໃນ​ວັນ​ອັງຄານ​ມື້ນີ້ວ່າ​
ກຸງໂຕກຽວ​ໄດ້​ເຊັນ​ສັນຍາ ​ຊື້ທັງ​ສາມເກາະຂະໜາດ​ໃຫຍ່ ທີ່​ບໍ່​ມີ​
ຜູ້​ຄົນຢູ່​ອາ​ໄສ​ດັ່ງກ່າວ​ນີ້ ຈາກ​ເຈົ້າຂອງ​ສ່ວນ​ບຸກຄົນທີ່​ເປັນ​ຊາວ​
ຍີ່ປຸ່ນ ໃນ​ມູນ​ຄ່າ $26 ລ້ານ​ໂດ​ລ່າ. ຈີນບໍ່​ໄດ້​ຮັບຮູ້​ເລື່ອງ​ເຈົ້າ​ຂອງ​
ໝູ່​ເກາະ ​ແລະ​ກໍ​ໄດ້​ເຕືອນຕໍ່​ການ​ຕົກລົງ​ຊື້ຂາຍດັ່ງກ່າວ​ນີ້.

​ເກາະຫີນທີ່​ຮູ້​ກັນ​ໃນ​ນາມ Diaoyu ​ໃນ​ປະ​ເທດ​ຈີນ ​ແລະ​ຍີ່ປຸ່ນ ​
ເອີ້ນ​ວ່າ Senkaku ​ຕັ້ງ​ຢູ່ໃກ້ໆ​ເສັ້ນທາງ​ຍຸດ​ທະ​ສາດ​ໃນ​ການ​ຂົນ
ສົ່ງ​ ແລະເປັນ​ບ່ອນ​ທຳ​ການປະມົງ ພ້ອມ​ທັງອາດ​ເປັນ​ແຫຼ່ງທີ່​
ອຸດົມສົມບູນ​ດ້ວຍນໍ້າມັນ​ແລະ​ແກ໊ສທໍາ​ມະ​ຊາດ​ກໍ​ເປັນ​ໄດ້.
XS
SM
MD
LG