ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ເວົ້າ​ວ່າ​ການ​ລົງ​ຄະ​ແນນ​ສຽງ​ຂອງ ສະ​ຫະ​ລັດ ກ່ຽວ​ກັບ TikTok ແມ່ນ​ຄວາມ​ຄິດ​ຂອງ​ໂຈນ


ໃນ​ພາບ​ວັນ​ທີ 7 ສິງ​ຫາ 2020 ນີ້, ສະ​ແດງ​ໃຫ້​ເຫັນ​ແມ່​ຍິງ​ສອງ​ຄົນ​ຍ່າງ​ຜ່ານ​ສຳ​ນັກ​ງານ​ໃຫຍ່​ບໍ​ລິ​ສັດ ByteDance, ເຊິ່ງ​ແມ່ນ​ເຈົ້າ​ຂອງ TikTok, ໃນ​ນະ​ຄອນຫຼວງ ປັກ​ກິ່ງ, ຈີນ.
ໃນ​ພາບ​ວັນ​ທີ 7 ສິງ​ຫາ 2020 ນີ້, ສະ​ແດງ​ໃຫ້​ເຫັນ​ແມ່​ຍິງ​ສອງ​ຄົນ​ຍ່າງ​ຜ່ານ​ສຳ​ນັກ​ງານ​ໃຫຍ່​ບໍ​ລິ​ສັດ ByteDance, ເຊິ່ງ​ແມ່ນ​ເຈົ້າ​ຂອງ TikTok, ໃນ​ນະ​ຄອນຫຼວງ ປັກ​ກິ່ງ, ຈີນ.

ຈີນ ໃນ​ວັນ​ພະ​ຫັດ​ມື້ນີ້​ ໄດ້​ກ່າວ​ວ່າ​ ການ​ຮັບ​ຮອງເອົາ​ຮ່າງ​ກົດ​ໝາຍ​ສະ​ບັບ​ນຶ່ງ​ຂອງ​ສະ​ພາ​ຕ່ຳ ສະ​ຫະ​ລັດ ທີ່​ຈະ​ບັງ​ຄັບ​ໃຫ້​ແອັບ​ພ​ລີ​ເຄ​ຊັ້ນ TikTok ຕັດ​ສາຍ​ພົວ​ພັນ​ກັບ​ບໍ​ລິ​ສັດ​ແມ່​ໃນ ຈີນ ຂອງ​ເຂົາ​ເຈົ້າ ຫຼື ຖືກ​ຫ້າມ​ໃນ ສະ​ຫະ​ລັດ ​ນັ້ນແມ່ນ “ຄວາມ​ຄິດ​ຂອງ​ໂຈນ​ຢ່າງ​ສິ້ນ​ເຊີງ.”

ແອັບ​ພ​ລີ​ເຄ​ຊັ້ນ​ວິ​ດີ​ໂອ​ສັ້ນ​ດັ່ງ​ກ່າວ ​ໄດ້​ຮັບ​ຄວາມ​ນິ​ຍົມ​ໄປ​ທົ່ວ​ໂລກ ແຕ່ ​ບໍ​ລິ​ສັດ​ຍັກ​ໃຫຍ່​ດ້ານ​ເທັກ​ໂນ​ໂລ​ຈີ​ຂອງ ຈີນ ຊື່​ວ່າ ByteDance ເປັນເຈົ້າ​ຂອງ ແລະ ຖືກ​ກ່າວ​ຫາ​ວ່າ ​ເປັນ​ຜູ້​ສົ່ງ​ເສີມ​ພັກ​ຄອມ​ມູ​ນິ​ສຂອງ ປັກ​ກິ່ງ ທີ່​ກຳ​ລັງ​ປົກ​ຄອງ​ປະ​ເທດ​ຢູ່​ນັ້ນ, ໄດ້​ກໍ່​ໃຫ້​ມີ​ຄວາມ​ເປັນ​ຫ່ວງ​ໃນ​ບັນ​ດາ​ເມືອງຫຼວງ​ຂອງ​ປະ​ເທດ​ຕາ​ເວັນ​ຕົກ.

ໃນ​ວັນ​ພຸດ​ວານນີ້, ສະ​ພາ​ຕ່ຳ ສະ​ຫະ​ລັດ ໄດ້​ຮັບ​ຮອງ​ເອົາ​ຮ່າງ​ກົດ​ໝາຍ​ສະ​ບັບ​ນຶ່ງ​ຢ່າງ​ຖ້ວມ​ລົ້ນ​ທີ່​ຈະ​ບັງ​ຄັບ​ໃຫ້ TikTok ຖອນ​ການລົງທຶນຂອງຕົນອອກ​ຈາກ​ບໍ​ລິ​ສັດ​ແມ່​ຂອງ​ເຂົາ​ເຈົ້າ ຫຼື ປະ​ເຊີນ​ກັບ​ການ​ຫ້າມໃນ​ທົ່ວ​ປະ​ເທດ.

ຮ່າງ​ກົດ​ໝາ​ຍ​ດັ່ງ​ກ່າວ​ແມ່ນ​ຍັງ​ບໍ່​ໄດ້​ຖືກ​ຜ່ານ​ໃນ​ສະ​ພາ​ສູງ​ເທື່ອ, ບ່ອນ​ທີ່​ມີ​ການ​ຄາດ​ວ່າ​ຈະ​ປະ​ເຊີນ​ກັບ​ການ​ທົດ​ສອ​ບທີ່​ຍາກກວ່າ​ ເມື່ອ​ເວົ້າ​ເຖິງ​ກົດ​ໝາຍ.

ໂຄ​ສົກກະ​ຊວງ​ການ​ຕ່າງ​ປະ​ເທດ ຈີນ ທ່ານ ຫວັງ ເວັນ​ບິນ ໄດ້​ກ່າວ​ຕໍ່​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ປົກ​ກະ​ຕິ​ວ່າ “ຮ່າງ​ກົດ​ໝາຍ​ທີ່​ຖືກ​ຮັບ​ຜ່ານ​ໂດຍ​ສະ​ພາ​ຕ່ຳ ສະ​ຫະ​ລັດ ຈະ​ເຮັດ​ໃຫ້ ສະ​ຫະ​ລັດ ຢູ່​ຝ່າຍ​ກົງ​ກັນ​ຂ້າມ​ກັບ​ກົດ​ເກນ​ຂອງ​ການ​ແຂ່ງ​ຂັນ​ທີ່​ເປັນ​ທຳ ແລະ ເສດ​ຖະ​ກິດສາ​ກົນ ແລະ ກົດ​ລະ​ບຽບ​ການ​ຄ້າ.”

ທ່ານ​ໄດ້​ກ່າວ​ວ່າ “ຖ້າ​ອັນ​ທີ່​ວ່າ​ເຫດ​ຜົນ ກ່ຽວ​ກັບ ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ສາ​ມາ​ດ​ຖືກ​ໃຊ້​ເພື່ອ​ທຳ​ການ​ກົດ​ຂີ່​ຕາມ​ອຳ​ເພີ​ໃຈ ​ຕໍ່​ບັນ​ດາ​ບໍ​ລິ​ສັດ​ທີ່​ດີ​ເລີດ​ຈາກ​ປະ​ເທດ​ອື່ນໆ​ນັ້ນ, ແລ້ວ​ມັນ​ກໍ​ຈະ​ບໍ່​ມີ​ຄວາມ​ເປັນ​ທຳ ແລະ ຢຸດ​ຕິ​ທຳ​ເລີຍ.”

​ທ່ານ​ກ່າວ​ວ່າ “ເວ​ລາ​ທີ່​ຄົນ​ໃດ​ຄົນ​ນຶ່ງ​ເຫັນ​ຄົນ​ອື່ນ​ມີ​ສິ່ງ​ທີ່​ດີ ແລະ ພະ​ຍາ​ຍາມ​ຈະ​ເອົາ​ມັນ​ມາ​ເປັນ​ຂອງ​ຕົນ​ເອງ, ນີ້​ແມ່ນ​ຄວາມ​ຄິດ​ຂອງ​ໂຈນ​ຢ່າງ​ສິ້ນ​ເຊີງ.”

ທ່ານກ່າວ​ອີກວ່າ “ການ​ຮັບ​ມື​ຂອງ ສະ​ຫະ​ລັດ ກ່ຽວ​ກັບ ເຫດ​ການ​ຂອງ TikTok ຈະ​ເຮັດ​ໃຫ້​ໂລກ​ໄດ້​ເຫັນ​ຢ່າງ​ຈະ​ແຈ້ງກວ່າ​ເກົ່າ​ວ່າ ສິ່ງ​ທີ່​ເອີ້ນ​ວ່າ​ກົດ​ເກນ ແລະ ຄວາມ​ເປັນ​ລະ​ບຽບ​ຂອງ ສະ​ຫະ​ລັດ ແມ່ນ​ເປັນ​ປະ​ໂຫຍດ​ຕໍ່​ໂລກຫຼືບໍ່, ຫຼື ມັນ​ໃຊ້​ໄດ້​ກັບແຕ່ ສະ​ຫະ​ລັດ ພຽງ​ເທົ່າ​ນັ້ນ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG