ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສຫລ ກັບ ຈີນ ຕິຕຽນ ຊຶ່ງກັນແລະກັນ ໃນກອງປະຊຸມ ຢູ່ໃນ ປັກກິ່ງ


ລັດຖະມົນຕີວ່າການຕ່າງປະເທດ ສະຫະລັດ ທ່ານ ໄມຄ໌ ພອມພຽວ, ຊ້າຍ, ຈັບມືກັບ ລັດຖະມົນຕີວ່າການຕ່າງປະເທດ ຈີນ ທ່ານ ຫວັງ ຢີີ ກ່ອນເຂົ້າຮ່ວມກອງປະຊຸມ ຢູ່ທີ່ບ້ານພັກ
ຕ້ອນຮັບແຂກຂອງລັດ ດຽວຢູໄຕ ໃນນະຄອນຫຼວງ ປັກກິ່ງ, ວັນທີ 8 ຕຸລາ 2018.
ລັດຖະມົນຕີວ່າການຕ່າງປະເທດ ສະຫະລັດ ທ່ານ ໄມຄ໌ ພອມພຽວ, ຊ້າຍ, ຈັບມືກັບ ລັດຖະມົນຕີວ່າການຕ່າງປະເທດ ຈີນ ທ່ານ ຫວັງ ຢີີ ກ່ອນເຂົ້າຮ່ວມກອງປະຊຸມ ຢູ່ທີ່ບ້ານພັກ ຕ້ອນຮັບແຂກຂອງລັດ ດຽວຢູໄຕ ໃນນະຄອນຫຼວງ ປັກກິ່ງ, ວັນທີ 8 ຕຸລາ 2018.

ລັດຖະມົນຕີວ່າການຕ່າງປະເທດ ສະຫະລັດ ທ່ານໄມຄ໌ ພອມພຽວ ໄດ້ບອກຄູ່ຕຳແໜ່ງ
ຈີນ ຂອງທ່ານ ໃນວັນຈັນວານນີ້ວ່າ ສະຫະລັດ ມີ “ຄວາມເປັນຫ່ວງຢ່າງຍິ່ງ” ກ່ຽວກັບ
ການເອົາມາດຕະການຂອງຈີນ ໃນຫຼາຍໆບັນຫາສຳຄັນ ລວມທັງ ສິດທິມະນຸດ ແລະ
ທະເລຈີນໃຕ້.

“ພວກເຮົາຕົກລົງກັນບໍ່ໄດ້ ໂດຍພື້ນຖານ” ທ່ານພອມພຽວ ໄດ້ບອກ ລັດຖະມົນຕີ ວ່າ
ການຕ່າງປະເທດ ຂອງຈີນ ທ່ານ ຫວັງ ຢີ ຢູ່ໃນປັກກິ່ງ.

ທັງສອງທ່ານ ໄດ້ໃຊ້ຄຳເວົ້າທີ່ກົງໄປກົງມາ ສຳລັບສະພາບແວດລ້ອມໃນດ້ານການທູດ
ເຊັ່ນນີ້.

ທ່ານ ຫວັງ ໄດ້ກ່າວຫາ ສະຫະລັດວ່າ ທະວີຄວາມເຄັ່ງຕຶງທາງດ້ານການຄ້າກັບຈີນ
ແລະ ໄດ້ກ່າວວ່າ ວໍໍຊິງຕັນ ພົວພັນກັບໃຕ້ຫວັນ ໃນທາງທີ່ວ່າ “ຈະເປັນອັນຕະລາຍ
ຕໍ່ຜົນປະໂຫຍດຫລັກຂອງຈີນ.”
ປັກກິ່ງ ຖືວ່າ ເກາະທີ່ປົກຄອງຕົນເອງດັ່ງກ່າວນີ້ ເປັນ
ດິນແດນພາກສ່ວນນຶ່ງຂອງຕົນ. ສ່ວນ ສະຫະລັດ ມີຂໍ້ຜູກມັດວ່າ ຕ້ອງໄດ້ມາຊ່ອຍ
ໃຕ້ຫວັນ ຖ້າຫາກຈີນ ພະຍາຍາມຍຶດເອົາເກາະນີ້ຄືນດ້ວຍກຳລັງ.

ການພົບປະກັນໃນວັນຈັນວານນີ້ ໄດ້ມີຂຶ້ນຫຼາຍວັນ ຫຼັງຈາກທີ່ຮອງປະທານາທິບໍດີ
ສະຫະລັດ ທ່ານ ໄມຄ໌ ເພັນສ໌ ໄດ້ກ່າວຄຳປາໄສ ໂດຍກ່າວຫາຈີນ ວ່າຮຸກຮານດ້ວຍ
ກຳລັງ ທະຫານ ລັກຂະໂມຍໃນດ້ານການຄ້າ ການລະເມີດສິດທິມະນຸດເພີ້ມຂຶ້ນ ແລະ
ພະຍາຍາມແຊກແຊງການເລືອກຕັ້ງທີ່ຈະມີຂຶ້ນໃນສະຫະລັດ.

ເອກກະສານລາຍລະອຽດຂອງສະຫະລັດ ທີ່ໄດ້ແຈກຢາຍ ຫຼັງຈາກການພົບປະໃນວັນ
ຈັນວານນີ້ ໄດ້ກ່າວກ່າວວ່າ ທ່ານ ພອມພຽວ “ໄດ້ເວົ້າໂດຍກົງ ເຖິງ ບໍລິເວນ ບ່ອນທີ່
ສະຫະລັດ ແລະ ຈີນ ບໍ່ເຫັນດີນຳກັນ ໂດຍລວມມີ ຢູ່ທະເລຈີນໃຕ້ ແລະ ເລື້ອງສິດທິ
ມະນຸດ. ທ່ານ ໄດ້ເນັ້ນໜັກ ເຖິງ ຄວາມສຳຄັນທີ່ຈະຕ້ອງຮັກສາສັນຕິພາບ ຢູ່ໃນເຂດ
ຂ້າມທະເລ ແລະ ສະຖຽນລະພາບ.

ທັງສອງ ທ່ານພອມພຽວ ແລະທ່ານ ຫວັງ ຍັງໄດ້ກ່າວເຖິງຄວາມຈຳເປັນ ໃນການຮ່ວມມື
ກັນຫຼາຍຂຶ້ນກວ່າເກົ່າ.

ທ່ານ ຫວັງ ກ່າວວ່າ “ພວກເຮົາເຊື່ອວ່າ ຈີນ ແລະ ສະຫະລັດ ຄວນຍຶດໝັ້ນໃນເສັ້ນ
ທາງທີ່ຖືກຕ້ອງ ຂອງການຮ່ວມມືກັນ ແລະ ທັງສອງ ໄດ້ຮັບຜົນປະໂຫຍດ ແທນທີ່ ຈະ
ຕິດຄ້າງ ຢູ່ໃນເສັ້ນທາງທີ່ຜິດ ທີ່ເຕັມໄປດ້ວຍການຂັດແຍ້ງ ແລະ ການປະເຊີນໜ້າກັນ.”

ສະຫະລັດ ແລະ ຈີນ ກຳລັງຢູ່ໃນລະຫວ່າງສົງຄາມການຄ້າ ເຊິ່ງທັງສອງຝ່າຍ ໄດ້ເກັບ
ພາສີ ມູນຄ່າຫຼາຍຕື້ໂດລາ ຕໍ່ສິນຄ້ານຳເຂົ້າຂອງກັນແລະກັນ.

Pompeo Says US and China Have a 'Fundamental Disagreement'
please wait

No media source currently available

0:00 0:02:13 0:00

ອ່ານຂ່າວນີ້ຕື່ມອີກ ເປັນພາສາອັງກິດ

XS
SM
MD
LG