ກອງທັບຈີນ ກ່າວວ່າ ໃນວັນພະຫັດວານນີ້ ຕົນໄດ້ສົ່ງເຮືອບິນ
ລົບ ໄປລາດຕະເວນເຂດປ້ອງກັນທາງອາກາດ ທີ່ຫາກໍມີການ
ປະກາດໃໝ່ໆ ຢູ່ໃນທະເລຈີນຕາເວັນອອກ ບໍ່ພໍເທົ່າໃດຊົ່ວ
ໂມງຫລັງຈາກຍີ່ປຸ່ນແລະເກົາຫລີໃຕ້ໄດ້ພາກັນທ້າທາຍ ຕໍ່ປັກ
ກິ່ງ ໂດຍສົ່ງເຮືອນບິນທະຫານເຂົ້າໄປໃນເຂດດັ່ງກ່າວ.
ອົງການຂ່າວຊິນຫົວ ຂອງທາງການຈີນ ກ່າວວ່າ ເຮືອບິນລົບ
ຫລາຍລໍາ ແລະເຮືອບິນເຕືອນໄພ ໄດ້ຖືກສົ່ງໄປຍັງ ອັນທີ່ໂຄ
ສົກກອງທັບບັນລະຍາຍວ່າ ເປັນການລາດຕະເວນປ້ອງກັນ
ໝູ່ເກາະທີ່ມີການຂັດແຍ້ງ ຊຶ່ງຄວບຄຸມໂດຍ ກຸງໂຕກຽວ ແລະ
ອ້າງເອົາໂດຍກຸງປັກກິ່ງ.
ການຕອບໂຕ້ຂອງຈີນທີ່ວ່ານີ້ ໄດ້ເຮັດໃຫ້ການປະເຊີນໜ້າຂອງ
ນາໆຊາດເພີ້ມທະວີຂຶ້ນກ່ຽວກັບໝູ່ເກາະທີ່ບໍ່ມີຄົນຢູ່ອາໄສທີ່ຍີ່
ປຸ່ນເອີ້ນວ່າ Senkaku ແລະຈີນ ເອີ້ນວ່າ Dioyuນັ້ນ.
ຍີ່ປຸ່ນ ສະຫະລັດ ແລະເກົາຫລີໃຕ້ ຕ່າງກໍໄດ້ພາກັນປະຕິເສດບໍ່
ຮັບຮູ້ເອົາເຂດ ປ້ອງກັນທາງອາກາດໃໝ່ຂອງຈີນ. ໃນຕົ້ນອາທິດນີ້ ສະຫະລັດ ຊຶ່ງມີພັນທະ
ພາຍໃຕ້ສົນທິສັນຍາປ້ອງກັນຍີ່ປຸ່ນນັ້ນ ຊອກຫາຊ່ອງທາງເພື່ອເນັ້ນຢໍ້າຊຶ່ງທ່າທີຂອງຕົນ
ໂດຍສົ່ງເຮືອບິນ B-52 ສອງລຳ ບິນຜ່ານໝູ່ເກາະດັ່ງກ່າວ.
ການບິນທີ່ບໍ່ຕິດອາວຸດຂອງສະຫະລັດດັງກ່າວ ມີຂື້ນສອງມື້ ຫລັງຈາກກະຊວງປ້ອງກັນ
ປະເທດຈີນ ໄດ້ເຕືອນວ່າ ເຮືອບິນທັງໝົດທີ່ຢູ່ໃນເຂດປ້ອງກັນໃໝ່ຕ້ອງປະກາດສະເໜີ
ໂຕ ແລະປະຕິບັດຕາມຄໍາສັ່ງຈາກກຸງປັກກິ່ງ.