ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ຈີນ ຄາດ​ວ່າ ຈະ​ຮັກ​ສາ ການ​ອ້າງ​ ກຳ​ມະ​ສິດ ຂອງ​ຕົນ ຢູ່ທະ​ເລ​ຈີນ​ໃຕ້ ໄວ້​ເປັນ​ຄວາມ​ລັບ


 ເມື່ອ​ວັນ​ທີ 12 ມີ​ນາ 2019 ປະ​ທານ​ປະ​ເທດ​ຈີນ ໄປ​ຮ່ວມ ກອງ​ປະ​ຊຸມ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ ທີ່​ນະ​ຄອນ​​ຫຼວ​ງ​ປັກ​ກິ່ງ.
ເມື່ອ​ວັນ​ທີ 12 ມີ​ນາ 2019 ປະ​ທານ​ປະ​ເທດ​ຈີນ ໄປ​ຮ່ວມ ກອງ​ປະ​ຊຸມ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ ທີ່​ນະ​ຄອນ​​ຫຼວ​ງ​ປັກ​ກິ່ງ.

ຈີນ​ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດໃດໆ ກ່ຽວ​ກັບເຂດ​ແດນໃນ​ການ​ອ້າງ​ກຳ​ມະ​ສິດ​ເອົາ​ດິ​ນ​ແດນອັນ​ກວ້າງ​ຂວາງຂອງ​ຕົນໃນ​ທະ​ເລ​ຈີນ​ໃຕ້​ທີ່​ອຸ​ດົມ​ສົມ​ບູນ​ໄປ​ດ້ວ​ຍ​ຊັບ​ພະ​ຍາ​ກອນ​ທຳ​ມະຊາດ ທີ່​ຍັງ​ມີ​ການ​ອ້າງ​ເອົາ​ກຳ​ມະ​ສິດ​ໂດຍ​ອີກ​ຫ້າ​ລັດ​ຖະ​ບານ ຍ້ອນ

ຈີນ​ບໍ່​ເຊື່ອໃນກົດ​ໝາຍ​ສາ​ກົນ ແລະ​ຕ້ອງ​ການ​ຢາກ​ຄ້ຳ​ປະ​ກັນ​ການ​ຄວບ​ຄຸມ​ຂອງຕົນ​ໃນ​ເຂດ​ນ່ານ​ນ້ຳ​ບາງ​ບ່ອນ ທີ່​ຈີນ​ຖື​ວ່າ​ມີ​ຄວາມ​ສຳ​ຄັນ ນັ້ນ​ຄື​ຄວາມ​ເຫັນ​ຂອງນັກ​ຊ່ຽວ​ຊານ​ທາງ​ດ້ານ​ທະ​ເລ.

ເຂດ​ແດນ​ທີ່​ປັກ​ກິ່ງ​ອ້າງ​ເອົາ​ກຳ​ມະ​ສິດ​ຢ່າງ​ຄັກ​ແນ່​ຢູ່​ທ​ະ​ເລ​ຈີນ​ໃຕ້ ໄດ້​ປາ​ກົດ​ໃຫ້​ເຫັນ​ວ່າ​ເປັນ​ບັນ​ຫາ ເມື່ອ​ວັນ​ທີ 7 ມີ​ນາ​ຜ່ານ​ມາ ເວ​ລາ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ ທ່ານ​ມາ​ຫາ​ເທຍ ໂມ​ຮຳ​ໝັດ ຮຽກ​ຮ້ອງ​ໃຫ້​ຜູ້​ນຳ​ຄອມ​ມູ​ນິ​ສ​ຈີນ ລະ​ບຸ “ອັນທີ່​ເອີ້ນ​ວ່າ​ກຳ​ມະ​ສິດ” ຂອງ​ຕົນ. ມາ​ເລ​ເຊຍ ຟີ​ລິບ​ປິນ ບ​ຣູ​ນາຍ ຫວຽດ​ນາມ​ແລະ​ ໄຕ້​ຫວັນ ຕ່າງ​ກໍ​ອ້າງ​ເອົາ​ກຳ​ມະ​ສິດ​ທັງ​ໝົດ​ຫຼື​ເປັນ​ບາງ​ເຂດຂອງ​ທະ​ເລ​ຈີນໃຕ້ ທີ່ກວ້າງກວ່າ 3 ລ້ານ 5 ແສນ​ກິ​ໂລ​ແມັດ​ມົນ​ທົນ​.

ຈີນ​ໃນ​ທຸກມື້ນີ້ ໄດ້​ໃຊ້​ເສັ້ນ 9 ຂີດ ໃນ​ການ​ອ້າງ​ເອົາ​ກຳ​ມະ​ສິດ 90 ເປີ​ເຊັນ​ຂອງທະ​ເລ​ຈີນ​ໃຕ້ ທີ່​ເນັ່ງ​ແຕ່​ຮົງ​ກົງ ໄປ​ຫາ​ເກາະ​ບໍ​ນຽວ. ຈີນ​ເຮັດ​ໃຫ້​ຫຼາຍ​ໆ​ປະ​ເທດ​ທີ່ອ້າງ​ເອົາ​ກຳ​ມະ​ສິດ ​ບໍ່ພໍ​ໃຈ ໃນ​ຮອບ​ທົດ​ສະ​ວັດ​ຜ່ານ​ມາ ໂດຍ​ໄດ້​ສ້າງ​ເກາະ​ທຽມຂຶ້ນ ເພື່ອ​ໃຫ້​ທະ​ຫານ​ໃຊ້ ຢູ່​ພາຍ​ໃນ​ເຂດ​ດັ່ງ​ກ່າວ ແລະ​ໄດ້​ສົ່ງ​ເຮືອ​ຍາມ​ຝັ່ງ​ຂອງຕົນແລ່ນຜ່ານ​ເຂົ້າ​ໄປ​ໃນ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ຂອງ​ປ​ະ​ເທດ​ອື່ນ.

ນັກ​ວິ​ເຄາະ​ທາງ​ດ້ານ​ການ​ເມືອງ​ຄົນ​ນຶ່ງ ກ່າວ​ວ່າ ໂດຍ​ສະ​ເພາະ​ແລ້ວ ຄວນ​ຈະ​ປ່ອຍ​ໃຫ້​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ຫຼື​ປະ​ເທດ​ອື່ນໆ ກຳ​ນົດ​ເຂດ​ແດນ​ໃຫ້​ຈີນ ​ທີ່​ເປັນໄພ​ຂົ່ມ​ຂູ່​ບໍ່​ວ່າ​ໃນ​ດ້ານ​ໃດ​ທີ່​ຈະ​ຂະ​ຫຍາຍ​ຕົວ​ທາງ​ທະ​ເລ.

ທ່ານ Carl Thayer ສາ​ສະ​ດາ​ຈານ​ເບ້ຍ​ບຳ​ນານ ທີ່​ມະ​ຫາ​ວິ​ທະ​ຍາ​ໄລ New South Wales ຂອງອອ​ສ​ເຕ​ຣ​ເລຍ ກ່າວ​ວ່າ “ຈີນ​ໄດ້​ຄາດ​ຄະ​ເນ ກ່ຽວ​ກັບຄວາມ​ຄຸມ​ເຄືອ​ເຫຼົ່າ​ນີ້ ມາ​ໄດ້​ຫຼາຍໆ​ປີ​ແລ້ວ.” ທ່ານ​ກ່າວ​ຕື່ມ​ວ່າ “ມັນ​ບໍ່​ແມ່ນ​ຄຳເວົ້າ​ທາງ​ດ້ານ​ກົດ​ໝາຍ ແຕ່​ການ​ມີ​ໜ້າ​ຂອງ​ຈີນ ແມ່ນ​ເປັນ​ການ​ຖາ​ວອນ ຢູ່​ໃນທຸກໆ​ແຫ່ງ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG