ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຈີນພ້ອມແລ້ວ ທີ່ຈະຕອບໂຕ້ ຕໍ່ຟິລິບປິນ ໃນທະເລຈີນໃຕ້


ເຮືອສັງເກດການຂອງຈີນ ກໍາລັງທໍາການລາດຕະເວນຢູ່ທະເລຈີນໃຕ້ ວັນທີ່ 10, 2012 (ພາບຖ່າຍຂອງກອງທັບເຮຶອ ຟີລິບປີນ)
ເຮືອສັງເກດການຂອງຈີນ ກໍາລັງທໍາການລາດຕະເວນຢູ່ທະເລຈີນໃຕ້ ວັນທີ່ 10, 2012 (ພາບຖ່າຍຂອງກອງທັບເຮຶອ ຟີລິບປີນ)

ຈີນ ກ່າວ​ວ່າ ​ຕົນພ້ອມ​ແລ້ວ ທີ່​ຈະ​ຕອບ​ໂຕ້​ຕໍ່ “ການເພີ້​ມທະວີໃດໆ​ກໍ​ຕາມ” ໂດຍ​
ຝ່າຍ​ຟິລິບ​ປິນ​ໃນ​ຂະນະ​ທີ່​ການ​ປະ​ເຊີນ​ໜ້າກັນ​ດ້ວຍຄວາມ​ເຄັ່ງຕຶງ​ ທີ່​ແກ່ຍາວມາ
ໄດ້ນຶ່ງ​ເດືອນ ຍັງ​ດຳ​ເນີນຢູ່​ຕໍ່​ມາ​ ກ່ຽວ​ກັບ​ບັນຫາ ຂັດ​ແຍ້​ງ​ເລື່ອງໝູ່​ເກ​າະ​ໃນ​ເຂດ​
ທະ​ເລ​ຈີນ​ໃຕ້.

ອົງການ​ຂ່າວ​ຊິນຫົວ ຂອງ​ທາງ​ການ​ຈີນ​ ​ໄດ້ອ້າງ​ຄໍາ​ເວົ້າ​ຂອງຮອງ​ລັດຖະມົນ​ຕີ​
ການ​ຕ່າງປະ​ເທດຈີນ ທ່ານ Fu Ying ​ທີ່​ກ່າວໃນ​ວັນ​ອັງຄານ​ມື້ນີ້ວ່າ ປັກ​ກິ່ງ ບໍ່​ຄ່ອຍ
​ມີ​ຄວາມ​ຫວັງ​ໄປ​ໃນ​ແງ່​ດີປານ​ໃດ ກ່ຽວ​ກັບ​ການ​ບັນຫາ​ຂັດ​ແຍ້​ງ​ເລື່ອງໝູ່​ເກາະ
Scarborough ທີ່​ຕັ້ງ​ຢູ່​ປະມານ 230 ກິ​ໂລ​ແມັດ ຫ່າງ​ຈາກຝັ່ງ​ທະ​ເລ​ໃນ​ພາກ​ຕາ​
ເວັນ​ຕົກ​ສ່ຽງ​ເໜືອ​ຂອງ​ຟິລິບ​ປິນ.

​ໃນ​ວັນ​ຈັນວານ​ນີ້ ທ່ານ Fu ​ໄດ້​ຮຽກ​ນັກການ​ທູດຂັ້ນ​ສູງ​ຂອງຟິລິບ​ປິນ ປະຈຳ​ກຸງ
ປັກ​ກິ່ງເຂົ້າ​ພົບ​ເພື່ອ "ລາຍ​ງານໃຫ້​ຊາບຢ່າງຈິງ​ຈັງ” ກ່ຽວກັບ​ສະ​ຖານະ​ການ. ທ່ານ
Fu ກ່າວ​ຕໍ່ອຸບປະ​ທູດຟີ​ລິບ​ປິນ ທ່ານ Alex Chua ວ່າ ກຸງມະນິລາ ​ໄດ້ເຮັດ​ໃຫ້​
ຄວາມ​ເຄັ່ງ​ຕຶງ​ເພີ່ມທ​ະວີຂຶ້ນ ​ແລະ​ ​ເຮັດ​ໃຫ້​ເຮັດ​ໃຫ້​ເປັນ​ການຍາກ​ລໍາບາກຫຼາຍຂຶ້ນ ​
ທີ່​ຈະບັນ​ລຸ​ການ​ຕົກລົງ​ກັນ​ດ້ວຍ​ການ​ເຈລະຈາ​ຕໍ່​ລອງ.

ການ​ປະ​ເຊີນ​ໜ້າ​ໄດ້ເລີ້​ມ​ຂື້ນ​ໃນ​ວັນ​ທີ 10 ​ເມສາ ​ເວລາເຮືອ​ລາດຕະ​ເວັນ​ຂອງຈີນ ​ໄດ້​
ກີດ​ກັ້ນບໍ່​ໃຫ້​ເຮືອ​ລົບ​ຂອງຟິລິບ​ປິນ ​ເຂົ້າໄປ​ຈັບ​ຊາວ​ປະ​ມົງ​ຂອງ​ຈີນ ​ໃກ້​ກັບ​ເກ​າະຫີນ
​ປະ​ກາ​ລັງ​ດັ່ງກ່າວ ຊຶ່ງ​ທັງ​ສອງ​ຝ່າຍ​ຕ່າງ​ກໍກ່າວ​ອ້າງ​ວ່າ ​ເປັນ​ສ່ວນ​ນຶ່ງ​ຂອງ​ເຂດ​ນໍ້າ​ດິນ​
ແດນຕົນ.

ຈີນ​ໄດ້​ປະຕິ​ເສດ​ໄປ​ແລ້ວ ຕໍ່​ການ​ຮ້ອງ​ຂໍ​ຂອງ​ຟີ​ລິບ​ປິນ​ເພື່ອ​ໃຫ້​ສົ່ງ​ບັນ ຫາ​ຂັດ​ແຍ້ງດັ່ງ
ກ່າວ​ໄປ​ໃຫ້​ສານ​ນາໆ​ຊາດ​ເປັນ​ຜູ້​ຕັດສິນ.

XS
SM
MD
LG