ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຈີນກ່າວວ່າ ພ້ອມ​ແລ້ວທີ່ຈະ 'ທັບມ້າງ' ໄຕ້ຫວັນທີ່ປົກຄອງຕົນເອງ ໃນຂະນະທີ່ສະຫະລັດ ເພີ້ມທະວີການສະໜັບສະໜູນ


ແຜນ​ທີ່ໄຕ້ຫວັນ ແລະ ຈີນ
ແຜນ​ທີ່ໄຕ້ຫວັນ ແລະ ຈີນ

ກອງທັບ​ຈີນ​ກ່າວ​ວ່າ ຕົນ​ໄດ້​ກຽມ​ພ້ອມ​ທີ່​ຈະ "ທັບ​ມ້າງ​ເອກະລາດ​ຂອງ​ໄຕ້​ຫວັນ​ໃນທຸກ​ຮູບ​ແບບຢ່າງເດັດຂາດ" ​ໃນ​ຂະນະ​ທີ່​ສະຫະລັດ​ກຽມ​ເລັ່ງ​ຂາຍ​ອາວຸດ​ປ້ອງ​ກັນ​ ​ໃຫ້​ແກ່​ເກາະ​ທີ່​ປົກຄອງ​ຕົນ​ເອງ ໃນລະບອບ​ປະຊາທິປະ​ໄຕ

ກອງທັບ​ຈີນ​ກ່າວ​ວ່າ ຕົນ​ໄດ້​ກຽມ​ພ້ອມ​ທີ່​ຈະ "ທັບ​ມ້າງ​ເອກະລາດ​ຂອງ​ໄຕ້​ຫວັນ​ໃນທຸກ​ຮູບ​ແບບຢ່າງເດັດຂາດ" ​ໃນ​ຂະນະ​ທີ່​ສະຫະລັດ​ກຽມ​ເລັ່ງ​ຂາຍ​ອາວຸດ​ປ້ອງ​ກັນ​ ​ໃຫ້​ແກ່​ເກາະ​ທີ່​ປົກຄອງ​ຕົນ​ເອງ ໃນລະບອບ​ປະຊາທິປະ​ໄຕ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ກາ​ນ​ຂ່າວ​ເອ​ພີ. ໂຄ​ສົກ​ກະ​ຊວງ​ປ້ອງ​ກັນ​ປະ​ເທດຈີນ​, ພັນເອກຕານ ເກເຟີຍ (Tan Kefei) ກ່າວ​ວ່າ ການ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ ​ລະ​ຫວ່າງກອງທັບ​ສະ​ຫະ​ລັດ ແລະ ໄຕ້​ຫວັນ ເມື່ອບໍ່ດົນມານີ້ ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ຜິດ​ພາດ ແລະ ເປັນ​ອັນ​ຕະ​ລາຍ​ທີ່​ສຸດ. ທ່ານ ຕານ (Tan) ກ່າວ​ວ່າ ກອງທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ "ຍັງສືບ​ຕໍ່​ເພີ່ມ​ທະວີ​ການ​ຝຶກ​ຊ້ອມ ​ແລະ​ການ​ກະກຽມຄວາມພ້ອມ​ທາງທະຫານ" ເພື່ອ​ຕ້ານ​ກັບ​ກອງກຳລັງ​ຝັກໃຝ່ (ນິຍົມ)​ ​ເອກະລາດ ​ແລະ​ການ​ແຊກ​ແຊງ​ຈາກ​ພາຍ​ນອກ, ໂດຍ​ອ້າງ​ອີງ​ເຖິງ​ພັນທະ​ມິດ​ທີ່​ໃກ້​ຊິດ​ທີ່​ສຸດ​ຂອງ​ໄຕ້​ຫວັນ ກໍ່ຄື​ສະຫະລັດ. ຈີນ​ອ້າງສິດ​ເອົາ​ເກາະ​ທີ່​ມີ​ປະ​ຊາ​ຊົນ 23 ລ້ານ​ຄົນ​ວ່າເປັນ​ດິນ​ແດນ​ຂອງ​ຕົນ, ແລະ ຈະຖືກ​ຮວບ​ຮວມ​ໃຫ້ມາຢູ່ພາຍໃຕ້ການຄວບ​ຄຸມຂອງຕົນໂດຍໃຊ້ກຳລັງ​ ​ຖ້າ​ຈຳ​ເປັນ.

— China's military says it is prepared to "resolutely smash any form of Taiwan independence" as the U.S. prepares to accelerate the sale of defensive weapons to the self-governing island democracy. Defense Ministry spokesperson Colonel Tan Kefei says a recent increase in exchanges between the U.S. and Taiwanese militaries is an "extremely wrong and dangerous move." Tan says the Chinese People's Liberation Army "continues to strengthen military training and preparations" to counter pro-independence forces and outside interference, a reference to Taiwan's closest ally, the United States. China claims the island of 23 million people as its own territory, to be brought under its control by force if necessary.

XS
SM
MD
LG