ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຈີນຕຳໜິຕິຕຽນສະຫະລັດ


ແຜນທີ່ ເຂດທະເລຈີນໃຕ້
ແຜນທີ່ ເຂດທະເລຈີນໃຕ້

ເຈົ້າໜ້າທີ່ ກະຊວງປ້ອງກັນປະເທດ ຂອງຈີນ ໄດ້ຕຳໜິ ຕິຕຽນ ຕໍ່ການໃຫ້ທັດສະນະຄວາມເຫັນ ຂອງລັດຖະມົນຕີ ການຕ່າງປະເທດ ສະຫະລັດ ທ່ານນາງ HILLARY CLINTON ທີ່ວ່າ ສະຫະລັດມີ “ຜົນປະໂຫຍດແຫ່ງຊາດ” ໃນກຸ່ມໝູ່ເກາະ ທີ່ມີການຂັດແຍ້ງ ຢູ່ໃນເຂດທະເລຈີນໃຕ້.

ໂຄສົກ ກະຊວງປ້ອງກັນປະເທດຈີນ ທ່ານ GENG YANSHENG ກ່າວໃນວັນສຸກມື້ນີ້ວ່າ ຈີນຄັດຄ້ານ ຕໍ່ການທີ່ຈະເຮັດໃຫ້ ບັນຫາເຂດນໍ້າແດນດິນ ທີ່ພົວພັນ ກັບໝູ່ເກາະ SPRATLY ແລະໝູ່ເກາະ PARACEL ທີ່ອ້າງກຳມະສິດໂດຍຈີນ, ຫວຽດນາມ, ບຣູໄນ, ມາເລເຊຍ, ຟີລິບປິນ ແລະໃຕ້ຫວັນນັ້ນ ກາຍເປັນບັນຫານາໆຊາດ.

ເຈົ້າໜ້າທີ່ຈີນ ໄດ້ສະແດງຄວາມບໍ່ພໍໃຈ ໃນສັບປະດາແລ້ວ ເວລາທ່ານນາງ CLINTON ກ່າວວ່າ ສະຫະລັດ ມີຜົນປະໂຫຍດແຫ່ງຊາດ ໃນການສືບຕໍ່ ໃຫ້ມີການເດີນເຮືອ ໄດ້ຢ່າງ ເສລີ ຜ່ານເຂດນ່ານນໍ້າ ດັ່ງກ່າວ.

ທ່ານ GENG ເວົ້າວ່າ ຈີນຈະຊຸກຍູ້ໃຫ້ມີການຕົກລົງ ກ່ຽວກັບບັນຫາດັ່ງກ່າວນີ້ ກັບບັນດາ ປະເທດ ທີ່ມີການພົວພັນ ແຕ່ກໍເວົ້າວ່າ ຈີນມີອະທິປະໄຕ ແບບປະຕິເສດບໍ່ໄດ້ ເໜືອໝູ່ເກາະເຫຼົ່ານີ້.

XS
SM
MD
LG