ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ຊາຍ ທີ່ແທງເດັກນ້ອຍ ຢູ່ຈີນ ອາດເຊື່ອ ຄໍາທໍານາຍ ໂລກຈະພິນາດ


A mourner pays tribute to the victims of the sunken ferry Sewol near condolence flowers at a temporary memorial at the auditorium of the Olympic Memorial Museum in Ansan, South Korea, April 24, 2014.
A mourner pays tribute to the victims of the sunken ferry Sewol near condolence flowers at a temporary memorial at the auditorium of the Olympic Memorial Museum in Ansan, South Korea, April 24, 2014.
ບັນດາ​ເຈົ້າ​ໜ້າ​ທີ່​ຈີນກ່າວ​ວ່າ ຜູ້​ຊາຍ​ຄົນ​ນຶ່ງ​ທີ່​ໂຈມ​ຕີ​ພວກ​ເດັກ
ນ້ອຍນັກຮຽນດ້ວຍມີດ ຢູ່​ນອກ​ໂຮງຮຽນ​ປະຖົມ​ແຫ່ງ​ນຶ່ງ ທີ່
ແຂວງ Henan ​ໃນ ພາກ​ກາງຂອງ​ຈີນ​ເມື່ອອາທິດ​ແລ້ວ​ນີ້ ອາດ​
ຈະ​ໄດ້​ຮັບ​ອິດ​ທິພົນຈາກຄໍາ​ທໍານາຍ​ໂບຮານທີ່​ເວົ້າວ່າ​ ໂລກ​ມະ
ນຸດ​ຈະສິ້ນສຸດ​ຫຼື​ພິນາດ​ລົງ.

​ເຈົ້າ​ໜ້າ​ທີ່​ຕໍາຫລວດ​ກ່າວ​ວ່າ ທ້າວ Minh Yongjun ​ແລ່ນ​ເຂົ້າ​ໄປ​ໃນ​ໂຮງຮຽນເມື່ອ​ວັນ​ສຸກ​ແລ້ວ​ນີ້ ພ້ອມ​ດ້ວຍ​ມີດ​ເຮັດ​ກິນ ​ແລະມີ​ການ​ກ່າວ​ຫາ​ວ່າ​ຜູ້ກ່ຽວ​ໄດ້​ແທງ​ພວກເດັກນ້ອຍ
ນັກຮຽນ 23 ຄົນ​ແລະ​ຊາວບ້ານຜູ້​ເຖົ້າ​ຄົນ​ນຶ່ງ ກ່ອນ​ທີ່​ພວກນາຍຄູແລະ​ຕໍາຫລວດສາມາດ
ຈັບ​ຕົວ​ລາວ​ໄວ້. ບໍ່​ມີ​ນັກຮຽນ​ຄົນ​ໃດ​ໄດ້​ຮັບ​ບາດ​ເຈັບ​ສາ​ຫັດ.

ອົງການ​ຂ່າວ​ Xinhua ຂອງ​ທາງ​ການ​ຈີນກ່າວ​ວ່າ ການ​ສືບສວນ​ພາກ​ຕົ້ນພົບ​ເຫັນ​ວ່າ ທ້າວ Min “​ໄດ້​ຮັບ​ອິດ​ທິພົນຢ່າງແຮງ​ກ້າ ຈາກ​ຂ່າວ ຊ່າ​ລືທີ່ວ່າ ​ໂລກ​ມະນຸດ​ຈະ​ພິນາດ​ລົງ​ຕາມຄໍາ​ທໍານາຍ​ໂບຮານ​.” ຈຸດປະ ສົງ​ອັນ​ແທ້​ຈິງຂອງ​ລາວນັ້ນ ຍັງ​ບໍ່​ເປັນ​ທີ່​ຊາບ​ໄດ້.

ບາງ​ຄົນ​ກ່າວ​ວ່າ ປະຕິທິນ​ໂບຮານ​ຂອງ​ຊາວ Mayan ​ໄດ້ທໍານາຍ​ໄວ້​ວ່າ ​ໂລກ​ຈະ​ພິນາດ​ລົງ ​ໃນ​ວັນ​ສຸກ ທີ 21 ​ເດືອນ​ທັນວາ​ນີ້.

ການ​ຮັກສາ​ຄວາມ​ປອດ​ໄພ​ ຢູ່ຕາມ​ໂຮງຮຽນຈີນ​ແຫ່ງ​ຕ່າງໆ​ຂອງ​ຈີນ​ໄດ້ ເພີ້ມທະວີ​ຂື້ນໃນ​ລະຫວ່າງ​ສອງ​ສາມ​ປີຜ່ານມາ​ນີ້ ຫຼັງ​ຈາກ​ໄດ້ການ​ໂຈ​ມ ຕີ​ທີ່​ຮຸນ​ແຮງຕໍ່​ພວກ​ເດັກນ້ອຍ ຊຶ່ງສ່ວນ​ຫຼາຍ​ແລ້ວ​ແມ່ນ​ພົວພັນ​ກັບພວກ​ ຊາຍ​ໜຸ່ມ​ທີ່​ເປັນ​ໂຣກ​ຈິດ.

ຜູ້​ທໍາ​ການ​ໂຈມ​ຕີ​ສ່ວຍ​ຫລາຍ ພາກັນໃຊ້​ມີດ ຄ້ອນ​ຕີ ຫລື​ພ້າ​ອີ່​ໂຕ້. ບັນດາ​ຜູ້​ສັງ​ເກດ​ການ​ບາງ​ຄົນ​ກ່າວ​ວ່າ ນີ້​ກໍ​ເພາະວ່າ ຈີນ ມີ​ກົດໝາ​ຍ ຢ່າງ​ເຄັ່ງ​ຂັດ​ ​ຈໍາກັດ​ຮັດ​ແຄບ​ບໍ່​ໃຫ້​ສ່ວນ​ບຸກຄົນມີ​ສິດ​ເປັນ​ເຈົ້າຂອງ​ປືນໄດ້.

​ເຫດ​ຮ້າຍ​ທີ່​ເກີດໃນ​ວັນ​ສຸກ​ແລ້ວ​ນີ້ ​ໄດ້​ມີ​ຂື້ນ​ພຽງບໍ່​ເທົ່າ​ໃດຊົ່ວ​ໂມງກ່ອນ​ມື​ປືນຢູ່​ໃນ
ສະຫະລັດ ທ້າວ Adam Lanza ບຸກເຂົ້າໄປ​ໃນ​ໂຮງຮຽນ ປະຖົມ​ແຫ່ງ​ນຶ່ງ ທີ່ເມຶອງ Newton ລັດ Connecticut ທາງ​ພາກ​ຕາ ​ເວັນ​ອອກສຽງ​ເໜືອ​ຂອງ​ສ​ະຫະລັດ ດ້ວຍ​ອາວຸດ​ປືນ​ຍາວ ​ແລະ​ປືນ​ສັ້ນ​ສອງ​ກະບອກ ​ໃນ​ການ​ໂຈມ​ຕີ ທີ່ເຮັດ​ໃຫ້​ເດັກນ້ອຍ 20 ຄົນ ​ແລະ​ຜູ້​ໃຫຍ່ອີກ 6 ຄົນ​ເສຍ​ຊີວິດ.
XS
SM
MD
LG