ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິນ​ໂດ​ເນ​ເຊຍ ແລະ ​ມາ​ເລ​ເຊຍ ທໍາລາຍ ເຮືອຕ່າງປະເທດ ເພື່ອປົກປ້ອງໜ່ານນ້ຳ ຂອງຕົນ


ອົງການຄຸ້ມ​ຄອງ​​ທາງ​ທະ​ເລ​ ​ແລະການປະມົງ ຂອງອິນໂດເນເຊຍ, ຕໍາຫລວດ ແລະທະຫານເຮືອຢູ່ໃນເກາະ Batam, Riau ຈູດ​ເຮືອ​ຫາ​ປາ​ທີ່ຜິດກົດໝາຍຂອງ​ມາເລເຊຍ ແລະຫວຽດນາມ​ ໃນວັນທີ 5 ເມສາ 2016 ເພື່ອເປັນການຕັກເຕືອນ ການອ້າງ​ເອົາ​ກໍາມະສິດທາງທະ​ເລ​ ຂອງ​ປະ​ເທດ​ດັ່ງກ່າວ.
ອົງການຄຸ້ມ​ຄອງ​​ທາງ​ທະ​ເລ​ ​ແລະການປະມົງ ຂອງອິນໂດເນເຊຍ, ຕໍາຫລວດ ແລະທະຫານເຮືອຢູ່ໃນເກາະ Batam, Riau ຈູດ​ເຮືອ​ຫາ​ປາ​ທີ່ຜິດກົດໝາຍຂອງ​ມາເລເຊຍ ແລະຫວຽດນາມ​ ໃນວັນທີ 5 ເມສາ 2016 ເພື່ອເປັນການຕັກເຕືອນ ການອ້າງ​ເອົາ​ກໍາມະສິດທາງທະ​ເລ​ ຂອງ​ປະ​ເທດ​ດັ່ງກ່າວ.

ອິນ​ໂດ​ເນ​ເຊຍ ​ແລະ​ມາ​ເລ​ເຊຍ ​ໄດ້ຕັກ​ເຕືອນ​ຊາວ​ຕ່າງປະ​ເທດໃຫ້​ຮູ້​ເຖິງການ​ອ້າງ​
ເອົາ​ກໍາມະສິດຂອງ​ເຂົາ​ເຈົ້າທີ່​ບໍ່ມີເອົາໃຈ​ໃສ່ ຢູ່ໃນເຂດ​ທະ​ເລ​ຈີນ​ໃຕ້​ທີ່​ມີ​ຄວາມ​ອັ່ງ​ອໍ ​
ແລະໂຕ້​ຖຽງກັນນັ້ນ ​ໂດຍ​ການທໍາລາຍ​ເຮືອ​ຂອງ​ຕ່າງປະ​ເທດ ​ທີ່​ໄປ​ຕຶກ​ເອົາ​ປາ​ຢູ່​ໃນ​
ເຂດໜ່ານນໍ້າ​ໃກ້​ກັບ​ຝັ່ງ​ທະ​ເລ​ຂອງປະ​ເທດເຂົາ​ເຈົ້າ.

​ສື່​ມວນ​ຊົນ​ໃນ​ນະຄອນ​ກົວ​ລາ​ລໍາ​ເປີ​ລາຍ​ງານ​ວ່າ ໃນ​ວັນ​ທີ 30 ສິງຫາ​ຜ່ານ​ມາ ອົງການຄຸ້ມ​ຄອງທາງ​ທະ​ເລ​ຂອງ​ມາ​ເລ​ເຊຍ​ໄດ້​ຈູດ​ເຮືອ​ຫາ​ປາ​ຂອງ​ຕ່າງປະ​ເທດ​ສອງ​ລໍາ ​ໃນ​ຂະນະ​ທີ່​ມັນ​ລ່ອງ​ລອຍຢູ່​ກາງ​ທະ​ເລ ຊຶ່ງ​ເປັນ​ການ​ປ່ຽນຈາກ​ການ​ກະທໍາ​ທີ່​ບໍ່​ຄ່ອຍ​ເຫັນ​ກັນ ຄື​ການ​ຈົມ​ເຮືອ​ເຫລົ່ານັ້ນ. ຜູ້​ແລ່ນ​ເຮືອ​ຈາກ​ຈີນ, ຫວຽດນາມ, ​ແລະ​ຟີ​ລິບ​ປິນ ມັກ​ຈະເລັດ​ລອດ​ເຂົ້າ​ໄປ​ໃນ​ເຂດ​ຝັ່ງ​ທະ​ເລ​ຂອງ​ເກາະ Borneo ທີ່ຢູ່​ທາງ​ພາກ​ເໜືອຂອງ​ມາ​ເລ​ເຊຍ​.

ສ່ວນ​ຢູ່ອິນ​ໂດ​ເນ​ເຊຍ ຊຶ່ງ​ເປັນບ່ອນ​ທີ່​ເຮືອ​ຈາກ​ພວກປະ​ເທດດຽວກັນທີ່​ກ່າວ​ມານັ້ນ ​ພ້ອມ​ທັງ ມາ​ຈາກ​ມາ​ເລ​ເຊຍ​ໄດ້​ເຂົ້າ​ໄປ​ໃກ້​ຝັ່ງ​ທະ​ເລ ຂອງ​ປະ​ເທດ​ດັ່ງກ່າວ ​ຢ່າງ​ສະດວກ​ສະບາຍ​ນັ້ນ ​ເຈົ້າໜ້າທີ່​ໄດ້​ທໍາລາຍ​ເຮືອ​ຫາ​ປາ ຈໍານວນ 317 ລໍາ​ໃນ​ໄລຍະ​ທີ່​ປະທານາທິບໍດີ Joko Widodo ​ໄດ້​ເຂົ້າ​ດໍາລົງຕໍາ​ແໜ່ງ ນັບແຕ່​ເ​ດືອນຕຸລາປີ 2014 ​ເປັນຕົ້ນມາ.

ພວກ​ນັກວິ​ໄຈ​ເຫດການເວົ້າວ່າ ການຕັກເຕືອນທີ່​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງດັ່ງກ່າວ ບັດ​ນີ້ຄວນເປັນ​ທີ່​ດັງ​ກ້ອງ​ໃຫ້​ພວກ​ທໍາ​ການ​ຫາ​ປາຮູ້ດີ ​ຊຶ່ງ​ເຮັດໃຫ້​ທັງ​ສອງ​ປະ​ເທດ​ໄດ້ຮັບ​ຄວາມ​ສົນ​ໃຈ​ຕໍ່ການ​ອ້າງ​ເອົາ​ກໍາມະສິດທາງທະ​ເລ​ຂອງ​ປະ​ເທດ​ດັ່ງກ່າວ.

ທ່ານ Termsak Chalermpalanupap, ນັກຄົ້ນຄວ້າ​ທາງ​ດ້ານ​ການ​ເມືອງ​ແລະ​ຄວາມໝັ້ນຄົງ​ຂອງ​ປະ​ເທດທີ່​ສະ​ຖາ​ບັນ ISEAS Yusof Ishak ​ໃນ​ສິງກະ​ໂປ​ເວົ້າວ່າ “ອິນ​ໂດ​ເນ​ເຊຍ​ໄດ້​ເຮັດ​ແນວ​ນັ້ນມາ​ດົນ​ແລ້ວ ​ແລະ​ຫາກໍ່ຢູ່​ໃນ​ອາທິດ​ນີ້​ເອງ ພວກ​ເຮົາ​ກໍ​ໄດ້​ຍິນ​ແບບ​ດຽວກັນນີ້ ຈາກ​ມາ​ເລ​ເຊຍ, ສະນັ້ນ ບາງທີ​ມັນ​ອາດ​ຈະເປັນການຂົ່ມຂູ່​ເທົ່າ​ນັ້ນ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG