ຈີນ ກ່າວວ່າ ແມ່ນຍິງຊາວການາດາ ຜູ້ທີ່ຖືກຄຸມຂັງຢູ່ນັ້ນ ກຳລັງຮັບໃຊ້ “ໂທດດ້ານ
ການປົກຄອງ” ໃນຖານເຮັດວຽກຢ່າງຜິດກົດໝາຍ.
ຢູ່ທີ່ການຖະແຫລງຂ່າວ ແຈ້ງໃຫ້ບັນດານັກຂ່າວຊາບ ໃນວັນພະຫັດມື້ນີ້ ໂຄສົກກະຊວງ
ການຕ່າງປະເທດ ທ່ານນາງ ຮົວ ຈຸນຢິງ ໄດ້ລະບຸໂຕ ແມ່ຍິງດັ່ງກ່າວ ຄື ນາງ ຊາຣາ
ແມັກໄກເວີ. ທ່ານນາງ ບໍ່ໄດ້ໃຫ້ລາຍລະອຽດໃດໆ ກ່ຽວກັບໂທດດັ່ງກ່າວ.
ສື່ມວນຊົນຂອງການາດາ ກ່ອນໜ້ານີ້ ໄດ້ລະບຸວ່າ ນາງ ແມັກໄກເວີ ເຮັດວຽກເປັນ
ນາຍຄູ.
ສ່ວນນາຍົກລັດຖະມົນຕີຂອງການາດາ ທ່ານ ຈັສຕິນ ທຣູໂດ ໄດ້ກ່າວໃນວັນ ພຸດ
ວານນີ້ ວ່າ ລັດຖະບານຂອງທ່ານ ໄດ້ພະຍາຍາມຂໍຂໍ້ມູນລາຍລະອຽດຕື່ມ ກ່ຽວກັບ
ຄະດີດັ່ງກ່າວ ຫາກແຕ່ ການກັກໂຕຂອງນາງແມັກໄກເວີ ບໍ່ໄດ້ປາກົດ ວ່າ ກ່ຽວຂ້ອງກັບ
ການກັກໂຕ ຊາວການາດາອີກສອງຄົນ ຢູ່ໃນຈີນ ແຕ່ຢ່າງໃດ. ທ່ານໄດ້ເອີ້ນມັນວ່າ
“ເປັນກໍລະນີນຶ່ງຕ່າງຫາກ.”
ຊາວການາດາສອງຄົນ ໄດ້ຖືກຄວບຄຸມໂຕໄວ້ ຢູ່ໃນຈີນ ບໍ່ດົນຫຼັງຈາກທີ່ ຕຳຫຼວດຂອງ
ການາດາ ໄດ້ຈັບກຸມ ຜູ້ບໍລິຫານລະດັບສູງຊາວຈີນ ຂອງບໍລິສັດ ໂທລະຄົມມະນາຄົມ
ໂດຍມີໝາຍຈັບ ຂອງສະຫະລັດ ໃນວັນທີ 1 ທັນວາ ຜ່ານມາ.
ທ່ານນາງ ເໝິງ ວານຊູ ເຈົ້າໜ້າທີ່ຫົວໜ້າດ້ານການເງິນຂອງບໍລິສັດ ຮົວເວ ທ່ານນີ້
ໄດ້ຖືກກ່າວຫາວ່າ ຫລີກລ່ຽງ ມາດຕະການລົງໂທດ ຂອງສະຫະລັດ ຕໍ່ອີຣ່ານ.
ເຖິງຢ່າງໃດກໍຕາມ ບັນດາເຈົ້າໜ້າທີ່ຂອງການາດາ ກໍບໍ່ໄດ້ເຊື່ອມໂຍງ ການ ກັກຂັງຢູ່
ໃນຈີນ ໃສ່ໂດຍກົງກັບການຈັບກຸມຂອງທ່ານນາງເໝິງ ເຊິ່ງ ອະດີດ ເອກອັກຄະລັດ
ຖະທູດການາດາ ປະຈຳຈີນ ທ່ານ ເດວິດ ເມີລໂຣນີ ພົບເຫັນ ວ່າ ໜ້າຈະບໍ່ເປັນໄປໄດ້.