ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ເຫັນປີແຫ່ງການເຕີບໂຕ ທີ່ຮ້າຍແຮງທີ່ສຸດ ນັບຕັ້ງແຕ່ປີ 1990, ເນື່ອງຈາກການຟຶ້ນໂຕຢຸດສະງັກ


ຄົນງານຄົນນຶ່ງ ເຮັດວຽກຢູ່ໃນສານການະຜະລິດ ຢູ່ໂຮງງານຜະລິດພົມ ແຫ່ງນຶ່ງໃນເມືອງ ລຽນຢຸນກາງ (Lianyungang), ໃນແຂວງຈຽນຊູ, ທາງພາກຕາເວັນອອກຂອງຈີນ, ໃນວັນທີ 17 ມັງກອນ 2024.
ຄົນງານຄົນນຶ່ງ ເຮັດວຽກຢູ່ໃນສານການະຜະລິດ ຢູ່ໂຮງງານຜະລິດພົມ ແຫ່ງນຶ່ງໃນເມືອງ ລຽນຢຸນກາງ (Lianyungang), ໃນແຂວງຈຽນຊູ, ທາງພາກຕາເວັນອອກຂອງຈີນ, ໃນວັນທີ 17 ມັງກອນ 2024.

ຕົວ​ເລກ​ທີ່​ເປັນ​ທາງ​ການ​ ໄດ້​ສະ​ແດງ​ໃຫ້​ເຫັນ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ເສດຖະກິດ​ຂອງ​ຈີນ​ໃນ​ປີ​ກາຍ​ນີ້​ໄດ້​ເຕີບ​ໂຕ​ໃນ​ອັດຕາ​ທີ່​ຊ້າ​ທີ່​ສຸດ​ໃນ​ຮອບ​ສາມ​ທົດ​ສະ​ວັດ​ທີ່​ຜ່ານ​ມາ, ເນື່ອງຈາກ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ວິ​ກິດ​ການ​ຊັບ​ສິນ​ທີ່​ຊຸດ​ໂຊມ, ການ​ຊົມ​ໃຊ້​ທີ່​ຊ້າ​ລົງ ​ແລະ ຄວາມ​ວຸ້ນວາຍໃນໂລກ, ອີງຕາມອົງການຂ່າວເອເອັຟພີ.

ຕົວ​ເລກ​ດັ່ງກ່າວ​ແມ່ນ​ສອດຄ່ອງ​ກັບ​ການຄາດຄະເນ ​ແລະ ​ເຖິງ​ແມ່ນ​ວ່າຈະບັນລຸ​ເປົ້າ​ໝາຍ​ຂອງ​ປັກ​ກິ່ງກໍຕາມ, ​ແຕ່​ກໍມີແນວໂນ້ມວ່າຈະ​ສ້າງ​ຄວາມ​ກົດ​ດັນ​ໃໝ່​ໃຫ້​ກັບ​ເຈົ້າ​ໜ້າ​ທີ່ ​ເປີດ​ເຜີຍ​ມາດ​ຕະການ​ຊຸກຍູ້​ການ​ເຄື່ອນ​ໄຫວ​ທາງ​ທຸລະ​ກິດ ​ແລະ​ການ​ໃຊ້​ຈ່າຍ​ຂອງ​ກອງທັບ​ຜູ້​ບໍລິ​ໂພ​ກ​ຂອງ​ປະ​ເທດ ​ອີກຄັ້ງ.

ກົມ​ສະ​ຖິ​ຕິ​ແຫ່ງ​ຊາດ​ຈີນ​ເປີດ​ເຜີຍ​ວ່າ ລວມຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ​ປະ​ເທດ​ໄດ້​ຂະຫຍາຍໂຕອອກ 5.2 ເປີເຊັນ ຂຶ້ນສູ້ 17.6 ຕື້​ໂດ​ລາ ​ໃນ​ປີ​ກາຍ​ນີ້.

ໂຕ​ເລກນີ້ແມ່ນດີກ່ວາສາມ ເປີເຊັນ ທີ່ໄດ້ບັນທຶກໄວ້ໃນປີ 2022, ໃນເວລາທີ່ມາດຕະການສູນກໍລະນີໂຄວິດ ທີ່ເຂັ້ມງວດ ໄດ້ທໍາລາຍກິດຈະກໍາຕ່າງໆ, ແຕ່ຖືເປັນຜົນການປະຕິບັດງານ ທີ່ອ່ອນແອທີ່ສຸດ ນັບຕັ້ງແຕ່ປີ 1990, ບໍ່ລວມປີທີ່ມີການລະບາດໃຫຍ່.

ໃນຂະນະທີ່ 5.2 ເປີເຊັນ ຈະຖືກເບິ່ງດ້ວຍຄວາມອິດສາ ຈາກລັດຖະບານອື່ນໆ ເຊັ່ນ ສະຫະລັດ ແລະ ຢູໂຣບ ຊຶ່ງແຕ່ລະປະເທດ ມີການຂະຫຍາຍຕົວ ປະ ມານ 2 ເປີເຊັນ ໃນປີ 2022. ແຕ່ຕົວເລກດັ່ງກ່າວ ກໍຫຼຸດລົງຢ່າງຕໍ່ເນື່ອງ ຈາກລະດັບປະມານ 6 ຫຼື 7 ເປີເຊັນ ໃນຊຸມປີ 2010.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG